陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງກ່າວວ່າ:ໃນວຽກງານຕ່າງໆນາໆນັ້ນ,ບັນຫາອາຫານການກິນແມ່ນວຽກງານໃຫຍ່ທີ່ສຸດ

2022-03-07 17:04:26 cri

ທ່ານສີຈິ້ນຜິງກ່າວວ່າ:ໃນວຽກງານຕ່າງໆນາໆນັ້ນ,ບັນຫາອາຫານການກິນແມ່ນວຽກງານໃຫຍ່ທີ່ສຸດ_fororder_微信图片_20220307170814

ຕອນບ່າຍວັນທີ 6 ມີນານີ້,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກຄອມມຸນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ໄປຢ້ຽມຢາມຄະນະຜູ້ແທນຈາກວົງການກະສິກຳ ວົງການສະຫວັດດີການສັງຄົມແລະການປະກັນສັງຄົມທີ່ ເຂົ້າຮ່ວມກອງປະຊຸມຄັ້ງທີ 5 ສະພາປຶກສາການເມືອງປະຊາົຊນແຫ່ງຊາດຈີນ ຊຸດທີ 13.ທ່ານກ່າວເນັ້ນວ່າ:ການປະຕິບັດຍຸດທະສາດສ້າງຊົນນະບົດໃຫ້ ຈະເລີນຕ້ອງຖືເອົາການຮັບປະກັນດ້ານການສະໜອງຜະລິດຕະພັນກະສິກຳທີ່ສຳຄັນ ໂດຍສະເພາະແມ່ນສະບຽງອາຫານໄວ້ເປັນໜ້າທີ່ສຳຄັນອັນດັບໜຶ່ງ,ຖືເອົາ ການຍົກສູງຄວາມສາມາດການຜະລິດສັງລວມດ້ານກະສິກຳເປັນໜ້າທີ່ທີ່ພົ້ນເດັ່ນກວ່າເກົ່າ,ຕ້ອງປະຕິບັດຕາມທິດທາງ"ມີສະບຽງອາຫານຂຶ້ນຢູ່ກັບທີ່ດິນ ມີສະບຽງອາຫານຂຶ້ນຢູ່ກັບເຕັກໂນໂລຊີ"ຢ່າງແທ້ຈ້ງ.

 

ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ:ຄວາມໝັ້ນຄົງດ້ານສະບຽງອາຫານແມ່ນວຽກ ງານທີ່ສຳຄັນກວ່າໝູ່ຂອງປະເທດ.ໃນວຽກງານຕ່າງໆນາໆນັ້ນ,ບັນຫາອາຫານ ການກິນແມ່ນບັນຫາທີ່ໃຫຍ່ທີ່ສຸດ.ປະຊາຊົນຖືເອົາອາຫານການກິນເປັນບັນຫາ ພື້ນຖານໃນການດຳລົງຊີວິດ.ດ້ວຍຄວາມພະຍາຍາມຢ່າງລຳບາກ,ປະເທດຈີນ ຈຶ່ງສາມາດລ້ຽງປະຊາຊົນເກືອບ 1 ສ່ວນ 5 ຂອງໂລກໄດ້ດ້ວຍການນຳໃຊ້ ເນື້ອທີ່ດິນປູກຝັງ 9%ໂລກແລະຊັບພະຍາກອນນ້ຳຈືດ 6%ຂອງໂລກ,ໄດ້ປ່ຽນແປງສະພາບຈາກ 400 ລ້ານຄົນກິນບໍ່ອິ່ມໃນເມື່ອກ່ອນກາຍມາເປັນ ສະພາບທີ່ 1,4 ຕື້ກວ່າຄົນກິນດີກິນອິ່ມຄືຊູ່ມື້ນີ້,ໄດ້ໃຫ້ຄຳຕອບທີ່ໜັກແໜ້ນ ກ່ຽວກັບຕໍ່ບັນຫາທີ່ວ່າໃຜເປັນຜູ້ລ້ຽງປະເທດຈີນນັ້ນຢ່າງແຂງແຮງ.ຜົນງານນີ້ຍາດມາໄດ້ບໍ່ແມ່ນງ່າຍ,ຕ້ອງສືບຕໍປົກປັກຮັກສາແລະເສີມຂະຫຍາຍ.

 

ທ່ານສີິຈິ້ນຜິງຊີ້ອອກວ່າ:ດິນປູກຝັງແມ່ນພື້ນຖານຂອງການຜະລິດ ສະບຽງອາຫານ.ເນື້ອທີ່ນາກໍ່ແມ່ນເນື້ອທີ່ນາ,ມີແຕ່ສາມາດນຳໃຊ້ ມັນເພື່ອ ພັດທະນາການປູກຝັງໂດຍສະເພາະແມ່ນການຜະລິດສະບຽງອາຫານ,ຕ້ອງ ຈັດຕັ້ງປະຕິບັດລະບຽບການປົກປ້ອງດິນປູກຝັງທີ່ເຂັ້ມງວດທີ່ສຸດ,ເພີ່ມທະວີການ ຄຸ້ມຄອງການນຳໃຊ້,ເຮັດໃຫ້ການຄອບຄອງທີ່ດິນແລະການຊົດເຊີຍມີຄວາມ ດຸນດ່ຽງກັນ,ເພີ່ມທະວີການຕິດຕາມຄຸ້ມຄອງການໂອນສິດນຳໃຊ້ທີ່ດິນ,ຊຸກຍູ້ການນຳໃຊ້ດິນຮົກເຮື້ອ,ເດັດດ່ຽວສະກັດກັ້ນການນຳໃຊ້ດິນປູກຝັງໄປ ໃນທາງທີ່ບໍ່ແມ່ນຮັບໃຊ້ກະສິກຳແລະການນຳໃຊ້ເນື້ອທີ່ດິນປູກຝັງໄປໃຊ້ໃນທາງທີ່ບໍ່ແມ່ນເພື່ອຜະລິດສະບຽງອາຫານ.ເນື້ອທີ່ນາຕ້ອງແມ່ນນາດີ,ຕ້ອງສ້າງເຂດ ຜະລິດສະບຽງອາຫານຂອງປະເທດທີ່ມີຄວາມໝັ້ນຄົງ,ເພີ່ມທະວີການສ້າງຊົນລະ ປະທານສຳລັບເນື້ອທີ່ນາ,ປະຕິບັດໂຄງການອະນຸລັກດິນດຳ,ແບ່ງປະເພດເພື່ອ ປັບປຸງດິນເຄັມ,ພະຍາຍາມສ້າງເນື້ອທີ່ນາທີ່ມີມາດຕະຖານສູງໃຫ້ໄດ້ປະມານ 67.000.000 ເຮັກຕາໃຫ້ສຳເລັດ.ຕ້ອງນຳໃຊ້ມາດຕະການ"ໄມ້ແຂງ",ຮັດແໜ້ນຄວາມຮັບຜິດຊອບຂອງອົງຄະນະພັກແລະອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆໃນການອະນລັກດິນປູກຝັງນັ້ນຢ່າງຮອບດ້ານ,ສູນກາງຕ້ອງເຊັນສັນຍາ ແບບໃບປະຕິຍານການທະຫານວ່າດ້ວຍການອະນຸລັກດິນປູກຝັງກັບທ້ອງຖິ່ນຕ່າງໆ,ຕິດຕາມກວດສອບຢ່າງເຂັ້ມງວດ ແລະທາວຫາຄວາມຮັບຜິດຊອບ ຕະຫຼອດຊີວິດ,ຮັບປະກັນໃຫ້ດິນປູກຝັງບໍ່ໃຫ້ມີໜ້ອຍກວ່າ 120.000.000 ເຮັກຕາຢ່າງແທ້ຈິງ.

ຄຳ​ເຫັນ

0