蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ປູ​ຕິນ​ກ່າວ​ວ່າ​ການ​ໂຈມ​ຕີ​ພື້ນ​ຖານ​ໂຄງ​ລ່າງທາງດ້ານ​ການ​ທະ​ຫານ​ຂອງ​ອູ​ແກຼນ​ໃກ້​ຈະ​ສິ້ນ​ສຸດ​ລົງ ການ​ເຈ​ລະ​ຈາ​ສອງ​ຝ່າຍຮອບ 3 ຈະ​ຈັດ​ຂຶ້ນໃນ​ວັນ​ທີ 7 ມີ​ນານີ້

2022-03-07 15:29:37 CRI

ທ່ານ​ປູ​ຕິນ​ກ່າວ​ວ່າ​ການ​ໂຈມ​ຕີ​ພື້ນ​ຖານ​ໂຄງ​ລ່າງທາງດ້ານ​ການ​ທະ​ຫານ​ຂອງ​ອູ​ແກຼນ​ໃກ້​ຈະ​ສິ້ນ​ສຸດ​ລົງ ການ​ເຈ​ລະ​ຈາ​ສອງ​ຝ່າຍຮອບ 3 ຈະ​ຈັດ​ຂຶ້ນໃນ​ວັນ​ທີ 7 ມີ​ນານີ້_fororder_pujingwukelan

     ຂ່າວ​ສານ​ຊີ່ນ​ຮ​ວາ​ລາຍ​ງານ​ວ່າ: ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 5 ມີ​ນານີ້​ວ່າ​, ການ​ເຄື່ອນ​ໄຫວທາງ​ການ​ທະ​ຫານ​ພິ​ເສດ​ຂອງ​ຣັດ​ເຊຍ​ກຳ​ລັງ​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ​ຕາມ​ແຜນ​ການ, ໜ້າ​ທີ່​ໂຈມ​ຕີ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ການ​ທະ​ຫານ​ຂອງ​ອູ​ແກຼນ​ໃກ້​ຈະ​ສິ້ນ​ສຸດ​ລົງແລ້ວ. ທ່ານ​ເດ​ວິດ ອາ​ລາ​ຮາ​ມີ​ຢາ ຜູ້​ຕາງ​ໜ້າ​ການ​ເຈ​ລະ​ຈາ ຫົວ​ໜ້າ​ພັກເພື່ອ​ປະ​ຊາ​ຊົນ​ອູ​ແກຼນ​ກ່າວ​ໃນ​ມື້​ດຽວ​ກັນ​ວ່າ: ຄະ​ນະ​ຜູ້​ແທນຂອງ​ອູ​ແກຼນແລະ​ຣັດ​ເຊຍ​ຈະ​ຈັດ​ການ​ເຈ​ລະ​ຈາ​ຮອບ 3 ໃນ​ວັນ​ທີ 7 ມີ​ນານີ້.

ວັນ​ທີ 6 ມີ​ນານີ້, ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ​ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ: ມີ​ແຕ່​ອູ​ແກຼນ​ຢຸດ​ຍິງ​ແລະ​ຕອບ​ສະ​ໜອງຕາມ​ຄວາມ​ຮຽກ​ຮ້ອງ​​ຂອງ​ຣັດ​ເຊຍເທົ່າ​ນັ້ນ, ການ​ເຄື່ອນ​ໄຫວທາງ​ດ້ານ​ການ​ທະ​ຫານ​ພິ​ເສດ​ຂອງ​ຣັດ​ເຊຍ​ຈຶ່ງ​ຈະ​ສິ້ນ​ສຸດ​ລົງ. ວັນ​ທີ 5 ມີ​ນານີ້, ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ກ່າວ​ໃນ​ເວ​ລາໂທ​ລະ​ສັບ​ລົມ​ກັບ​ທ່ານວາ​ລາດີ​ເມຍ ເຊ​ເລນ​ສະ​ກີ ປະ​ທາ​ນາ​ທິ​ບໍ​ດີ​ອູ​ແກຼນວ່າ: ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ກຳ​ລັງ​ເພີ່ມ​ການຊ່ວຍ​ເຫຼືອໃຫ້​ອູ​ແກຼນ​ຈາກດ້ານ​ຄວາມ​ໝັ້ນ​ຄົງ ມະ​ນຸດ​ສະ​ທຳ​ ແລະ​ເສດ​ຖະ​ກິດ.​

ຄຳ​ເຫັນ

0