刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ​ຣັດ​ເຊຍ​ແລະ​ອູ​ແກຼນ​ສິ້ນ​ສຸດ​ລົງ​ແລ້ວ ສອງ​ຝ່າຍ​ເຫັນ​ດີ​ຈະສືບ​ຕໍ່​ເຈ​ລະ​ຈາ​ກັນ​ອີກ

2022-03-01 14:53:31 cri

ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ​ຣັດ​ເຊຍ​ແລະ​ອູ​ແກຼນ​ສິ້ນ​ສຸດ​ລົງ​ແລ້ວ ສອງ​ຝ່າຍ​ເຫັນ​ດີ​ຈະສືບ​ຕໍ່​ເຈ​ລະ​ຈາ​ກັນ​ອີກ_fororder_微信图片_20220301145055

ວັນ​ທີ 28 ກຸມ​ພາ​ 2022 ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ຄະ​ນະ​ຜູ້​ແທນ​ຣັດ​ເຊຍ​ແລະ​ອູ​ແກຼນ​ໄດ້​ຈັດ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຢູ່​ລັດ​ໂກ​ເມຍຂອງ​ປະ​ເທດເບ​ລາ​ຣູ​ຊີ. ຫຼັງ​ການ​ເຈ​ລະ​ຈາ​ ສອງ​ຝ່າຍ​ໄດ້​ກ່າວວ່າ: ໄດ້​ພົບ​ເຫັນ​ຈຸດ​ສຳ​ຄັນໃນ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​​ອາດຈະ​ບັນ​ລຸ​​ໄດ້ໃນ​​ຕໍ່​ໜ້າ. ໃນ​ໄລ​ຍະ​ມໍ່ໆ​ນີ້, ​ສອງ​ຝ່າຍຈະ​ຈັດ​ການ​ເຈ​ລະ​ຈາ​ອີກ​ຄັ້ງ​ໜຶ່ງຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ເບ​ລາ​ຣູ​ຊີ​ແລະໂປ​ໂລຍ.

ທ່ານ​ວະ​ລາ​ດີ​ເມຍ ເມ​ດິນ​ສ​ກີ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຣັດ​ເຊຍ​ກ່າວ​ວ່າ: ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ດຳ​ເນີນ​ໄປ​ເກືອບ 5 ຊົ່ວ​ໂມງ ເຊິ່ງ​ໄດ້​ປຶກ​ສາ​ຫາ​ລື​ວາ​ລະ​​ການ​ເຈ​ລະ​ຈາ​ທຸກ​ຢ່າງ. ໃນ​ການ​ເຈ​ລະ​ຈາ, ສອງ​ຝ່າຍ​ໄດ້​ພົບ​ເຫັນ​ຈຸດ​ສຳ​ຄັນ​​ຂອງ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ອາດ​ຈະ​ບັນ​ລຸ​ໄດ້​ໃນ​ຕໍ່​ໜ້າ​. ການ​ເຈ​ລະ​ຈາກ​​ຄັ້ງ​ຕໍ່​ໄປລະ​ຫວ່າງ​ສອ​ງ​ຝ່າຍ ​ຈະ​ຈັດ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ​ເບ​ລາ​ຣູ​ຊີ​ແລະ​ໂປ​ໂລຍ​ໃນ​ໄລ​ຍະ​ໃກ້ໆ​ນີ້.

ຄຳ​ເຫັນ

0