黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນປ້ອງກັນແລະຄວບຄຸມພະຍາດອາເມຣິກາບໍ່ໄດ້ເປີດເຜີຍຕົວເລກຂໍ້ມູນສ່ວນໃຫຍ່ກ່ຽວກັບສະພາບພະຍາດໂຄວິດ-19 ທີ່ຮີບໂຮມໄດ້

2022-02-21 11:05:16 CRI

ຫນັງສືພິມ ນິວຢອກທາມສ໌ ຂອງອາເມຣິກາສະບັບວັນທີ 20 ກຸມພານີ້ໄດ້ລາຍງານວ່າ, ສູນປ້ອງກັນແລະຄວບຄຸມພະຍາດອາເມຣິກາ ຫລື CDC ບໍ່ໄດ້ເປີດເຜີຍຕົວເລກຂໍ້ມູນ ສ່ວນໃຫຍ່ກ່ຽວກັບສະພາບພະຍາດໂຄວິດ-19 ທີ່ຮີບໂຮມໄດ້.

ຂ່າວລາຍງານວ່າ, ໃນຂະນະທີ່ CDC ປະກາດບົດລາຍງານຕົວເລກກ່ຽວກັບ ປະສິດທິພາບຂອງການສັກວັກຊີນໂຄວິດ-19 ເຂັມກະຕຸ້ນປະສິດທິພາບສຳລັບຜູ້ທີ່ມີອາຍແຕຸ່ 65 ປີລົງລຸ່ມສະບັບທຳອິດນັ້ນ ໄດ້ລະເວັ້ນກຸ່ມຄົນທີ່ມີອາຍຸລະຫວ່າງ 18-49 ປີ, ສ່ວນກຸ່ມຄົນໃນເກນອາຍຸດັ່ງກ່າວ ໄດ້ກວມສ່ວນຫລາຍສົມຄວນໃນກຸ່ມຄົນທີ່ມີອາຍຸແຕ່ 65 ປີ ແລະຕ່ຳກວ່າ 65 ປີ. ສະນັ້ນ, ເວລາອົງການສາທາລະນະສຸກສະຫະລັດອາເມຣິກາຂໍຄວາມເຫັນນຳຜູ້ຊ່ຽວຊານສາກົນນັ້ນ ຜູ້ຊ່ຽວຊານເຫລົ່ານັ້ນຈຶ່ງຈຳເປັນຕ້ອງຖືເອົາຕົວເລກຂໍ້ມູນຈາກອິສຣາແອນ ເປັນສິ່ງອ້າງອີງເພື່ອໃຫ້ຄຳເຫັນແນະນຳໃນການສັກວັກຊີນພະຍາດໂຄວິດ-19.

ຜູ້ສັນທັດກໍລະນີກ່າວວ່າ: ຕົວເລກຂໍ້ມູນທີ່ຖືກປິດບັງນັ້ນ ສ່ວນຫລາຍຈະສາມາດນຳໃຊ້ ເປັນຫລັກອ້າງອີງສຳລັບເຈົ້າຫນ້າທີ່ລັດ ແລະ ອົງການສາທາລະນະສຸກທ້ອງຖິ່ນຕ່າງໆຂອງ ອາເມຣິກາໃນການຄວບຄຸມພະຍາດໂຄວິດ-19 ໃຫ້ໄດ້ດີກວ່າເກົ່າ. ແຕ່ວ່າ CDC ບໍ່ຍອມເປີດເຜີຍຕົວເລກຂໍ້ມູນເຫລົ່ານີ້ມາໂດຍຕະຫລອດ ເພາະຢ້ານວ່າມັນອາດຈະຖືກຕີຄວາມ ຫມາຍວ່າ ການວັກຊີນພະຍາດໂຄວິດ-19 ບໍ່ມີປະສິດທິພາບ.

ຄຳ​ເຫັນ

0