蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລີ່ມ​ປ່ອນ​ບັດເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ຊຸດ​ທີ 20 ຢ່າງ​ເປັນ​ທາງ​ການ

2022-03-09 12:21:49 CRI

     ເວ​ລາ 6 ໂມງ​ຂອງວັນ​ທີ 9 ມີ​ນານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ການ​ປ່ອນ​ບັດ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ຊຸດ​ທີ 20 ໄດ້​ເລີ່ມ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ໄດ້​ຈົດ​ທະ​ບຽນ​ແລ້ວ​ຫຼາຍກວ່າ 44 ລ້ານ​ຄົນຈະ​ໄປ​ປ່ອນ​ບັດ​ຢູ່​ສະ​ຖານ​ທີ່​ປ່ອນ​ບັດ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ສ.ເກົາ​ຫຼີ ເພື່ອ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນໃໝ່.

     ທ່ານ​ອີແຈມີ​ຢອງ ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຈາກ​ພັກ​ປະ​ຊ​າ​ທິ​ປະ​ໄຕ ເຊິ່ງ​ເປັນ​ພັກ​ກຳ​ອຳ​ນາດ​ ແລະ​ທ່ານຢຸນ​ເຊີ​ຈື້​ ຜູ້​ສະ​ໝັກ​ເລືອກ​ຕັ້ງ​ຈາກ​ພັກ​ພະລັງ​ປະ​ຊາ​ຊົນ​ແຫ່ງ​ຊາດ ເຊິ່ງ​ເປັນ​ພັກຝ່າຍ​ຄ້ານທີ່​ໃຫຍ່​ສຸດ​ຂອງ​ສ.ເກົາ​ຫຼີ ແມ່ນ​​ຈຸດ​ສົ​ນ​ໃຈ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຄັ້ງ​ນີ້. ການ​ຢັ່ງ​ປະ​ຊາ​ມະ​ຕິ​ຫຼາຍ​ຄັ້ງ​ທີ່​ຜ່ານ​ມາ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຜູ້​ສະ​ໝັກ​ເລືອກ​ຕັ້ງ​ສອງ​ທ່ານນີ້​ໄດ້​ຮັບ​ຄະ​ແນນ​ນິ​ຍົມ​ສ່ຳ​ກັນ, ເຊິ່ງຈະເຮັດ​ໃຫ້ສະ​ພາບ​ການ​ແຂ່ງ​ຂັນມີ​ຄວາມດຸ​ເດືອດ​ທີ່​ສຸດ.

ເລີ່ມ​ປ່ອນ​ບັດເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ຊຸດ​ທີ 20 ຢ່າງ​ເປັນ​ທາງ​ການ_fororder_lizaiming
(ທ່ານ​ອີ​ແຈ​ມີ​ຢອງ)

ເລີ່ມ​ປ່ອນ​ບັດເລືອກ​ຕັ້ງປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ​ຊຸດ​ທີ 20 ຢ່າງ​ເປັນ​ທາງ​ການ_fororder_yinxiyue
(ທ່ານ​ຢຸນ​ເຊີ​ຈື້)

 

ຄຳ​ເຫັນ

0