吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງ​ການ​ຕ່າງປະ​ເທດ​ຈີນແຈ້ງໃຫ້ຮູ້ວ່າ:ຖ້າ​ອາ​ເມຣິກາ​ຍັງສືບຕໍ່ກະທຳ​ຕາມ​ລຳ​ພັງ​ໃຈຈີນ​ຍ່ອມຈະນຳໃຊ້​ມາດ​ຕະການຕອບ​ໂຕ້ເພື່ອລົງ​ໂທດທັນທີ

2022-03-17 10:58:25 CRI

ກະຊວງ​ການ​ຕ່າງປະ​ເທດ​ຈີນແຈ້ງໃຫ້ຮູ້ວ່າ:ຖ້າ​ອາ​ເມຣິກາ​ຍັງສືບຕໍ່ກະທຳ​ຕາມ​ລຳ​ພັງ​ໃຈຈີນ​ຍ່ອມຈະນຳໃຊ້​ມາດ​ຕະການຕອບ​ໂຕ້ເພື່ອລົງ​ໂທດທັນທີ_fororder_截图录屏_选择区域_20220317105803

 

    ວັນ​ທີ 16 ມີນາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ. ມີ​ນັກ​ຂ່າວ​ຖາມ​ວ່າ: ບົດ​ຂ່າວ​ຫຼ້າ​ສຸ​ດຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ລະບຸ​ວ່າ, ທ່ານ​ລັດ​ຖະມົນຕີ​ວາງຢີ້ກ່າວ​ວ່າ​ບໍ່​ຫວັງ​ໃຫ້​ຈີນ
ໄດ້ຮັບ​ຜົນ​ກະທົບ​ຈາກ​ການ​ປະ​ທະ​ກັນ​ລະຫວ່າງຣັດ​ເຊຍ ກັບ ອູ​ແກຼນ. ທ່ານ​ຄາດ​ວ່າ, ຖ້າ​ດຳ​ເນີນ​ການ​ລົງ​ໂທດ, ຈີນ​ຈະໄດ້ຮັບ​ຜົນ​ກະທົບ​ໂດຍ​ກົງ ຫຼື ​​ທາງ​ອ້ອມ​ແນວ​ໃດ​​ແດ່?


    ທ່ານ​ຈ້າວ​ລີ້​ຈ່ຽນກ່າວ​ວ່າ, ຈີນ​ມີ​ຫຼັກ​ໝັ້ນ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ການ​ຄັດຄ້ານ​ການ​ລົງ​ໂທດ. ຫວ່າງ​ມໍ່ໆ​ມາ​ນີ້, ອາ​ເມຣິກາ​​ໄດ້​ສະແດງຄຳ​ເວົ້າ​ທີ່​ທ້າ​ທາຍ​ເກາະ​ຜິດ​ຕໍ່​ຈີນຈຳນວນ​ຫຼາຍ, ຕົວຢ່າງ, ທ່ານ​ນາງ​ເຈນ ພະ​ຊາ​ກີ ​ໂຄສົກທຳນຽບຂາວ​​ກ່າວ​ວ່າ “ຖ້າວ່າ​ຈີນສະໜັບສະໜູນ​ຕໍ່​ການ​ກະທຳ​ຮຸກ​ຮານ​ຂອງຣັດ​ເຊຍ​ຈະ​ຜະ​ເຊີນ​ກັບ​ຜົນ​ຮ້າຍແຮງ”. ນາງ​ຍັງ​ກ່າວ​ວ່າ, ​ເສດຖະກິດ​ຈີນ ບວກ​ກັບ ​ເສດຖະກິດຣັດ​ເຊຍ​ພຽງ​ແຕ່​ກວມ 25% ຂອງ​ຍອດ​ປະລິມານ​ເສດຖະກິດ​ທົ່ວ​ໂລກ​ເທົ່າ​ນັ້ນ, ​ແຕ່​ກຸ່ມG7 ແມ່ນ​ກວມ​ຫຼາຍກວ່າ 50%, ​ເຖິງ​ວ່າ​ຈີນ​ບໍ່​ເອົາ​ຫົວຊາ​ນຳ​ຄຳ​ເຕືອນ​ຂອງ​ອາ​ເມຣິກາ, ຊ່ວຍ​ເຫຼືອຣັດ​ເຊຍ​ຮັບ​ມື​ກັບ​ຜົນ​ກະທົບ​ຈາກ​ການ​ລົງ​ໂທດ, ອາ​ເມຣິກາ​ຍັງ​ມີວິທີຫຼາຍທີ່ສາມາ​ດນຳໃຊ້ໄດ້ໂດຍປະສານ​ສົມທົບ​ກັບ​ພັນທະມິດ​ເອີ​ລົບ.


    ທ່ານ​ຈ້າວ​ລີ້​ຈ່ຽນກ່າວຕື່ມວ່າ, ຈີນ​ຄັດ​ຄ້ານ​ການ​ລົງ​ໂທດ​ແຕ່​ຝ່າຍ​ດຽວໃນຮູບການໃດໆ​ ​ແລະ ໃຊ້ອຳນາດແຊກແຊງທຸກບັນຫາ, ຈີນຈະ​ເດັດດ່ຽວ​ປົກປັກຮັກສາສິດ ແລະ ຜົນປະໂຫຍດທີ່ຊອບທຳຂອງວິສາຫະກິດ ແລະ ສ່ວນບຸກຄົນຈີນ. ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ອາ​ເມຣິກາ​ຢ່າ​ສ້າງ​ຜົນ​ຮ້າຍ​ຕໍ່​ສິດ ​ແລະ ຜົນ​ປະ​​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຈີນ​ດ້ວຍ​ຮູບ​ການ​ໃດ​ໆ. ຖ້າ​ອາ​ເມຣິກາ​ຍັງສືບຕໍ່ກະທຳ​ຕາມ​ລຳ​ພັງ​ໃຈ ຈີນ​ຍ່ອມຈະນຳໃຊ້​ມາດ​ຕະການຕອບ​ໂຕ້ເພື່ອລົງ​ໂທດທັນທີ.

 

ຄຳ​ເຫັນ

0