吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ປະກາດ​ວ່າ​ຈະ​ລົງ​ໂທດ​ຕໍ່​ທ່ານ​ໂຈ ​ໄບ​ເດັນ ປະທານາທິບໍດີ​ອາ​ເມຣິກາ

2022-03-16 11:25:34 CRI

ຣັດ​ເຊຍ​ປະກາດ​ວ່າ​ຈະ​ລົງ​ໂທດ​ຕໍ່​ທ່ານ​ໂຈ ​ໄບ​ເດັນ ປະທານາທິບໍດີ​ອາ​ເມຣິກາ_fororder_截图录屏_选择区域_20220316112506

 

ວັນ​ທີ 15 ມີນາ​ນີ້, ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ແຈ້ງ​ໃຫ້​ຮູ້​ວ່າ,ຣັດ​ເຊຍ​ປະກາດ​ວ່າ​ຈະ​ລົງ​ໂທດ​ຕໍ່​ທ່ານ​ໂຈ ​ໄບ​ເດັນ ປະທານາທິບໍດີ​ອາ​ເມຣິກາ.

 

​​ແ​ຈ້ງການຂອງກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍລະບຸວ່າ: ​ເພື່ອ​ຕອບ​ໂຕ້​ມາດ​ຕະກາ​ນລົງ​ໂທດ​ຕ່າງໆ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ​​​ເຊິ່ງລວມທັງ​ຫ້າມ​ບໍ່​ໃຫ້​ເຈົ້າ​ໜ້າ​ທີ່​ລະດັບສູງ​ຂອງຣັດ​ເຊຍ​ເຂົ້າ​ອາ​ເມຣິກາ​ເປັນ​ຕົ້ນ, ນັບ​ແຕ່​ວັນ​ທີ 15 ມີນາ​ນີ້ເປັນຕົ້ນໄປ, ຣັດ​ເຊຍ​ຈະ​ຈັດຜູ້​ຮັບຜິດຊອບ​ອົງການ ​ແລະ ບຸກຄົນ​ທີ່​ມີ​ຊື່​ສຽງ​ຂອງ​ອາ​ເມຣິກາ 13 ຄົນ ​ເ​ຊັ່ນ:ທ່ານ​ໂຈ​ ​ໄບ​ເດັນ​ປະທານາ​ທິບໍດີ​, ທ່ານ​ອັນ​ໂຕ​ນີ ບຼີນ​ເກນ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ​ໂລ​ເຢີ​ດ ອົສຕິນ ລັດຖະມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມຣິກາ​ເຂົ້າ​ໃນ “ລາຍ​ຊື່​ຫ້າມ​ບໍ່​ໃຫ້​ເຂົ້າຣັດ​ເຊຍ” ​ໂດຍ​ອີງ​ຕາມ​ຫຼັກການເທົ່າ​ທຽມ​ກັນ.

 

ພ້ອມ​ກັນ​ນັ້ນ, ກະຊວງ​ການ​ຕ່າ​ງປະ​ເທດຣັດ​​ເຊຍ​ແຈ້ງໃຫ້ຮູ້ຕື່່ມວ່າ, ຣັດ​ເຊຍ​ຈະ​ບໍ່ລົງໂທດ​ການ​ຕິດ​ຕໍ່ກັບ​ຝ່າຍ​ທາງ​ການ, ຖ້າ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດ​ແຫ່ງ​ລັດ​ຂອງຣັດ​ເຊຍ ​ແລະ ມີ​ຄວາມ​ຈຳ​ເປັນ, ຣັດ​ເຊຍຍັງ​ສາມາດ​ອະນຸຍາດ​ໃຫ້​ບຸກຄົນອາ​ເມຣິກາ​ທີ່ຢູ່​ໃນ​ລາຍ​ຊື່​ດັ່ງກ່າວ​ເຂົ້າຣັດ​ເຊຍໄດ້​ເພື່ອ​ຈັດການ​ຕິດ​ຕໍ່​ລະດັບ​ສູງ.

ຄຳ​ເຫັນ

0