吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

IMF:ວິ​ກິດ​ການ​ອູ​ແກຼນອາດ​ຈະ​ເຮັດ​ໃຫ້​ລະບຽບ​ເສດຖະກິ​ດທົ່ວ​ໂລກ​ປ່ຽນ​ແປງຢ່າງ​ເຖິງຖອງ

2022-03-17 11:11:10 CRI

IMF:ວິ​ກິດ​ການ​ອູ​ແກຼນອາດ​ຈະ​ເຮັດ​ໃຫ້​ລະບຽບ​ເສດຖະກິ​ດທົ່ວ​ໂລກ​ປ່ຽນ​ແປງຢ່າງ​ເຖິງຖອງ_fororder_1000

 

    ວັນ​ທີ 15 ມີນາ​ນີ້, ອົງການກອງ​ທຶນ​ເງິນຕາ​ສາກົນ ຫຼື​ IMF ແຈ້ງໃຫ້ຮູ້ວ່າ, ເມື່ອເບິ່ງ​ຈາກຜົນກະທົບໄລຍະ​ຍາວ, ວິ​ກິດ​ການ​ອູ​ແກຼນອາດ​ຈະ​ເຮັດ​ໃຫ້​ກົດ​ລະ​ບຽບ​ເສດຖະກິດ ​ແລະ ການ​ເມືອງຂອງພາກພື້ນເກີດ​ມີ​ການ​ປ່ຽນ​ແປງ​ຢ່າງ​ເຖິງຖອງ.

 

    ມື້​ດຽວ​ກັນ, ​ເຈົ້າ​ໜ້າ​ທີ່​ຫຼາຍ​ທ່າ​ນຂອງ​ອົງການ IMF ໄດ້ຂຽນ​ບົດ​ຄວາມ​ໂດຍ​ເຫັນ​ວ່າ, ວິ​ກິດ​ການ​ອູ​ແກຼນຈະ​ສ້າງ​ຜົນ​ກະທົບ​ຕໍ່​ເສດຖະກິດຢູ່ພາກພື້ນຕ່າງໆຂອງ​ໂລກ​ໃນ 3 ດ້ານ ຄື: ໜຶ່ງ​, ລາຄາ​ສິນຄ້າລາຍໃຫຍ່ຕ່າງໆ ​ເຊັ່ນ: ອາຫານ ​ແລະ ພະລັງງານເພີ່ມສູງຂຶ້ນ​ຈະ​ເຮັດ​ໃຫ້​ໄພ​ເງິນ​​ເຟີ້​ຮ້າຍ​ແຮງ​ຂຶ້ນ​ຕື່ມ​ອີກ. ສອງ, ກຸ່ມເສດຖະກິດ​ທີ່ຢູ່ໃກ້​ກັບຣັດ​ເຊຍ​ ​ແລະ ອູ​ແກຼນ​ຈະ​ຜະ​ເຊີນ​ກັບ​ບັນຫາ​ຕ່າງໆ ​ເຊັ່ນ: ການ​ຄ້າ, ການ​ສະໜອງ​ສິນຄ້າ​ ​ແລະ ການ​ຝາກ​ເງິນ​ຢຸດຊະ​ງັກ​ເປັນ​ຕົ້ນ. ສາມ, ຄວາມ​ໝັ້ນ​ໃຈ​ຂອງ​ວິ​ສາ​ຫະກິດ​ຕ່າງໆ​ຫຼຸດ​ຕ່ຳລົງ ​ແລະ ຄວາມ​ບໍ່ແນ່ນອນເພິ່ມສູງ​ຂຶ້ນ​ຈະ​ສ້າງແຮງກົດດັນຕໍ່ລາຄາຂອງຊັບສິນ, ອາ​ດຈະ​ເຮັດ​ໃຫ້​ສະພາບ​ແວດ​ລ້ອມດ້ານການທະນາຄານຕຶງ​ຂຶ້ນ ​ແລະ ​ເງິນ​ທຶນ​ສາກົນຖອນ​ອອກ​ຈາກ​ຕະຫຼາດ​ທີ່​ຈະ​ເລີ​ນ​ໃໝ່.

ຄຳ​ເຫັນ

0