刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ເທດ​ຊາ​ອຸ​ດິດ​ອາ​ຣັບ​ບີຄົ້ນ​ພົບ​​ບໍ່ອາຍ​ແ​ກັ​ສ​ທຳ​ມະ​ຊາດ​ຂະ​ໜາດ​ໃຫຍ່ 5 ແຫ່ງ​ຢູ່​ພາຍ​ໃນ​ປະ​ເທດ

2022-02-28 11:19:12 cri

图片默认标题_fororder_下载

ວັນ​ທີ 27 ກຸມ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ປະ​ເທດຊາ​ອຸ​ດິດ​ອາ​ຣັບ​ບີໄ​ດ້​ປະ​ກາດ​ວ່າ: ໄດ້​ຄົ້ນ​ພົບ​ບໍ່​ອາຍ​ແກັ​ສ​ທຳ​ມະ​ຊາດ​ຂະ​ໜາດ​ໃຫຍ່ 5 ແຫ່ງ​ຢູ່​ພາຍ​ໃນ​ປະ​ເທດ ເຊິ່ງ​ຈະ​ມີປະ​ລິ​ມານການ​ຜະ​ລິດ​ຫຼາຍກວ່າ 2.831.700 ​ແມັດ​ກ້ອນຕໍ່​ມື້.

ໃນ​ຖາ​ນະ​ເປັນ​ປະ​ເທ​ດ​ໃຫຍ່​ດ້ານການ​ຜະ​ລິດ​ພະ​ລັງ​ງານ, ປະ​ເທດຊາ​ອຸ​ດິດ​ອາ​ຣັບ​ບີໄດ້​ສຸມ​ກຳ​ລັງ​ການ​ນຳ​ໃຊ້ເຊື້ອ​ໄຟ​​ຟອດ​ຊີວ​​ໃສ່​ໃນການ​ສຳຫຼວດ, ການ​ຂຸດ​ຄົ້ນ ແລະ​ການ​ກັ່ນ​ນ້ຳ​ມັນ​ມາ​ໂດຍ​ຕະຫຼອດ, ແຕ່​ເຖິງວ່າປະ​ລິ​ມານສະ​ສົມ​ອາຍ​ແ​ກັ​ສ​ທຳ​ມະ​ຊາດ​ຂອງປະ​ເທດຊາ​ອຸ​ດິດອາ​ຣັບ​ບີ​ຈັດ​ຢູ່​ແຖວ​ໜ້າ​ຂອງ​ໂລກ ເປັນ​ຮອງ​ແຕ່​ປະ​ເທດ​ກາ​ຕາ​ໃນ​ກຸ່ມ​ປະ​ເທດ​ອາ​ຣັບ​ເທົ່າ​ນັ້ນ, ແຕ່​ໃນ​ສູ່​ມື້​ນີ້ ຍັງ​ບໍ່​ທັນ​ໄດ້​ສົ່ງ​ອອກ​ອາຍ​ແກັ​ສ​ທຳ​ມະ​ຊາດ​ຊະ​ນິດ​ນີ້​ເທື່ອ.

ຄຳ​ເຫັນ

0