郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ນຳ​ໃຊ້​ຊັບ​​ສິນ​ຂອງ​ປະ​ຊາ​ຊົນ​ອັ​ຟ​ກາ​ນີ​ສະ​ຖານ​ຕາມ​ລຳ​ພັງ​ໃຈ ສ່ຳ​ກັບ​ເປັນ​ໂຈນ​ປຸ້ນ​ຈີ້

2022-02-16 17:15:35 cri

ວັນ​ທີ15ກຸມ​ພານີ້ ທ່ານ ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​. ມີ​ນັກ​ຂ່າວ​ຖາມ​ວ່າ: ພ​ວກ​ເຮົາສັງ​ເກດ​ເຫັນ​ວ່າ ທ່ານ ໂຈ ໄບ​ເດັນ ປະ​ທານ​າ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ເຊັນ​ລັດ​ຖະ​ດຳ​ລັດ​ກ່ຽວ​ກັບ​ຊັບ​ສິນ​ຂອງ​ທະ​ນາ​ຄານ​ກາງ​ອັ​ຟ​ກາ​ນີ​ສະ​ຖານ​ທີ່​ຖືກ​ອາ​ເມ​ຣິ​ກາ​ອາ​ຍັດ​ໄວ້​ເຖິງ7ຕື້​ໂດ​ລາ​ສະ​ຫະ​ລັດ​ ແລ້ວ​ມີ​ຫຼາຍ​ຝ່າຍ​ສະ​ແດງ​ຄວາມ​ຄັດ​ຄ້ານ​. ຝ່າຍ​ຈີນ​ມີ​ຄວາມ​ເຫັນແນວ​ໃດ​ຕໍ່​ກັບ​ເລື່ອງນີ້?

ທ່ານ ວ່າງ​ເວີນ​ປິ່ນ ກ່າວ​ວ່າ: ໂດຍ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ປະ​ຊາ​ຊົນ​ອັ​ຟ​ກາ​ນີ​ສະ​ຖານ, ອາ​ເມ​ຣິ​ກາ​ໄດ້​ນຳ​ໃຊ້​ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ອັ​ຟ​ກາ​ນີ​ສະ​ຖານ​ຕາມ​ລຳ​ພັງ​ໃຈ ຈົນ​ເຖິງ​ຂັ້ນ​ຍຶດ​ເອົາ​ເປັນ​ຂອງໂຕ​ເອງ​,​ມັນ​ກໍ່​ສ່ຳ​ກັບ​ວ່າ​ເປັນ​ໂຈນ​ປຸ້ນ​ຈີ້, ເຊິ່ງ​ໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ກະ​ຕິ​ກາ​ແລະ​ລະ​ບຽບ​ຂອງອ​າ​ເມ​ຣິ​ກາອີກ​ຄັ້ງ​ໜຶ່ງ,ມັນ​ບໍ່​ແມ່ນ​ກະ​ຕິ​ກາ​ແລະ​ລະ​ບຽບ​ທີ່ປົກ​ປ້ອງຜູ້​ອ່ອນແອ​ແລະ​ຄວາມ​ເປັນ​ທຳ​, ຫາກ​ແຕ່​ແມ່ນ​ກະ​ຕິ​ກາ​ແລະ​ລະ​ບຽບ​​ທີ່ປົກ​ປ້ອງ​​ແຕ່ຜູ້​ມີ​ອຳ​ນາດ​ເຂັ້ມ​ແຂງແລະ​ລັດ​ທິເຈົ້າ​ອຳ​ນາດເທົ່າ​ນັ້ນ. ໃນ​ຖາ​ນະ​ເປັນ​ຜູ້​ສ້າງ​ເລື່ອງວິ​ກິດ​ການ​ຢູ່​ອັ​ຟ​ກາ​ນີ​ສະ​ຖານ,ອາ​ເມ​ຣິ​ກາ​ບໍ່​ຄວນ​ສ້າງ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ​ໃຫ້​​ປະ​ຊາ​ຊົນ​ອັ​ຟ​ກາ​ນີ​ສະ​ຖານຮ້າຍ​ແຮງ​ຂຶ້ນ​ຕື່ມ,ຫາກ​ແຕ່​ຄວນ​ຍົກ​ເລີກ​ການ​ອາ​ຍັດ​ຊັບ​ສິນ​ແລະ​ລົງ​ໂທດປະ​ເທດອັ​ຟ​ກາ​ນີ​ສະ​ຖານ​ແຕ່​ຝ່າຍ​ດຽວ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້,ເພື່ອ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເທົ່າ​ທີ່​ຄວນ​ໃນ​ການ​ຜ່ອນ​ຄາຍ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​​ຢູ່ອັ​ຟ​ກາ​ນີ​ສະ​ຖານ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ນຳ​ໃຊ້​ຊັບ​​ສິນ​ຂອງ​ປະ​ຊາ​ຊົນ​ອັ​ຟ​ກາ​ນີ​ສະ​ຖານ​ຕາມ​ລຳ​ພັງ​ໃຈ ສ່ຳ​ກັບ​ເປັນ​ໂຈນ​ປຸ້ນ​ຈີ້_fororder_1536102685

 

ຄຳ​ເຫັນ

0