陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີິ 2021 ຈີນໄດ້ສ້າງສະຖິຕິສູງສຸດເປັນປະຫວັດສາດອີກຄັ້ງໃໝ່ໃນດ້ານ ການດຶງດູດການລົງທຶນຂອງຕ່າງປະເທດ

2022-03-01 16:55:46 cri

ປີິ 2021 ຈີນໄດ້ສ້າງສະຖິຕິສູງສຸດເປັນປະຫວັດສາດອີກຄັ້ງໃໝ່ໃນດ້ານ ການດຶງດູດການລົງທຶນຂອງຕ່າງປະເທດ_fororder_微信图片_20220301

ວັນທີ 1 ມີນານີ້,ທ່ານຫວາງເວີນທ່າວ ລັດຖະມົນຕີກະຊວງການຄ້າ ຈີນໄດ້ກ່າວຢູ່ປັກກິ່ງວ່າ:ສອງປີຜ່ານມາ,ການລົງທຶນຂ້າມຊາດຢູ່ທົ່ວໂລກມີການ ເໜັງຕີງຫຼາຍ,ຈີນຍັງສາມາດດຶງດູດການລົງທຶນຂອງຕ່າງປະເທດໄດ້ຢ່າງໝັ້ນ ທ່ຽງ,ໂດຍເປັນປະເທດທີ່ມີນັກທຸລະກິດຕ່າງປະເທດນິຍົມມາລົງທຶນຫຼາຍທີ່ສຸດ.ປີ 2021,ຈີນໄດ້ສ້າງສະຖິຕິສູງສຸດອີກຄັ້ງໃໝ່ໃນດ້ານການດຶງດູດການລົງທຶນ ຂອງຕ່າງປະເທດ,ຄື:ໄດ້ບັນລຸ 1.150 ຕື້ຢວນ,ເຊິ່ງໄດ້ເພີ່ມຂຶ້ນດ້ວຍ ສອງຕົວເລກເປັນຄັ້ງທຳອິດໃນເກືອບ 10 ປີມານີ້,ການດຶງດູດການລົງທຶນ ຂອງຕ່າງປະເທດໃນດ້ານອຸດສາຫະກຳໄຮເຕັກໄດ້ກວມອັດຕາສ່ວນຫຼາຍກວ່າ 30%ເປັນຄັ້ງທຳອິດ.

 

ທ່ານຫວາງເວີນທ່າວຍັງໄດ້ກ່າວວ່າ,ຈີນຈະເປີດກວ້າງການເປີດປະຕູ ສູ່ພາຍນອກຕື່ມອີກ,ປັບປຸງສະພາບແວດລ້ອມທຸລະກິດໃຫ້ດີຂຶ້ນ,ຜ່ອນຄາຍການ ອະນຸຍາດໃຫ້ເຂົ້າເຖິງຕະຫຼາດຕື່ມອີກ,ຈັດຕັ້ງປະຕິບັດນະໂຍບາຍແລະມາດຕະ ການຕ່າງໆເພື່ອຮັກສາຄວາມໝັ້ນທ່ຽງໃນດ້ານການດຶງດູດການລົງທຶນຂອງຕ່າງ ປະເທດທີ່ລັດວາງອອກນັ້ນໃຫ້ດີ.ຈະຊັກນຳທຶນຕ່າງປະເທດເຂົ້າສູ່ອຸດສາຫະກຳ ການຜະລິດທີ່ກ້າວໜ້າ,ອຸດສາຫະກຳຈະເລີນໃໝ່ທີ່ມີລັກສະນະຍຸດທະສາດ ພ້ອມດ້ວຍເສດຖະກິດດີຈີຕອນ,ການພັດທະນາຕາມທິດສີຂຽວແລະຂົງເຂດອື່ນໆ ໃຫ້ຫຼາຍກວ່າເກົ່າ.

 

ນອກນີ້,ການຄ້າລະຫວ່າງຈີນກັບປະເທດລຽບຕາມໜຶ່ງແລວໜຶ່ງເສັ້ນທາງ ໄດ້ບັນລຸ 1.800 ຕື້ໂດລາສະຫະລັດ,ເພີ່ມຂຶ້ນ 32,4%ເມື່ອທຽບໃສ່ໄລຍະ ດຽວກັນຂອງປີ2020;ການລົງທຶນໂດຍກົງຂອງຈີນຢູ່ປະເທດລຽບຕາມໜຶ່ງແລວໜຶ່ງເສັ້ນທາງມີເຖິງ 21,46 ຕື້ໂດລາສະຫະລັດ,ເພີ່ມຂຶ້ນ 15,3%;ສາມາດດຶງດູດການ ລົງທຶນຈາກປະເທດທີ່ຢູ່ລຽບຕາມໜຶ່ງແລວໜຶ່ງເສັ້ນທາງໄດ້ເຖິງ 11.25 ຕື້ ໂດລາສະຫະລັດ,ເພີ່ມຂຶ້ນ 36%;ຈັງຫວະຄວາມໄວດ້ານການ ເຕີບໂຕລ້ວນແຕ່ສູງກວ່າຈັງຫວະຄວາມໄວໂດຍລວມ.

ຄຳ​ເຫັນ

0