徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜີງສົ່ງສານສະແດງຄວາມເຫັນໃຈໄປຍັງປະທານາທິບໍດີປາກີສະຖານກ່ຽວກັບເຫດການຫຼອນໂຈມຕີແບບກໍ່ການຮ້າຍຢູ່ປາກີສະຖານ

2022-03-08 14:47:29 cri

ທ່ານສີຈິ້ນຜີງສົ່ງສານສະແດງຄວາມເຫັນໃຈໄປຍັງປະທານາທິບໍດີປາກີສະຖານກ່ຽວກັບເຫດການຫຼອນໂຈມຕີແບບກໍ່ການຮ້າຍຢູ່ປາກີສະຖານ_fororder_WechatIMG282

 

ຕາມຂ່າວCRI: ວັນທີ 7 ມີນານີ້, ທ່ານສີຈິ້ນຜີງ, ປະທານປະເທດຈີນໄດ້ສົ່ງສານສະແດງຄວາມເຫັນໃຈໄປຍັງທ່ານອາຣິຟ ອາວີ, ປະທານາທິບໍດີປາກີສະຖານກ່ຽວກັບເຫດການຫຼອນໂຈມຕີກໍ່ການຮ້າຍຢ່າງຮ້າຍແຮງທີ່ໄດ້ເກີດຂຶ້ນຢູ່ປາກີສະຖານ.

 

ທ່ານສີຈິ້ນຜີງກ່າວວ່າ: ຂ້າພະເຈົ້າຕົກໃຈເມື່ອໄດ້ຮັບຊາບວ່າຢູ່ນະຄອນເປຊາວາແຂວງໄຄເບີປາກຕຸນກາວາປະເທດປາກີສະຖານໄດ້ເກີດເຫດແບບຫຼອນໂຈມຕີການກໍ່ການຮ້າຍຢ່າງຮ້າຍແຮງ, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບຢ່າງຫຼວງຫຼາຍ. ຂ້າພະເຈົ້າຂໍຕາງໜ້າລັດຖະບານແລະປະຊາຊົນຈີນສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງເຖິງຜູ້ເສຍຊີວິດ, ສະແດງຄວາມເຫັນໃຈຕໍ່ຜູ້ບາດເຈັບແລະຄອບຄົວຂອງຜູ້ເສຍຊີວິດດ້ວຍຄວາມຈິງໃຈ. ຈີນໄດ້ກ່າວປະນາມຢ່າງຮຸນແຮງຕໍ່ກັບເຫດການຫຼອນໂຈມຕີແບບກໍ່ການຮ້າຍຄັ້ງນີ້, ຈີນເດັດດ່ຽວສະໜັບສະໜູນຄວາມພະຍາຍາມຂອງລັດຖະບານພ້ອມດ້ວຍປະຊາຊົນປາກີສະຖານໃນການເຄື່ອນໄຫວກໍ່ການຮ້າຍ, ເພື່ອປົກປັກຮັກສາສະຖຽນລະພາບຂອງປະເທດແລະການຮັກສາຄວາມປອດໄພດ້ານຊີວິດຂອງປະຊາຊົນ.

 

ໃນມື້ດຽວກັນນີ້, ທ່ານຫຼີເຄີ້ສຽງ, ນາຍົກລັດຖະມົນຕີຈີນກໍ່ໄດ້ສົ່ງສານສະແດງຄວາມເຫັນໃຈໄປຍັງທ່ານອິມຣານ ຄານ,​ ນາຍົກລັດຖະມົນຕີປາກີສະຖານກ່ຽວກັບເລື່ອງນີ້ເຊັ່ນດຽວກັນ.

 

 

 

 

 

ຄຳ​ເຫັນ

0