黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ກ່າວ​ວ່າ: ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ຍັງ​ມີ​ບັນ​ຫາ​ສຳ​ຄັນ​ຕ້ອງ​ແກ້​ໄຂ

2022-02-22 15:35:25 cri

ວັນ​ທີ 21 ກຸມ​ພາ​ນີ້, ທ່ານ​ຊາ​ອິດ ຄາ​ຕິບ​ຊາ​ເດ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ: ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ​ຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽນ​ປະ​ເທດ​ໂອ​ຕຼິ​ສ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳ​ຄັນ, ແຕ່​ຍັງ​ມີ​ບັນ​ຫາ​ສຳ​ຄັນ​ຈຳ​ນວນ​ໜຶ່ງ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ.

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 21 ກຸມ​ພາ​ນີ້, ທ່ານ​ຊາ​ອິດ ຄາ​ຕິບ​ຊາ​ເດກ່າວ​ວ່າ: ອີ​ຣານ​ພວມ​ລໍ​ຖ້າ​ປະ​ເທດ​ເ​ອີ​ຣົບ​ແລະ​ອາ​ເມ​ຣິ​ກາ​ຕັດ​ສິນ​ໃຈ, ແຕ່​ວ່າ​ມາ​ຮອດ​ປັດ​ຈຸ​ບັນນີ້​ຍັງ​ບໍ່​​ເຫັນ​ປະ​ເທດ​ເຫຼົ່າ​ນີ້​ສະ​ແດງ​ທ່າ​ທີ​ຂອງ​ຕົນອອກ​ມາ​ເທື່ອ.

ທ່ານ​ຊາ​ອິດ ຄາ​ຕິບ​ຊາ​ເດກ່າວ​ວ່າ: ອີ​ຣານ​ຈະ​ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ບັນ​ຫາ​ທີ່​ກ່ຽວ​ພັນ​ເຖິງ​ສິດ​ແລະ​ຜົນ​ປະ​ໂ​ຫຍດ​ຂອງ​ປະ​ຊາ​ຊົນ​ອີ​ຣານ​ຈົນ​ເທົ່າ​ໃດໆ. ການ​ລົງ​ໂທດຕ່າງໆ​ທີ່​ບໍ່​ສອດ​ຄ່ອງ​ກັບ​ຄຳ​ໝັ້​ນ​ສັນ​ຍາ​ຂອງ​ບາງ​ປະ​ເທດ​ທີ່​ໃຫ້​ໄວ້​ແລະ​ການ​ສະ​ກັດ​ກັ້ນ​ອີ​ຣານ​ບໍ່​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ດ້ານ​ເສດ​ຖະ​ກິດ​ຈາກ​ສັນ​ຍາ​ນິວ​ເຄຼຍ​ອີ​ຣານ​​ນັ້ນຕ້ອງ​ຍົກ​ເລີກ​ທັງ​ໝົດ, ນີ້​ແມ່ນ​ໜຶ່ງ​ໃນ​ຫຼັກ​ການ​ຕົ້ນ​ຕໍ​ຂອງ​ອີ​ຣານ.

ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ກັບ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບບັນ​ຫາ​ນິວ​ເຄຼຍ​ອີ​ຣານ​​ໄດ້ເລີ່ມ​ຈັດ​ການ​ເຈ​​ລະ​ຈາກັນ​ຢູ່​ນະ​ຄອນ​ຫຼວງວຽນ​ປະ​ເທດ​ໂອ​ຕຼິ​ສ​​ໃນ​ເດືອນ​ເມ​ສາ​ປີ 2021, ເພື່ອ​ປຶ​ກ​ສາ​ຫາ​ລື​​ກ່ຽວ​ກັບບັນ​ຫາ​ທີ່​ອາ​ເມ​ຣິ​ກາ​ແລະ​ອີ​ຣານ​ຟື້ນ​ຟູ​ການ​ປະ​ຕິ​ບັດ​​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ, ອາ​ເມ​ຣິ​ກາ​ແມ່ນ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ໂດຍ​​ທາງ​ອ້ອມ.

ຄຳ​ເຫັນ

0