何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຂກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13

2022-03-04 16:00:18 CRI

ໄຂກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄຂ​ຂຶ້ນ_fororder_0304-4

ຕອນ​ບ່າຍ​ວັນ​ທີ 4 ມີ​ນາ​ນີ້, ກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ​ໄດ້ໄຂ​ຂຶ້ນຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ, ຜູ້​ນຳ​ພັກ ແລະລັດ​ຖະ​ບານ​ທ່ານ​ອື່ນໆ​ໄດ້​ເຂົ້າ​ຮ່ວມ. ​ປະ​ເທດຈີນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ຈັດ​ກອງ​ປ​ະ​ຊຸມ​ສອງ​ສະ​ພາ​ໃນ​ປີ​ນີ້.

ໄຂກອງ​ປະ​ຊຸມ​ຄັ້ງ​ທີ 5 ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໄຂ​ຂຶ້ນ_fororder_微信图片_20220304155954

ສະ​ມາ​ຊິກສະ​ພາ​ປຶກ​ສາ​ການ​ເມືອງ​​ປະ​ຊາ​ຊົນແຫ່ງ​ຊາດ​ເກືອບ 2000 ທ່ານ​ທີ່​ມາ​ຈາກ​ພັກ​ການ​ເມືອງ​ຕ່າງໆ, ຊົນ​ເຜົ່າ​ຕ່າງໆ ແລະ ວົງ​ການ​ຕ່າງໆ​ພາຍ​ໃນ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້. ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 6 ວັນ, ໂດຍ​ຈະ​ພິ​ຈາ​ລະ​ນາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ຄະ​​ນະ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ແລະ ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ວຽກ​ງານ ​ສະ​ເໜີ​ຍັດ​ຕິ, ​ແລະ​ຈະເຂົ້າ​ຮ່ວມກອງ​ປະ​ຊຸມ​ປະ​ຈຳ​ປີ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ເຊິ່ງ​ເປັນ​ອົງ​ການ​ອຳ​ນາດ​ສູງ​ສຸດ​ແຫ່ງ​ຊາດ​ຈີນ, ຮັບ​ຟັງ ແລະ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບົດ​ລາຍ​ງານວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ ແລະ​ອື່ນໆ.

ຄຳ​ເຫັນ

0