黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ອູ​ແກຼນ​ກ່າວ​ວ່າ: ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ປະ​ຖິ້ມ​ອູ​ແກຼນ​ແລ້ວ

2022-02-25 14:42:23 cri

ວັນ​ທີ 25 ກຸ​ມ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ເຊ​ເລນ​ສະ​ກີ ປະ​ທາ​ນາ​ທິ​ບໍ​ດີ​ອູ​ແກຼນ​ກ່າວ​ວ່າ: ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ປະ​ຖິ້ມ​ອູ​ແກຼນ​ແລ້ວ.

ທ່ານ​ເຊ​ເລນ​ສະ​ກີ​ກ່າວ​ວ່າ: ຕົນ​ເອງ​ໄດ້​ຖາມ​ຜູ້​ນຳ​ປະ​ເທດ​ເອີ​ຣົບ 27 ຄົນ​ວ່າ​ອູ​ແກຼນ​ສາ​ມາດ​ເຂົ້າ​ເປັນ​ສະ​ມາ​ຊິກນາ​ໂຕ​ໄດ້​ຫຼື​ບໍ່, ແຕ່​ບໍ່​ໄດ້​ຮັບ​ຄຳ​ຕອບ​ຫຍັງ​ເລີຍ. ນອກ​ນັ້ນ, ທ່ານ​ເຊ​ເລນ​ສະ​ກີ​ຍັງ​ກ່າວ​ວ່າ​ອູ​ແກຼນ​ບໍ່​ຢ້ານ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ກັບ​ຣັດ​ເຊຍ​ກ່ຽວ​ກັບ​ບັນ​ຫາ​ຕ່າງໆ​ລວມ​ທັງ​​ການ​ຮັບ​ປະ​ກັນຄວາມ​​ໝັ້ນ​ຄົງ​ຂອງ​ອູ​ແກຼນ​ແລະ​ຖາ​ນະ​ເປັນ​ກາງ​ຂອງ​ອູ​ແກຼນ​ເປັນ​ຕົ້ນ, ເພາະ​ວ່າ​ອູ​ແກຼນ​ຍັງ​ບໍ່​ແມ່ນ​ສະ​ມາ​ຊິກ​ຂອງ​ອົງ​ການ​ນາ​ໂຕ​ເທື່ອ.

ວັນ​ທີ 23 ກຸມ​ພາ​ນີ້, ນາງເຈນ ປະ​ຊາ​ກີ ໂຄ​ສົກ​ທຳ​ນຽບ​ຂາວ​​ອາ​ເມ​ຣິ​ກາ​ໄດ້ເນັ້ນ​ໜັກ​ອີກ​ວ່າ: ອາ​ເມ​ຣິ​ກາ​ຈະ​ບໍ່​ສູ້​ຮົບ​ກັບ​ຣັດ​ເຊຍ, ທັງ​ຈະ​ບໍ່​ສົ່ງ​ທະ​ຫານ​ໄປ​ອູ​ແກຼນ. ສ່ວນ​ທ່ານ​ເຢນ ສະ​ໂຕນ​ເຕັນ​ເບີກ, ເລ​ຂາ​ທິ​ການ​ໃຫຍ່ນາ​ໂຕກໍ່​ກ່າວ​ໃນ​ວັນ​ທີ 24 ກຸມ​ພາ​ນີ້​ວ່າ, ນາ​ໂຕ​ຈະ​ບໍ່​ສົ່ງ​ທະ​ຫານ​ໄປ​ອູ​ແກຼ​ນ.

ຄຳ​ເຫັນ

0