覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກຈີນກ່າວວ່າ ຈີນຈະອີງຕາມສະພາບພະຍາດໂຄວິດ-19ເພື່ອ ປ້ອງກັນແລະຄວບຄຸມພະຍາດຕາມຫຼັກວິທະຍາສາດໃຫ້ຖືກຕ້ອງກັບເປົ້າຫມາຍ

2022-03-11 16:36:06 cri

ນາຍົກຈີນກ່າວວ່າ ຈີນຈະອີງຕາມສະພາບພະຍາດໂຄວິດ-19ເພື່ອ ປ້ອງກັນແລະຄວບຄຸມພະຍາດຕາມຫຼັກວິທະຍາສາດໃຫ້ຖືກຕ້ອງກັບເປົ້າຫມາຍ_fororder_李克强记者会
 

  ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຫຼັງກອງປະຊຸມສະພາປະຊາ ຊົນແຫ່ງຊາດຈີນທີ່ອັດລົງໃນວັນທີ 11 ມີນານີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນ ຕີຈີນກ່າວຢືນຢັນວ່າ: ຈີນໄດ້ປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ໄປຄຽງ ຄູ່ກັບການພັດທະນາເສດຖະກິດສັງຄົມມາໂດຍຕະຫຼອດ, ແລະໄດ້ຕັ້ງຫນ້າຊຸກ ຍູ້ການແລກປ່ຽນແລະຮ່ວມມືສາກົນ, ຈີນຈະອີງຕາມສະພາບການປ່ຽນແປງຂອງການແຜ່ລະບາດຂອງພະຍາດແລະຈຸດພິເສດຂອງເຊື້ອພະຍາດ, ເພື່ອປະຕິບັດມາດຕະການ ປ້ອງກັນແລະຄວບຄຸມພະຍາດຢ່າງມີວິທະຍາສາດແລະຖືກຕ້ອງກັບເປົ້າຫມາຍໃຫ້ຫຼາຍກວ່າເກົ່າ, ຮັບປະກັນຊີວິດແລະສຸຂະພາບຂອງປະຊາຊົນ, ຮັບປະກັນ ຄວາມເປັນລະບຽບດ້ານການຜະລິດແລະການດຳລົງຊີວິດຢ່າງເປັນປົກກະຕິ, ຮັບປະກັນຄວາມຫມັ້ນຄົງຂອງຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະຫນອງ.
 

ນາຍົກຈີນກ່າວວ່າ ຈີນຈະອີງຕາມສະພາບພະຍາດໂຄວິດ-19ເພື່ອ ປ້ອງກັນແລະຄວບຄຸມພະຍາດຕາມຫຼັກວິທະຍາສາດໃຫ້ຖືກຕ້ອງກັບເປົ້າຫມາຍ_fororder_疫情防控
 

 ທ່ານຫຼີເຄີ້ສຽງກ່າວວ່າ: ໃນໄລຍະສອງປີຜ່ານມາ, ເຊື້ອພະຍາດໂຄວິດ-19 ໄດ້ກາຍພັນຕະຫຼອດ, ກົດເກນຈຳນວນຫນຶ່ງຍັງຕ້ອງລົງເລິກຄົ້ນຄວ້າ ຈິ່ງຈະຮັບຮູ້ໄດ້, ການປ້ອງກັນພະຍາດດ້ວຍວັກຊີນ, ການຄົ້ນຄວ້າພັດທະນາຢາ ປິ່ນປົວທີ່ມີປະສິດທິພາບແລະອື່ນໆ ກໍຕ້ອງອອກແຮງປະຕິບັດໃຫ້ມີປະສິດທິຜົນກວ່າເກົ່າ. ໃນປັດຈຸບັນ, ປະຊາຄົມໂລກຍັງຄົງຕ້ອງສາມັກຄີແລະຮ່ວມມືກັນ,ສຸມຄວາມພະຍາຍາມເພື່ອ ຮ່ວມກັນສ້າງເງື່ອນໄຂໃຫ້ໂລກກັບຄືນສູ່ສະພາບປົກກະຕິ.

ຄຳ​ເຫັນ

0