秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເດັດດ່ຽວຄັດຄ້ານການກະທຳທີ່ເປັນການແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ ແລະເດັດດ່ຽວຄັດຄ້ານການແຊກແຊງຈາກອິດທິກຳລັງພາຍນອກ

2022-03-05 11:19:06 cri

ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດ​ຖະ​ບານ​ຈີນ​ທີ່​ເປີດ​ເຜີຍ​ໃນ​ວັນ​ທີ 5 ມີ​ນາ​ນີ້ ໄດ້​ກ່າວ​ເຖິງ​ສາຍ​ພົວ​ພັນ​ລະ​ຫ​ວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ ໂດຍ​ໄດ້​ລະ​ບຸ​ວ່າ: ຈີນ​ເດັດ​ດ່​ຽວຄັດ​ຄ້ານ​ການ​ກະ​ທຳ​ທີ່​ເປັນ​ການ​ແບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອ​ກະ​ລາດ ແລະ​ເດັດ​ດ່ຽວຄັດ​ຄ້ານ​ການ​ແຊກ​ແຊງ​ຈາກ​ອິດ​ທິ​ກຳ​ລັງ​ພາຍ​ນອກ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ລະ​ບຸ​ວ່າ: ຕ້ອງ​ຍຶດ​ໝັ້ນ​ໃນ​ທິດ​ທາງ ແລະ​ນະ​ໂຍ​ບາຍ​​ລວມ​ກ່ຽວ​ກັບ​ວຽກ​ງານ​ໄຕ້​ຫວັນ, ປະ​ຕິ​ບັດ​ຕາມ​ຍຸດ​ທະ​ສາດ​​ລ​ວມ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ໄຕ້​ຫວັນ​ໃນ​ສະ​ໄໝ​ໃໝ່, ຍຶດ​ໝັ້ນໃນຫຼັກ​ໝັ້ນ​ປະ​ເທດ​ຈີນ​ດຽວ ແລະ “ຄວາມ​ຮັບ​ຮູ້​​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃນ​ປີ 1992”, ຊຸກ​ຍູ້​​ໃຫ້ສາຍ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ພັດ​ທະ​ນາ​ໂດຍ​ສັນ​ຕິ ແລະເຕົ້າ​ໂຮມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຂອງຊາດ​ຈີນ.

ບົດ​ລາຍ​ງານ​ດັ່ງ​ກ່າວຍັງ​ໄດ້​ຊີ້​ອອກວ່າ: ພີ່​ນ້ອງ​ຮ່ວມ​ຊາດ​ສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ຕ້ອງ​ຮ່ວມ​ຈິດ​ຮ່ວມ​ໃຈ​ກັນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍ​າກ, ຮ່ວມ​ກັນ​ສ້າງ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ຊາດ​ຈີນ.

ຄຳ​ເຫັນ

0