覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອິນເດຍຖະແຫຼງວ່າໄດ້ເກີດອຸບັດເຫດທາງດ້ານເຕັກນິກຈຶ່ງເຮັດໃຫ້ລູກສອນໄຟຍິງອອກໄປສູ່ປາກີສະຖານແບບບັງເອີນ

2022-03-12 14:22:46 cri

ອິນເດຍຖະແຫຼງວ່າໄດ້ເກີດອຸບັດເຫດທາງດ້ານເຕັກນິກຈຶ່ງເຮັດໃຫ້ລູກສອນໄຟຍິງອອກໄປສູ່ປາກີສະຖານແບບບັງເອີນ_fororder_印度
 

   ວັນທີ 11 ມີນານີ້, ກະຊວງປ້ອງກັນປະເທດອິນເດຍໄດ້ອອກຖະແຫຼງ ການວ່າ: ໄດ້ເກີດອຸບັດຕິເຫດທາງດ້ານເຕັກນິກຈຶ່ງເຮັດໃຫ້ລູກສອນໄຟລູກໜຶ່ງ ຍິງອອກໄປແບບບັງເອີນສູ່ປາກີສະຖານໃນເວລາດຳເນີນການບົວລະບັດຮັກສາ ລູກສອນໄຟຕາມປົກກະຕິໃນວັນທີ 9 ມີນານີ້.  
 

 ຖະແຫຼງການລະບຸວ່າ: ຕາມໄດ້ຮູ້ວ່າ ລູກສອນໄຟດັ່ງກ່າວໄດ້ຕົກລົງ ໃສ່ເຂດແຄວ້ນໜຶ່ງຂອງປາກີສະຖານ. ເຖິງວ່າເຫດການນີ້ໄດ້ເຮັດໃຫ້ຄົນ ຮູ້ສຶກຜິດຫວັງຫຼາຍກໍຕາມ, ແຕ່ໂຊກດີທີ່ອຸບັດເຫດຄັ້ງນີ້ບໍ່ມີຜູ້ເສຍຊີວິດ ແລະບາດເຈັບ.
 

 ຖະແຫຼງການລະບຸຕື່ມວ່າ: ລັດຖະບານອິນເດຍຈະເອົາໃຈໃສ່ເຫດການນີ້ ຢ່າງເຄັ່ງຄັດ, ກະຊວງປ້ອງກັນປະເທດອິນເດຍໄດ້ດຳເນີນການສືບສວນເຫດ ການນີ້ແລ້ວ.

ຄຳ​ເຫັນ

0