赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນສົນ​ທະ​ນາກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ​ຜ່ານ​ທາງ​ໂທ​ລະ​ສັບ

2022-02-27 14:58:40 cri

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນສົນ​ທະ​ນາກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ​ຜ່ານ​ທາງ​ໂທ​ລະ​ສັບ_fororder_中德

ວັນ​ທີ 26 ກຸມ​ພານີ້ ທ່ານ​ຫວາງອີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ໄດ້ສົນ​ທະ​ນາ​ກັບ​ທ່ານນາງ ອັນ​ນາເລ​ນາ ແບ​ຣບອກ໊ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເຢຍ​ລະ​ມັນ​ຜ່ານ​ທາງ​ໂທ​ລະ​ສັບ​ຕາມ​ນັດ ໂດຍ​ສອງ​ຝ່າຍ​ໄດ້​ສຸມ​ໃສ່​ການ​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ອູ​ແກຼນ​ໃນ​ປະ​ຈຸ​ບັນ​ນີ້.

ທ່ານ​ຫວາງອີ້​ກ່າວ​ວ່າ, ຈີນ​ສຸດ​ທີ່​ເອົາ​ໃຈ​ໃສ່​ກາ​ນ​ປ່ຽນ​ແປງ​ຂອງ​ສະ​ຖາ​ນະ​ການຢູ່​ອູ​ແກຼນ, ແລະ​ສະ​ໜັບ​ສະ​ໜຸນ​ທຸກ​ຄວາມ​ພະ​ຍາ​ຍາມ​ທີ່​ສາ​ມາດ​ຊ່ວຍ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ແລະ​ແກ້​ໄຂ​ບັນ​ຫານີ້​ດ້ວຍ​ວິ​ທີ​ທາງ​ການ​ເມືອງ. ​ກ່ຽວ​ກັບບັນ​ຫາ​ຄວາມ​ໝັ້ນ​ຄົງ​ຂອງ​ເອີ​ລົບ, ຄວນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​​ຄວາມ​ສົນ​ໃຈ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ປະ​ເທດ​ຕ່າງໆ​. ຈີນ​ບໍ່​ເຫັນ​ດີ​ແກ້​ໄຂ​ບັນ​ຫານີ້​ດ້ວຍ​ການ​ລົງ​ໂທດ, ຍິ່ງ​ຄັດ​ຄ້ານ​ການ​ລົງ​ໂທດ​ແຕ່​ຝ່າຍ​ດຽວ​ທີ່​ໄຮ້​ຫຼັກ​ອ້າງ​ອີງ​ດ້ານ​ກົດ​ໝາຍ​ສາ​ກົນ.

ທ່ານ​ຫວາງອີ້​ກ່າວ​ວ່າ, ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ໄດ້​ປະ​ຕິ​ບັດ​ຕາມ​ພັນ​ທະ​ໜ້າ​ທີ່​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ສາ​ກົນ​ຕະ​ຫຼອດ​ມາ. ພວກ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ສະ​ພາ​ຄວາມ​ໝັ້ນ​ຄົງ​ຖ້າ​ຈະ​ໃຊ້​ການ​ເຄື່ອນ​ໄຫວ​ໃດໆ ຄວນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຜົນ​ດີ​ຕໍ່​ການ​ຊ່ວຍ​ແກ້​ໄຂ​ວິ​ກິດ​ການ​ໃນປັດ​ຈຸ​ບັນ​ດ້ວຍ​ວິ​ທີ​ທາງ​ການ​ເມືອງ, ແຕ່​ບໍ່​ແມ່ນ​ເປັນ​ການ​ປຸກ​ປັ່ນ​ສ້າງ​ການ​ເປັນ​ປໍ​ລະ​ປັກ​ກັນ​ຄັ້ງ​ໃໝ່. ຈີນ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ເພື່ອ​ສະ​ແຫວງ​ຫາ​ສັນ​ຕິ​ພາບ​ແລະ​ບັນ​ລຸ​ສັນ​ຕິ​ພາ​ບ.

ຄຳ​ເຫັນ

0