ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 21 ກຸມພານີ້ກົງກັບວັນລະນຶກວັນທີ່ທ່ານນິກສັນ ອະດີດປະທານາທິບໍດີອາເມຣິກາຢ້ຽມຢາມປະເທດຈີນຄົບຮອບ 50 ປີ. ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນ, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: 50 ປີກ່ອນ, ທ່ານປະທານາທິບໍດີນິກສັນໄດ້ເດີນທາງມາຢ້ຽມຢາມປະເທດຈີນ, ຖະແຫຼງການຊຽງໄຮ້ທີ່ເຜີຍແຜ່ໃນໄລຍະການຢ້ຽມຢາມຂອງທ່ານໄດ້ຢືນຢັນຫຼັກການປະເທດຈີນດຽວ ພ້ອມທັງຫຼັກການອື່ນໆ ຄື: ເຄົາລົບອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ບໍ່ຮຸກຮານປະເທດອື່ນ, ບໍ່ແຊກແຊງວຽກງານພາຍໃນຂອງປະເທດອື່ນ, ສະເໝີພາບແລະຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຢູ່ຮ່ວມກັນໂດຍສັນຕິ ເຊິ່ງໄດ້ກາຍເປັນພື້ນຖານທາງການເມືອງຂອງການເຮັດໃຫ້ສາຍພົວພັນຈີນ-ອາເມຣິກາເປັນປົກກະຕິ ແລະ ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດ.
ທ່ານວາງເວີນປິ່ນກ່າວຕື່ມວ່າ: ສອງປະເທດມີຄວາມຂັດແຍ້ງກັນເປັນສິ່ງທີ່ຫຼີກລ້ຽງບໍ່ໄດ້, ສຳຄັນແມ່ນຄວນຜ່ານຈາກການແລກປ່ຽນຄວາມຄິດເຫັນນຳກັນຢ່າງກົງໄປກົງມາ ເພື່ອຄວບຄຸມແລະຄຸ້ມຄອງຄວາມຂັດແຍ້ງກັນຢ່າງບັງເກີດຜົນ, ປ້ອງກັນບໍ່ໃຫ້ເກີດມີການຕັດສິນໃຈທາງຍຸດທະສາດທີ່ຜິດພາດ ແລະ ຫຼີກເວັ້ນການປະທະກັນແລະການເປັນປໍລະປັກກັນ. ຈີນຫວັງວ່າ, ອາເມຣິກາຈະສາມາດຮ່ວມກັນກັບຝ່າຍຈີນ, ຖອດຖອນບົດຮຽນແລະສະຕິປັນຍາຈາກປະຫວັດສາດໃນຮອບ 50 ປີຜ່ານມາ, ສືບທອດແລະສົ່ງເສີມຈິດໃຈຂອງຖະແຫຼງການຊຽງໄຮ້, ຮ່ວມກັນຊຸກຍູ້ການພົວພັນຈີນ-ອາເມຣິກາໃຫ້ກັບຄືນສູ່ທິດທາງການພັດທະນາທີ່ປອດໃສ ແລະ ໝັ້ນທ່ຽງ.
ຄຳເຫັນ
0