何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ​ເປັນ​ເວ​ລາ 13 ປີ​ລຽນ​ຕິດ

2022-03-01 16:54:04 CRI

ຈີນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ​ເປັນ​ເວ​ລາ 13 ປີ​ລຽນ​ຕິດ_fororder_0301

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໂດຍ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງຄະ​ນະ​ລັດ​ຖະ​ບານ​ຈີນ​ໃນ​ວັນ​ທີ 1 ມີ​ນາ​ນີ້, ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ, ເລີ່ມ​ແຕ່​ປີ 2009 ເປັນ​ຕົ້ນ​ມາ, ຈີນ​ໄດ້​ກາຍເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ​ເປັນ​ເວ​ລາ 13 ປີ​ລຽນ​ຕິດ.

ຕາມ​ຂ່າວ​ແຈ້ງວ່າ, ປີ 2021, ຍອດ​ມູນ​ຄ່າ​ການ​ຄ້າ​ຈີນ-ອາຊຽນ​ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ອີກ​ຄັ້ງ​ໃໝ່, ເຊິ່ງ​ມີ​ເຖິງ 878,2 ຕື້​ໂດ​ລາ​ສະ​ຫະ​ລັດ, ກວມ​ເອົາ 14,5%​​ຂອງຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ. ອາ​ຊຽນ​ໄດ້​​ກາຍເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ​ເປັນ​ເວ​ລາ 2 ປີ​ລຽນ​ຕິດ, ໂຄງ​ປະ​ກອບ​ການ​ຄ້າ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ​ຕ່ອງ​ໂສ້​ອຸດ​ສ​າ​ຫະ​ກຳ ແລະ ຕ່ອງ​ໂສ້​ການ​ສະ​ໜອງ​ມີການ​ພົວ​ພັນ​ກັນ​ທີ່​ໃກ້​ຊິດກວ່າ​ເກົ່າ. ນັບ​ມາ​ຮອດ​ທ້າຍ​ປີ 2021, ຍອດ​ມູນ​ຄ່າ​ການ​ລົງ​ທຶນ​​ລະ​ຫວ່າງ​ຈີນ ແລະ​ອາ​ຊຽນ​ມີ​ປະ​ມານ 300 ຕື້​ໂດ​ລາ​ສະ​ຫະ​ລັດ.

ທ່ານ​ເຊີ້ງ​ຊິ່ວ​ຜິງ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ຈີນຈະ​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ກັບ​ອາ​ຊຽນ​ຕື່ມ​ອີກ. ໃນ 5 ປີ​ຂ້າງ​ໜ້າ, ຈະ​ພະ​ຍາ​ຍາມ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​​ກະ​ສິ​ກຳທີ່​ມີ​ມູນ​ຄ່າ 150 ຕື້​ໂດ​ລາ​ຈາກ​ອາ​ຊຽນ. ​ຈຸດ​ສຸມໃນ​ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ, ​ແມ່ນ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໃໝ່, ເຊັ່ນ: ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19, ເສດ​ຖະ​ກິດ​ດີ​ຈີ​ຕອນ, ສີ​ຂຽວ​ກາກບອນ​ຕ່ຳ ແລະ​ອື່ນໆ, ​ເຜີຍ​ແຜ່​ຮູບ​ແບບ​ການ​ຮ່ວມ​ມື​ທີ່​​ສຳ​ເລັດ​ຜົນ​ແລ້ວ, ຮ່ວມ​ກັນ​ສ້າງ​ເຂດ​ນິ​ຄົມ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຄ້າ​ແບບ​ປະ​ດິດ​ສ້າງ​ໃໝ່. ຊຸກ​ຍູ້​ການ​ສ້າງ​​ແລວ​ທາງ​ໃໝ່​ທາງ​ບົກ-ທາງ​ທະ​ເລ​ຢ່າງ​ຕໍ່​ເນື່ອງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ຄ້ຳ​ປະ​ກັນ​ໃຫ້​ກັບການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ ແລະ ຕ່ອງ​ໂສ້​ການ​ສະ​ໜອງ.

 

ຄຳ​ເຫັນ

0