吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ຊີ້​ແຈ​ງຫຼັກ​ໝັ້ນ​ຂອງ​ຕົນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ອູ​ແກຼນ

2022-03-15 16:14:42 cri

ຈີນ​ໄດ້​ຊີ້​ແຈ​ງຫຼັກ​ໝັ້ນ​ຂອງ​ຕົນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ອູ​ແກຼນ_fororder_微信图片_20220315161415

    ວັນ​ທີ 14 ມີ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ຢາງ​ເຈ​ຊື ກຳ​ມະ​ການ​ກົມ​ການ​ເມືອງ​ສຸນ​ກາງ​ພັກ, ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ​ໄດ້​ພົບ​ປະ​ກັບ​ທ່ານ​ໄຈ​ຄ໌ ຊູ​ລີ​ວັນ ຜູ້​ຊ່ວຍ​ວຽກ​ງານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ ​ຢູ່​ນະ​ຄອນຫຼວງ​ໂຣມ​ ປະ​ເທດ​ອີ​ຕາ​ລີ, ໂດຍ​ໄດ້​ຊີ້​ແຈ​ງຫຼັກ​ໝັ້ນ​ຂອງ​ຈີນກ່ຽວ​ກັບ​ສະ​ຖາ​ນະ​ການ​ອູ​ແກຼນ.

    ທ່ານ​ຢາງ​ເຈ​​ຊື​ຊີ້​ໃຫ້​ເຫັນ​ວ່າ: ຈີນ​ມີ​ຄວາມ​ເຫັນ​ທີ່​ຍຶດ​ຖື​ການ​ເຄົາ​ລົບ​ອະ​ທິ​ປະ​ໄຕ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນ​ດາ​ປະ​ເທດ, ເຄົາລົບ​ຈຸດ​ປະ​ສົງ ແລະຫຼັກການ​ຂອງ​ກົດ​ບັດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຈີນ​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ໂດ​ຍ​ສັນ​ຕິ, ປະ​ຊາ​ຄົມ​ໂລກ​ຄວນ​ຮ່ວມ​ກັນ​ສະ​ໜັບ​ສະ​ໜູນ​ການ​ເຈ​ລະ​ຈາ​ໂດຍ​ສັນ​ຕິ​ລະ​ຫວ່າງ​ຣັດ​ເຊຍ ແລະ​ອູ​ແກຼນ ເພື່ອ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຕົວ​ຈິງ​ໂດຍ​ໄວ. ຝ່າຍ​ຕ່າງໆ​ຄວນ​ຮັກ​ສາ​ຄວາມ​ອົດ​ກັ້ນ​ໃຫ້ຫຼາຍ​ທີ່​ສຸດ, ປົກ​ປັກ​ຮັກ​ສ​າ​ປະ​ຊາ​ຊົນ, ປ້ອງ​ກັນ​ບໍ່​ໃຫ້​ເກີດ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຂະ​ໜາດ​ໃຫຍ່.

    ທ່ານ​ຢາງ​ເຈ​​ຊືກ່າວ​ຕື່ມ​ວ່າ: ຄວນ​ເຂົ້າ​ໃຈ​ຄວາມ​ເປັນ​ມາ​ຂອງ​ບັນ​ຫາ​ກ່ຽວ​ກັບ​ອູ​ແກຼນ, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ຝ່າຍ​ຕ່າງໆ, ລະ​ດົມ​ໃຫ້​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ດຳ​ເນີນ​ການ​ສົນ​ທະ​ນາ​ທີ່​ສະ​ເໝີ​ພາບ​ກັນ, ສະ​ແຫວງ​ຫາ​ການ​ສ້າງ​ກົນ​ໄກ​ຄວາມ​ໝັ້ນ​ຄົງ​ເອີ​ຣົບ​ທີ່​ມີ​ຄວາມ​ດຸນ​ດ່ຽງ, ບັງ​ເກີດ​ຜົນ ແລະ​ຍືນ​ຍົງ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ເອີ​ຣົບ ແລະ​ທົ່ວ​ໂລກ.

    ທ່ານ​ຢາງ​ເຈ​ຊື່​ກ່າວ​ເນັ້ນ​ໜັກ​ວ່າ: ຈີນ​ເດັດ​ດ່ຽວ​ຄັດ​ຄ້າ​ນ​ຄຳ​ເວົ້າ ແລະ​ການ​ກະ​ທຳ​ໃດໆ​ທີ່​ເຜີຍ​ແ​ຜ່​ຂໍ້​ມູນ​ທີ່​ບໍ່​ເປັນ​ຈິງ ແລະ​ໃສ່​ຮ້າຍ​ປ້າຍ​ສີ​ຕໍ່​ຫຼັກ​ໝັ້ນ​ຂອງ​ຈີນ.

ຄຳ​ເຫັນ

0