郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ໄລ່​ອັກ​ຄ​ະ​ລັດ​ຖະ​ທູດທີ່​ປຶກ​ສາ​ຂອງ​ອາ​ເມ​ຣິ​ກາ​​ອອກຈາກ​ຣັດ​ເຊຍ

2022-02-18 16:21:02 cri

​ວັນ​ທີ17ກຸມ​ພາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກ​າໄດ້​ຢືນ​ຢັນ​ວ່າ: ຣັດ​ເຊຍ​ໄດ້​ໄລ່​ທ່ານ ບັດ ​ກໍ​ແມນ ອັກ​ຄ​ະ​ລັດ​ຖະ​ທູດທີ່​ປຶກ​ສາ​ຂອງ​ອາ​ເມ​ຣິ​ກາ​ປະ​ຈຳ​ຣັດ​ເຊຍ​ອອກຈາກ​ປະ​ເທດ​ຣັດ​ເຊຍແລ້ວ,ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ເຫັນ​ວ່າ ນີ້​ເປັນ​ການ​ກະ​ທຳ​ທີ່​​ເພີ່ມ​ຄວາມຮ້າຍ​ແຮງ.

ໂຄ​ສົກ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ປັດ​ຈຸ​ບັນ ອາ​ເມ​ຣິ​ກາ​ກຳ​ລັງ​ຄົ້ນ​ຄວ້າ​ວິ​ທີຕອບ​ໂຕ້​ຄືນ. ທ່ານ​ກ່າວ​ວ່າ: ການ​ກະ​ທຳ​ຂອງ​ຣັດ​ເຊຍ​ແມ່ນ​​ບໍ່​ສົມ​ເຫດ​ສົມ​ຜົນ,ອາ​ເມ​ຣິ​ກາ​ຖື​ວ່ານີ້​ເປັນ​ບາດ​ກ້າວ​ໜຶ່ງ​ທີ່​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຮ້າຍ​ແຮງ​ຂຶ້ນ. ອາ​ເມ​ຣິ​ກາ​ຮຽກ​ຮ້ອງ​ໃຫ້​ຣັດ​ເຊຍ​ຢຸດ​ຕິ​ການ​ໄລ່​ນັກ​ການ​ທູດ​ແລະ​ພະ​ນັກ​ງານ​ຂອງ​ອາ​ເມ​ຣິ​ກາ​ອອກ​ຈາກ​ປະ​ເທດ​ຣັດ​ເຊຍ​ແບບ​​ບໍ່​ສົມ​ເຫດ​ສົມ​ຜົນ, ເຮັດ​ໃຫ້​ອາ​ເມ​ຣິ​ກາ​ສາ​ມາດ​ປະ​ກອບ​ຄະ​ນະ​ນັກ​ການ​ທູດ​ຄືນ​ໃໝ່ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ຣັດ​ເຊຍ​ໄລ່​ອັກ​ຄ​ະ​ລັດ​ຖະ​ທູດທີ່​ປຶກ​ສາ​ຂອງ​ອາ​ເມ​ຣິ​ກາ​​ອອກຈາກ​ຣັດ​ເຊຍ_fororder_1257869180

 

ຄຳ​ເຫັນ

0