尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສູງຈາກ​ຄະ​ນະ​ນັກ​ກິ​ລາ

2022-03-09 17:18:30 cri

ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງເປັນ​ທີ່ຍອມ​ຮັບ​ໃນ​ລະ​ດັບ​ສູງຈາກ​ຄະ​ນະ​ນັກ​ກິ​ລາ_fororder_faedab64034f78f09c1370afd4c5f55cb2191c54

      ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ມີ​ນາ​ນີ້, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນ​ແລະ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກ່າວ​ວ່າ: ການ​ຈັດ​​ງານ​ໂອ​ລິມ​ປິກ​ແລະ​ການ​ຈັດ​ການ​ແຂ່ງ​ຂັນ,ການ​ຮັບ​ປະ​ກັນ​ການ​ບໍ​ລິ​ການ​​ໃນສະ​ໜາມ​ແຂ່ງ​ຂັນ​ແລະ​ດ້ານ​ອື່ນໆ​ສຳ​ລັບງານ​ກິ​ລາ​ໂອ​ລິມ​ປິກ​​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ລ້ວນ​ແຕ່​ເປັນ​ທີ່ຍອມ​ຮັບໃນ​ລະ​ດັບ​ສູງ​ຈາກ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ.

      ທ່ານ​ ຄ​ລາຍ​ກ໌ ​ສະ​ເປັນ​ສ ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ສາ​ກົນ​ໄດ້​ສະ​ແດງ​ຄວາມຍ້ອງ​ຍໍ​ຊົມ​ເຊີຍ​ຄະ​ນະ​ກຳ​ມະ​ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ. ທ່ານ​ໄດ້​ຍົກ​ຕົວ​ຢ່າງວ່າ: ນັບ​ແຕ່​​ເລີ່ມ​ແຂ່ງ​ຂັນ​ເປັນ​ຕົ້ນ​ມາ, ແຕ່​ລະ​ມື້​ລ້ວນ​ແຕ່​ໄດ້​ຈັດ​ກອງ​ປະ​ຊຸມ​ຫົວ​ໜ້າ​ຄະ​ນະນັກ​ກິ​ລາ​ເພື່ອ​ຫາ​ລື​ເຖິງວິ​ທີ​ແກ້​ໄຂ​ບັນ​ຫາ​ຊະ​ນິດ​ຕ່າງໆ,ເບິ່ງ​ຈາກ​ປະ​ສົບ​ການ​ຈາກ​ງານ​ກິ​ລາ​ໂອ​ລິມ​ປິກ​ໃນ​ຄັ້ງ​ທີ່​ຜ່ານ​ມາ​ແລ້ວ, ກອງ​ປະ​ຊຸມ​ແບບ​ນີ້​ທຳ​ມະ​ດາ​ແລ້ວ​ຕ້ອງ​ດຳ​ເນີນ​ໄປ​ເປັນ​ເວ​ລາຫຼາຍ​ຊົ່ວ​ໂມງ,ແຕ່ກອງ​ປະ​ຊຸມ​ຫົວ​ໜ້າຄະ​ນະ​ນັກ​ກິ​ລາ​​ຢູ່​ປັກ​ກິ່ງ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ມື້​ກ່ອນ​ພຽງ​ແຕ່​ໄດ້​ໃຊ້​ເວ​ລາ 22 ນາ​ທີ​ກໍ່​​ສິ້ນ​ສຸດ​ລົງແລ້ວ. ທ່ານ​ກ່າວ​ວ່າ: “ບັນ​ດາ​ຫົວ​ໜ້າ​​ຄະ​ນະ​ນັກ​ກິ​ລາລ້ວນ​ແຕ່​ບໍ່​ມີ​ບັນ​ຫາ​ຫຍັງ​ຄາ​ໃຈ,ເຂົາ​ເຈົ້າ​ລ້ວນ​ແຕ່​ໄດ້​ສະ​ແດງ​​ການ​ຍ້ອງ​ຍໍ​ການ​ດຳ​ເນີນ​ການ​ແຂ່ງ​ຂັນ​ທີ່​ສະ​ດວກ​ກໍ​ຄືການ​ເອົາ​ໃຈ​ໃສ່​ຈາກ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ກິ​ລາໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ມີ​ຕໍ່​ນັກ​ກິ​ລາ.”

ຄຳ​ເຫັນ

0