徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະມົນຕີກະຊວງການຕ່າງປະເທດຈີນ: ຄວາມທະນົງຕົວບໍ່ແມ່ນຄວາມເປັນທຳດ້ານປະຊາທິປະໄຕ ແຕ່ຫາກແມ່ນໄພພິບັດດ້ານປະຊາທິປະໄຕ

2022-03-08 15:07:14 cri

 

ລັດຖະມົນຕີກະຊວງການຕ່າງປະເທດຈີນ: ຄວາມທະນົງຕົວບໍ່ແມ່ນຄວາມເປັນທຳດ້ານປະຊາທິປະໄຕ ແຕ່ຫາກແມ່ນໄພພິບັດດ້ານປະຊາທິປະໄຕ_fororder_WechatIMG283

 

ຕາມຂ່າວCRI: ວັນທີ 7 ມີນານີີ້, ທ່ານຫວາງຢີ້, ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ: ໃນປີ 2021, ອາເມຣິກາໄດ້ຊູຄັນທຸງ “ປະຊາທິປະໄຕ” ດ້ວຍການຈັດ “ກອງປະຊຸມສຸດຍອດປະຊາທິປະໄຕ”, ປັດເຂ່ຍບັນດາປະເທດເກືອບເຄິ່ງໜຶ່ງຂອງໂລກບໍ່ໃຫ້ເຂົ້າຮ່ວມ.  ດຳເນີນການແບ່ງແຍກໂລກ, ນີ້ແມ່ນການຢຽບຢ່ຳຈິດໃຈປະຊາທິປະໄຕຢ່າງແທ້ຈິງ, ການຈັດກອງປະຊຸມສຸດຍອດປະຊາທິປະໄຕແບບນີ້ອີກຄັ້ງໃໝ່ຈະບໍ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຄົມໂລກ.

 

ທ່ານຫວາງຢີ້ໄດ້ຊີ້ອອກວ່າ: ປະຊາທິປະໄຕປະຊາຊົນທົ່ວຂະບວນການຂອງຈີນແມ່ນປະຊາທິປະໄຕທີ່ກວ້າງຂວາງແລະຄົບຖ້ວນ, ຕິດແທ້ຕົວຈິງແລະມີຜົນປະໂຫຍດຕົວຈິງ, ເຊິ່ງໄດ້ຮັບການສະໜັບສະໜູນຢ່າງຈິງໃຈຈາກປະຊາຊົນຈີນທຸກຖ້ວນໜ້າ. ຈີນເຫັນວ່າ: ຕາມຮູບແບບການກຳນົດ “ມາດຕະຖານປະຊາທິປະໄຕ”, ແບບແາເມຣິກາແມ່ນການສະແດງອອກແບບບໍ່ມີປະຊາທິປະໄຕຄົບຖ້ວນ. ທັງແມ່ນການແຊກແຊງວຽກງານພາຍໃນຂອງປະເທດອື່ນດ້ວຍຂໍ້ອ້າງ “ປະຊາທິປະໄຕ”,​ ພຽງແຕ່ຈະເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບທາງລົບເທົ່ານັ້ນ. ຄວາມທະນົງຕົວບໍ່ແມ່ນຄວາມເປັນທຳໃນດ້ານປະຊາທິປະໄຕແຕ່ຫາກແມ່ນໄພພິບັດດ້ານປະຊາທິປະໄຕເທົ່ານັ້ນ.

ຄຳ​ເຫັນ

0