刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ​ແລະ​ລະ​ດູ​ໜາວ​ຊຸກ​ຍູ້​ເສດ​ຖະ​ກິດ​ປັກ​ກິ່ງ​ໃຫ້ ພັດ​ທະ​ນາ​ຢ່າງວ່ອງ​ໄວ​ແລະ​ມີ​ຄຸນ​ນະ​ພາບ​ສູງ

2022-02-19 16:26:35 cri

 

ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ແມ່ນ​ຕົວ​ເມືອງ​ທຳ​ອິດ​ໃນ​ໂລກ​ທີ່​ເຄີຍ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​​ດູ​ຮ້ອນ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ. ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ໄດ້​ສ້າງ​ມໍ​ລະ​ດົກ​ງານ​ກິ​ລາ​ໂອ​ລິມ​ປິກ​ທີ່​ລ້ຳ​ຄ່າຫຼາຍ​ແຫ່ງ ເຊິ່ງ​ເປັນ​ການ​ຄ້ຳ​ປະ​ກັນ​ທີ່​ແຂງ​ແຮງ​ຕໍ່​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ຂອງ​ນະ​ຄອນຫຼວງ​ປັກ​ກິ່ງຫຼັງ​ງານ​ກິ​ລາ​ໂອ​ລິມ​ປິກ. ປີ 2022, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້ເຮັດ​ໃຫ້​​ກິ​ລາ​ນ້ຳ​ກ້ອນ​ແລະ​ຫິ​ມະ​ມີ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດຂັ້ນ​ອີກ​ຄັ້ງ, ​ອັ​ນ​ໄດ້ເພີ່ມ​ທະ​ວີ​ກາ​ນ​ຫັນ​ປ່ຽນ​ຮູ​ບ​ແບບ, ​ການ​ຍົກ​ລະ​ດັບ ແລະ​ການ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ​​ຂອງ​ປັກ​ກິ່ງຕື່ມ​ອີກ. ຕົວ​ເລກ​ສະ​ຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ລວມຍອດ​ຜະ​ລິດ​ຕະ​ພັນ​ຂອງ​ປັກ​ກິ່ງ​ໄດ້​ເພີ່ມ​ຂຶ້ນ​ຈາກ 2500 ຕື້ຢວນ​ໃນ​ປີ 2015 ເປັນ 4000 ຕື້ຢວນ​ໃນ​ປີ 2021.

ນອກ​ນີ້, ງານ​ກິ​ລາ​ໂອ​ລິມ​ປິກ​ສອງ​ຄັ້ງ​ດັ່ງ​ກ່າວ​ໄດ້​ຊຸກ​ຍູ້​ໃຫ້​ປັດ​ໃຈ​ຂອງ​ກິ​ລາ​ໂອ​ລິມ​ປິກ​ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ພັດ​ທະ​ນາ​ຂອງ​ຕົວ​ເມືອງ. ມາ​ຮອດ​ປີ 2020, ປັກ​ກິ່ງ​ມີ​​ອາ​ສາ​ສະ​ໝັກ​ທີ່​ໄດ້​ລົງ​ທະ​ບຽນຫຼາຍກວ່າ 4,436 ລ້ານ​ຄົນ, ເພີ່ມ​ຂຶ້ນຫຼາຍກວ່າປີ 2008 ເຖິງ 161%. ປັກ​ກິ່ງ​ຍັງ​ໄດ້​ນຳ​ໃຊ້​ສະ​ໜາມ​ກິ​ລາ​ຂອ​ງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ຢ່າງ​ເຕັມ​ສ່ວນ, ສ້າງ​​ສະ​ໜາມ​ກິ​ລາ​ 6 ແຫ່ງເພື່ອ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກກິ່ງ​ປີ 2022 ເຊິ່ງ​ສະ​ໜາມ​ກິ​ລາ​ທີ່​ສ້າງ​ໃໝ່​ເຫຼົ່າ​ນີ້​ໄດ້​ວາງ​ແຜນ​ການ​ລ່ວງ​ໜ້າ​ກ່ຽວ​ກັບ​ການສືບ​ຕໍ່​ນຳ​ໃຊ້ຫຼັງ​ງານ​ກິ​ລາ​ໂອ​ລິມ​ປິກ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ​ຢ່າງ​ຕໍ່​ເນື່ອງ​ໃນ​ອະ​ນາ​ຄົດ. ນອກ​ນີ້, ງານ​ກິ​ລາ​ໂອ​ລິມ​ປິກ​ສອງ​ຄັ້ງ​ຍັງ​ໄດ້​ເພີ່ມ​ທະ​ວີ​ການ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາກປັກ​ກິ່ງ​ໄປ​ຫາ​ນະ​ຄອນຈ່າງ​ເຈ່ຍ​ໂຂ ແລະເສັ້ນ​ທາງ​ດ່ວ​ນ​ຈາກ​ປັກ​ກິ່ງ​ໄປ​ຫາ​​ເມືອງຊົງ​ລີ​​ນະ​ຄອນ​ຈ່າງ​ເຈ່ຍ​ໂຂໄດ້​ເປີດ​ບໍ​ລິ​ການ, ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ທີ່​ມີ​ລາງ​​ໄດ້​ບັນ​ລຸ​ເຖິງ 24 ສາຍ, ມີ​ຄວາມ​ຍາວ​ເຖິງ 727 ກິ​ໂລ​ແມັດ.

ຄຳ​ເຫັນ

0