蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງຢີ້​ກ່າວ​ວ່າ: ຈີນ​ແລະ​ອາ​ເມ​ຣິ​ກາ​ຄວນ​ສ້າງ​ມິດ​ຕະ​ພາບ​ຄືນ​ໃໝ່ ແລະ​ກຳ​ນົດ​ເສັ້ນ​ທາງ​ໃໝ່

2022-03-08 14:04:38 CRI

ທ່ານ​ຫວາງຢີ້​ກ່າວ​ວ່າ: ຈີນ​ແລະ​ອາ​ເມ​ຣິ​ກາ​ຄວນ​ສ້າງ​ມິດ​ຕະ​ພາບ​ຄືນ​ໃໝ່ ແລະ​ກຳ​ນົດ​ເສັ້ນ​ທາງ​ໃໝ່_fororder_wangyijizhehui

     ວັນ​ທີ 7 ມີ​ນານີ້, ທ່ານ​ຫວາງຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຊີ້​ໃຫ້​ເຫັນ​ວ່າ: ຈີນ​ແລະ​ອາ​ເມ​ຣິ​ກາ​ຄວນ​ສ້າງ​ມິດ​ຕະ​ພາບ​ຄືນ​ໃໝ່ ແລະ​ກຳ​ນົດ​ເສັ້ນ​ທາງ​ໃໝ່.

     ທ່ານ​ຫວາງຢີ້​ກ່າວ​ວ່າ: ຝ່າຍ​ຈີນ​ເຫັນ​ວ່າ, ການ​ແຂ່ງ​ຂັນ​ກັນ​ລະ​ຫວ່າງ​ປະ​ເທດ​ໃຫຍ່ບໍ່​ແມ່ນ​ຫົວ​ຂໍ້​ຫຼັກ​ຂອງ​ຍຸກ​ສະ​ໄໝ, ການ​ເປັນ​ປໍ​ລະ​ປັກ​ກັນແບບ​ເຈົ້າ​ໄດ້​ຂ້ອຍ​ເສຍ​ຫຼື​ເກມ​ຜົນ​ລວມ​ເປັນ​ສູນນັ້ນ ບໍ່​ແມ່ນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ. ໃນ​ຍຸກໂລ​ກາ​ພິ​ວັດ​ທີ່​ແຕ່​ລະ​ຝ່າຍຕ້ອງເພິ່ງ​ພາ​ອາ​ໄສ​ກັນ, ຈີນ​ແລະ​ອາ​ເມ​ຣິ​ກາ​ທີ່​ເປັນ​ສອງ​ປະ​ເທດ​ໃຫຍ່​ຄວນ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາ​ມາດ​ຊອກ​ເຫັນ​ວິ​ທີ​ຢູ່​ຮ່ວມ​ກັນ​ທີ່​ຖືກ​ຕ້ອງໄດ້​ນັ້ນ ຈຶ່ງ​ແມ່ນ​ວິ​ທີ​ທີ່​ສັງ​ຄົມ​ມະ​ນຸດບໍ່​ເຄີຍ​ພົບ​ເຫັນ​ມາ​ກ່ອນ, ຍັງ​ແມ່ນ​ບັນ​ຫາ​ທີ່​ສອງ​ປະ​ເທດ​ຕ້ອງ​ແກ້​ໄຂ​ຮ່ວມ​ກັນ.

     ທ່ານ​ຫວາງຢີ້​ຍັງກ່າວ​ເນັ້ນ​ວ່າ: ສອງ​ຝ່າຍ​ຄວນ​ຫັນ​ປ່ຽນ​ນະ​ໂຍ​ບາຍ​ແຂ່ງ​ຂັນ​ກັນ ຮ່ວມ​ມື​ກັນ ແລະ​ເປັນ​ປໍ​ລະ​ປັກ​ກັນ 3 ຢ່າງນີ້​ດ້ວຍ​ການ​ຫັນ​ມາ​ປະ​ຕິ​ບັດ​ຕາມ​ 3 ຫຼັກ​ການ​ຂອງ​ການເຄົາ​ລົບ​ກັນ ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ ຮ່ວມ​ມືກັນ​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ອາ​ເມ​ຣິ​ກາຄວນ​ນຳໃຊ້​ນະ​ໂຍ​ບາຍທີ່​ມີ​ຕໍ່​ຈີນ​ທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ຖືກ​ຕ້ອງ​ຄືນ​ໃໝ່ ແລະ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ເມ​ຣິ​ກາ​ກັບ​ຄືນ​ສູ່​ເສັ້ນ​ທາງ​ທີ່​ປອດ​ໄພ​ໝັ້ນ​ທ່ຽງ​ແລະ​ຖືກ​ຕ້ອງ​.

ຄຳ​ເຫັນ

0