尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຣັດ​ເຊຍ​ກ່າວ​ວ່າ: ການ​ເຈ​ລະ​ຈາ​ຮອບ​ທີ 3 ລະ​ຫວ່າງ​ຣັດ​ເຊຍ-ອູ​ແກ​ຣນ​ບໍ່​ບັນ​ລຸ​ເປົ້າ​ໝາຍ​ທີ່​ຄາດ​ໄວ້

2022-03-08 15:56:33 cri

ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຣັດ​ເຊຍ​ກ່າວ​ວ່າ: ການ​ເຈ​ລະ​ຈາ​ຮອບ​ທີ 3 ລະ​ຫວ່າງ​ຣັດ​ເຊຍ-ອູ​ແກ​ຣນ​ບໍ່​ບັນ​ລຸ​ເປົ້າ​ໝາຍ​ທີ່​ຄາດ​ໄວ້_fororder_86d6277f9e2f07082b391ea3fff84690a801f2be

      ວັນ​ທີ 7 ມີ​ນາ​ນີ້, ທ່ານ ວະ​ລາ​ດີ​ເມຍ ເມ​ດິນ​​ສະ​ກີ ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຣັດ​ເຊຍ, ຜູ້​ຊ່ວຍ​ວຽກ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ: ການ​ເຈ​ລະ​ຈາ​​ສັນ​ຕິ​ພາບ​ລະ​ຫວ່າງຣັດ​ເຊຍ-ອູ​ແກ​ຣນ​ຮອບ​ທີ 3 ທີ່​ຈັດ​ຂຶ້ນ​ຢູ່​​ປ່າ​ໄມ້​ແຫ່ງ​ຊາດ​ເບຍ​ລາ​ເວ​ສ​ກາ​ຢາ​ບູ​ຊາ​ທີ່​ປະ​ເທດເບ​ລາ​ຣູ​ຊີ​ບໍ່​ບັນ​ລຸ​ເປົ້າ​ໝາຍ​ທີ່​ຄາດ​ໄວ້,ແຕ່​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ​ຍັງ​ຈະ​ສືບ​ຕໍ່ອີກ.

      ທ່ານ ວະ​ລາ​ດີ​ເມຍ ເມ​ດິນ​ສະ​ກີ ກ່າວ​ວ່າ: ​​ຣັດ​ເຊຍ​ໄດ້​ສະ​ເໜີໃຫ້​ເປີດ​​ຊ່ອງ​ທາງມະ​ນຸດ​ສະ​ທຳ​ອີກ​ເທື່ອ​ໜຶ່ງ​ໃນ​ວັນ​ທີ 8 ມີ​ນາ​ນີ້​ເຊິ່ງ​ໄດ້​ຮັບ​ການ​ເຫັນ​ດີຈາກ​ຝ່າຍ​ອູ​ແກ​ຣນ​ແລ້ວ.

      ວັນ​ທີ 7 ມີ​ນາ​ນີ້, ທ່ານ ເລ​ໂອ​ນິດ ສະ​ລຸດ​ສະ​ກີ ຜູ້​ຕາງ​ໜ້າ​ການ​ເຈ​ລະ​ຈາ​ຂອງ​ຣັດ​ເຊຍ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ສາ​ກົນ​ຂອງ​ສະ​ພາ​ດູ​ມາ​​ຣັດ​ເຊຍ​ກ່າວ​ຫຼັງ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ວ່າ: ການ​ເຈ​ລະ​ຈາສັນ​ຕິ​ພາບ​ລະ​ຫວ່າງ​ຣັດ​ເຊຍ-ອູ​ແກ​ຣນ​ຮອບ​ທີ 4 ຈະ​ຈັດ​ຂຶ້ນ​ຢູ່​ເບ​ລາ​ຣູ​ຊີ​ໃນ​ໄວໆ​ນີ້.

ຄຳ​ເຫັນ

0