郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໄບ​ເດັນ​ລົມ​ກັບ​ທ່ານ​ມາ​ຄຼົງ​ຜ່ານ​ທາງ​ໂທ​ລະ​ສັບ​ໂດຍ​ກ່າວ​ເນັ້ນ​ວ່າ​ຕ້ອງ​ໃຫ້​​ຣັດ​ເຊຍ​ຮັບ​ຜິດ​ຊອບ

2022-03-14 11:28:10 cri

ຕາມ​ຂ່າວ​ຈາກ​ເວັບ​ໄຊ​ທຳ​ນຽບ​​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ,ໃນ​ວັນ​ທີ13ມີ​ນານີ້,ທ່ານ​ໂຈ ​ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້ລົ​ມ​ກັບ​ທ່ານ​ເ​ອັມ​ມາ​ນູ​ເອວ ​​​ມາ​ຄຼົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ລັ່ງ​ຜ່ານ​ທາງ​ໂທ​ລະ​ສັບ.

ຂ່າວ​ແຈ້ງ​ໃຫ້​ຮູ້ວ່າ:​ຜູ້​ນຳ​ອາ​ເມ​ຣິ​ກາ​ແລະ​ຝ​ລັ່ງ​ໄດ້​ເຈາະ​ຈົງ​ປຶກ​ສາ​ຫາ​ລື​ກັນ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ລະ​ຫວ່າງ​ຣັດ​ເຊຍ​ແລະ​ອູ​ແກຼນ,ໂດຍ​ກ່າວ​ເນັ້ນ​ວ່າ ອາ​ເມ​ຣິ​ກາ​ແລະ​ຝ​ລັ່ງ​ລ້ວນ​ແຕ່​​ຕ້ອງໃຫ້​ຣັດ​ເຊຍ​ຮັບ​ຜິດ​ຊອບ​ຕໍ່​ການ​ກະ​ທຳ​ຂອງ​ຕົນ.ນອກ​ນີ້,ສອງ​ທ່ານ​ຍັງ​ກ່າວຢ້ຳ​ວ່າ​ຈະ​ໃຫ້​​ການສະ​ໜັບ​ສະ​ໜູນ​ແກ່​ຝ່າຍ​ອູ​​ແກຼນ.

ວັນ​ທີ24ກຸມ​ພາ​ຜ່ານ​ມານີ້,ຣັດ​ເຊຍ​ໄດ້​ປະ​ກາດ​ທຳ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ພິ​ເສດ​ຕໍ່​ເຂດດອນ​ບັ​ສ​ປະ​ເທດ​ອູ​ແກຼນ. ຫຼັງ​ຈາກນັ້ນ,ອາ​ເມ​ຣິ​ກາ​ແລະ​ຫຼາຍ​ປະ​ເທດ​​ຕາ​ເວັນ​ຕົກ​ກໍ​ເລີ່ມ​ທຳ​ການ​ລົງ​ໂທດ​ຫຼາຍ​ຮອບ​ຕໍ່​ຣັດ​ເຊຍ​ໃນ​ຫຼາຍ​ຂົງ​ເຂດ ເຊັ່ນ​ການ​ທະ​ນາ​ຄານ,ພະ​ລັງ​ງານ​ແລະ​ການ​ຈໍ​ລະ​ຈອນ​​ຂົນ​ສົ່ງ​ເປັນ​ຕົ້ນ.

ຄະ​ນະ​ຜູ້​ແທນຂອງ​ຣັດ​ເຊຍ​ແລະ​​ອູແກຼນໄດ້​ຈັດ​ການ​ເຈ​ລະ​ຈາ3ເທື່ອ​ຢູ່​ປະ​ເທດ​ເບ​ລາ​ຣຸດ​ຊີ​ໃນ​ວັນ​ທີ28ກຸ​ມ​​ພາຜ່ານ​ມາ,ວັນ​ທີ3ແລະ​ວັນ​ທີ7​ເດືອນ​ມີ​ນານີ້. ໃນ​ການ​ເຈ​ລະ​ຈາ​ຮອບ​ທີ​ສອງ, ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ເຫັນເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ສະ​ໜອງ​ລະ​ບຽງ​ມະ​ນຸດ​ສະ​ທຳ​ເພື່ອ​ເປັນ​ຊ່ອງ​ທາງ​ໃຫ້​ປະ​ຊາ​ຊົນ​ໄປ​ຕ່າງ​ປະ​ເທດ,ຂົນ​ສົ່ງ​ອາ​ຫານ​ການ​ກິນ​ແລະ​ຢາ​ປິ່ນ​ປົວ.

ທ່ານ​ໄບ​ເດັນ​ລົມ​ກັບ​ທ່ານ​ມາ​ຄຼົງ​ຜ່ານ​ທາງ​ໂທ​ລະ​ສັບ​ໂດຍ​ກ່າວ​ເນັ້ນ​ວ່າ​ຕ້ອງ​ໃຫ້​​ຣັດ​ເຊຍ​ຮັບ​ຜິດ​ຊອບ_fororder_2024027198

 

ຄຳ​ເຫັນ

0