刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພາ​ລະ​ກິດ​ດ້ານສິດ​ທິ​ມະ​ນຸດ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນຄັ້ງ​ປະ​ຫວັດ​ສາດ​ນັບ​ແຕ່​ກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ​ກອມ​ມູ​ນິດ​ຈີນ​​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ

2022-02-28 16:57:38 cri

ພາ​ລະ​ກິດ​ດ້ານສິດ​ທິ​ມະ​ນຸດ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນຄັ້ງ​ປະ​ຫວັດ​ສາດ​ນັບ​ແຕ່​ກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ​ກອມ​ມູ​ນິດ​ຈີນ​​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ_fororder_7acb0a46f21fbe0992394d4cf40bfe3a8644adfd

ຕອນ​ບ່າຍ​ວັນ​ທີ 25 ກຸມ​ພາ​ນີ້, ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຮ່ຳ​ຮຽນລວມ​ໝູ່​ຄັ້ງທີ 37 ​ໃນ​ຫົວ​ຂໍ້ເສັ້ນ​ທາງ​ການ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ຂອງ​ຈີນ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໄດ້​ເປັນ​ປະ​ທານ ​ແລະ​ໄດ້​ກ່າວ​ເນັ້ນ​ໜັກ​ວ່າ: ການ​ເຄົາ​ລົບ​ແລະ​ຮັບ​ປະ​ກັນ​ດ້​ານສິດ​ທິ​ມະ​ນຸດ​ເປັນ​ການ​ສະ​ແຫວງ​ຫາ​ຢ່າງບໍ່​ລົດ​ລະ​ຂອງ​ຊາວ​ພັກ​ກອມ​ມູ​ນິດ​ຈີນ. ພວກ​ເຮົາ​ຄວນ​ຮັບ​ຮູ້​​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບຄວາມ​ສຳ​ຄັນ​ແລະ​ຄວາມ​ຮີບ​ດ່ວນ​ຂອງ​​ວຽກ​ງານ​ດ້ານສິດ​ທິ​ມະ​ນຸດ​ໃຫ້​ດີ, ຍຶດ​ໝັ້ນ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ຢ່າງ​ໝັ້ນ​ໜຽວບໍ່​ປ່ຽນ​ແປງ, ເອົາ​ໃຈ​ໃສ່​ເຄົາ​ລົບ​ແລະ​ຮັບ​ປະ​ກັນດ້ານ​ສິດ​ທິ​ມະ​ນຸດ​ໃຫ້ຫຼາຍກວ່າ​ເກົ່າ, ຊຸກ​ຍູ້​ການ​ພັດ​ທະ​ນາ​ພາ​ລະ​ກິດ​​ດ້ານສິດ​ທິ​ມະ​ນຸດ​ຂອງ​ຈີນ​ໃຫ້​ດີກວ່າ​ເກົ່າ.

ພາ​ລະ​ກິດ​ດ້ານສິດ​ທິ​ມະ​ນຸດ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນຄັ້ງ​ປະ​ຫວັດ​ສາດ​ນັບ​ແຕ່​ກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ​ກອມ​ມູ​ນິດ​ຈີນ​​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ_fororder_aa64034f78f0f7360217abe38c3e4110e9c413d8

ທ່ານ​ສີ​ຈິ້ນ​ຜິງ​ກ່າວວ່າ: ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ​ກອມ​ມູ​ນິດ​ຈີນ​​ຄັ້ງ​ທີ 18 ເມື່ອ​ປີ 2012 ເປັນ​ຕົ້ນ​ມາ, ພວກ​ເຮົາ​ໄດ້​ຍຶດ​ໝັ້ນ​ການ​ຖື​ເອົາ​ການ​ເຄົາ​ລົບ​ແລະ​ຮັບ​ປະ​ກັນ​​ດ້ານສິດ​ທິ​ມະ​ນຸດ​ເປັນ​ວຽກ​ງານ​ສຳ​ຄັນ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ​, ຊຸກ​ຍູ້​ໃຫ້​ພາ​ລະ​ກິດ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​​ໄດ້ຮັບ​ຜົນ​ສຳ​ເລັດ​ເປັນ​ຄັ້ງ​ປະ​ຫວັດ​ສາດ. ​ສະຫຼຸບ​ໄດ້​ດັ່ງ​ນີ້:

1, ໄດ້ພັດ​ທະ​ນາປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ໃນ​ທຸກ​ຂັ້ນ​ຕອນຢ່າງບໍ່​ຢຸ​ດ​ຢັ້ງ, ຊຸກ​ຍູ້​ສິດ​ທິ​ມະ​ນຸດ​​ໃຫ້ມີ​ການ​ຮັບ​ປະ​ກັນ​​ທາງດ້ານ​ກົດ​ໝາຍ, ປົກ​ປັກ​ຮັກ​ສາ​ຄວາມ​ຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ໃນ​ສັງ​ຄົມ​ຢ່າງ​ເດັດ​ດ່ຽວ, ປະ​ຊາ​ຊົນ​ມີ​ສິດ​ປະ​ຊາ​ທິ​ປະ​ໄຕ​ທີ່ກວ້າງ​ຂວາງກວ່າ​ເກົ່າ, ຫຼາຍກວ່າ​ເກົ່າ ແລະ​ຮອບ​ດ້ານກວ່າ​ເກົ່າ.

2, ໄດ້ຊຸກ​ຍູ້​​ການ​ປະ​ກອບ​ອາ​ຊີບ​ຢ່າງ​ເຕັມ​ສ່ວນກວ່າ​ເກົ່າ ແລະ​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ, ສ້າງ​​ລະ​ບົບ​ການ​ສຶກ​ສາ, ລະ​ບົບ​​ປະ​ກັນ​​ສັງ​ຄົມ, ລະ​ບົບ​ການ​ປິ່ນ​ປົວ​ພະ​ຍາດ​ ທີ່​ມີ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ, ໄດ້ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ.

3, ໄດ້ຍຶດ​ໝັ້ນ​​ການ​ຖື​ເອົາ​ປະ​ຊາ​ຊົນ ແລະ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ເປັນ​​ສິ່ງ​ສຳ​ຄັນ​ທີ່​ສຸດ, ​ໄດ້ຮັບ​ມື​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19 ຢ່າງ​ແຂງ​ແຮງ, ໄດ້​ປົກ​ປ້ອງຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​​ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ​ຢ່າງ​ສຸດ​ຂີດ.

4, ໄດ້ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊົນ​ເຜົ່າ​ແລະ​ນະ​ໂຍ​ບາຍ​ສາ​ສະ​ໜາ​ຂອງ​ພັກ​ຢ່າງ​ຮອບ​ດ້ານ, ​ໄດ້ຍຶດ​ໝັ້ນ​​ການ​ເຮັດ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ມີ​​ຄວາມສະ​ເໝີ​ພາບ​ກັນ, ເຄົາ​ລົບ​ການ​ເຊື່ອ​ຖື​ດ້ານ​ສາ​ສະ​ໜາ​ຂອງ​ປະ​ຊາ​ຊົນ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ບັດ​ດາ​ເຜົ່າ​ມີ​ສິດແລະ​ຜົນ​ປະ​ໂຫຍດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.

5, ໄ​ດ້​ຊຸກ​ຍູ້​​ການ​ປະ​ຕິ​ຮູບ​ລະ​​ບົບ​ຕຸ​ລາ​ການ​ໃຫ້​ເຂົ້າ​ສູ່​ລວງ​ເລິກ, ເພີ່ມ​ທະ​ວີ​ການ​ສ້າງ​ປະ​ເທດ​ຈີນ​ທີ່​ມີ​ຄວາມ​​ສະ​ຫງົບ ແລະ​ປະ​ເທດ​ຈີນ​ທີ່​ປົກ​ຄອງ​ຕາ​​ມກົດ​ໝາຍ, ລົງ​ເລິກ​​ຍົກ​ລະ​ດັບ​ການ​ສຶກ​ສາ​ໃຫ້​ກັບ​ຖັນ​ແຖວ​ຜູ້​ເຮັດ​ວຽກການ​ເມືອງ​ແລະ​ກົດ​ໝາຍ, ດຳ​ເນີນ​ການ​ເຄື່ອນ​ໄຫວ​​ປາບ​ປາມກຸ່ມ​ແກ້ງ​ອາ​ຊະ​ຍາ​ກຳ​ໃນ​ສັງ​ຄົມ​ຢ່າງ​ຮອບ​ດ້ານ, ປາບ​ປາມ​ການ​ກະ​ທຳ​ຜິດກົດ​ໝາຍ​ປະ​ເພດ​ຕ່າງໆ​ຢ່າງ​ເຂັ້ມ​ງວດ ເພື່ອ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມໃນ​ໄລ​ຍະ​ຍາວ​ ແລະ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ.

ພາ​ລະ​ກິດ​ດ້ານສິດ​ທິ​ມະ​ນຸດ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ເປັນຄັ້ງ​ປະ​ຫວັດ​ສາດ​ນັບ​ແຕ່​ກອງ​ປະ​ຊຸມ​ໃຫຍ່ຂອງ​ພັກ​ກອມ​ມູ​ນິດ​ຈີນ​​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ_fororder_48540923dd54564e0a8b5c3f3fb56e8bd0584fbb

 

ຄຳ​ເຫັນ

0