黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຫະພາບເອີຣົບເຫັນດີໃຫ້ນຳໃຊ້ມາດຕະການລົງໂທດຣັດເຊຍຮອບທຳອິດ

2022-02-23 10:33:41 CRI

ຕອນບ່າຍວັນທີ 22 ກຸມພານີ້ຕາມເວລາທ້ອງຖິ່ນ, ທ່ານຊອງ ອີບ ເລີ ດີຢອງ ລັດຖະມົນຕີກະຊວງການຕ່າງປະເທດຝຣັ່ງ ແລະ ທ່ານໂຈເຊັຟ ໂບເຣວ ຜູ້ຕາງຫນ້າຂັ້ນສູງ ດ້ານນະໂຍບາຍການຕ່າງປະເທດແລະຄວາມຫມັ້ນຄົງຂອງສະຫະພາບເອີຣົບ ໄດ້ເຂົ້າຮ່ວມ ກອງປະຊຸມຖະແຫລ່ງຂ່າວກ່ຽວກັບສະຖານະການຢູ່ອູແກຣນໃນປັດຈຸບັນ.

ທ່ານຊອງ ອີບ ເລີ ດີຢອງ ກ່າວວ່າ: 27 ປະເທດສະມາຊິກສະຫະພາບເອີຣົບ ໄດ້ຮ່ວມກັນວິເຄາະສະຖານະການອັນຫນັກຫນ່ວງຂອງວິກິດການຣັດເຊຍ-ອູແກຣນ ແລະ ຜົນຮ້າຍຕາມມາທີ່ອາດຈະເກີດຂຶ້ນ, ແລະໄດ້ຜ່ານການຮັບຮອງເຫັນດີຢ່າງເປັນເອກະພາບກັນ ໃຫ້ນຳໃຊ້ມາດຕະການລົງໂທດສະມາຊັກສະພາດູມາແຫ່ງຊາດຣັດເຊຍ 351 ທ່ານຮອບທຳອິດ. ນອກນີ້, ເປົ້າຫມາຍການລົງໂທດເທື່ອນີ້ຍັງລວມທັງ 27 ອົງກອນ ແລະ ບຸກຄົນຂອງຣັດເຊຍອີກດ້ວຍ ເຊິ່ງລວມທັງຜູ້ຕັດສິນນະໂຍບາຍທາງການເມືອງ ແລະທະນາຄານທີ່ ສະຫນອງທຶນໃຫ້ແກ່ຄົນເຫລົ່ານີ້.

ທ່ານໂຈເຊັຟ ໂບເຣວ ກ່າວວ່າ: ສະຫະພາບເອີຣົບຈະປັບປ່ຽນມາດຕະການການລົງ ໂທດໃຫ້ຫນັກຂຶ້ນ ຫລື ຜ່ອນຄາຍລົງ ແມ່ນອີງຕາມການເຄື່ອນໄຫວຂອງຣັດເຊຍໃນໄລຍະຕໍ່ໄປ, ສະຫະພາບເອີຣັບລົງໂທດຣັດເຊຍ ຈະເປັນການໂຈມຕີຣັດເຊຍຢ່າງຫນັກຫນ່ວງ.

ນອກນີ້, ທ່ານຊອງ ອີບ ເລີ ດີຢອງ ຍັງໄດ້ປະກາດວ່າ: ຈະຍົກເລີກການພົບປະກັບ ທ່ານເຊີເກ ລາຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ທີ່ກຳນົດຈະຈັດຂຶ້ນ ໃນວັນທີ 25 ກຸມພານີ້.

ຄຳ​ເຫັນ

0