陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຜ່ານມະຕິຈັດກອງປະຊຸມກ່ຽວກັບສະຖານະການຢູ່ອູແກຣນ

2022-02-28 17:24:47 cri

 

ວັນທີ 27 ກຸມພານີ້,ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ ຈັດກອງປະຊຸມ,ໂດຍໄດ້ລົງຄະແນນສຽງຜ່ານມະຕິເລກທີ 2623 ທີ່ຮຽກຮ້ອງ ໃຫ້ຈັດກອງປະຊຸມສຸກເສີນສະໄໝວິສາມັນຂອງສະມັດຊາໃຫຍ່ອົງການສະຫະ ປະຊາຊາດກ່ຽວກັບສະຖານະການຢູ່ອູແກຣນແລະນີ້ກໍ່ເປັນມະຕິສະບັບທຳອິດທີ່ ສະພາຄວາມໝັ້ນຄົງຜ່ານການຮັບຮອງໃນຮອບ 40 ປີມານີ້.

 

ຮ່າງມະຕິດັ່ງກ່າວແມ່ນອາເມຣິກາແລະອານບານີຍື່ນໃຫ້ສະພາຄວາມໝັ້ນ ຄົງ,ໂດຍຮຽກຮ້ອງໃຫ້ສະມັດຊາໃຫຍ່ອົງການສະຫະປະຊາຊາດຈັດ“ກອງປະຊຸມ ສຸກເສີນສະໄໝວິສາມັນ”ໃນວັນທີ 28 ກຸມພານີ້ເພື່ອປຶກສາຫາລືວ່າຈະເຮັດ ແນວໃດເພື່ອນຳໃຊ້ການເຄື່ອນໄຫວລວມໝູ່ກ່ຽວກັບສະຖານະການຢູ່ອູແກຣນ.

 

ຜົນການລົງຄະແນນສຽງສະແດງໃຫ້ເຫັນວ່າ,ມີ 11 ປະເທດໄດ້ລົງຄະແນນ ສຽງເຫັນດີ,ຣັດເຊຍຄັດຄ້ານ,ຈີນ,ອິນເດຍແລະສະຫະລັດອາຣັບເອມີເຣດບໍ່ອອກ ສຽງ.ອີງຕາມຂໍ້ກຳນົດທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດ, 5 ປະເທດ ສະມາຊິກຖາວອນຂອງສະພາຄວາມໝັ້ນຄົງຄ:ຣັດເຊຍ ຝຣັ່ງ ອັງກິດ ອາເມຣິກາແລະຈີນບໍ່ມີສິດຢັບຢັ້ງການລົງຄະແນນສຽງປະເພດນີ້.

 

ຄຳ​ເຫັນ

0