赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄງ​ການ​ທຶນ​ຕ່າງ​ປະ​ເທດ​ທີ່​ມີ​ມູນ​ຄ່າ​ຫຼາຍກວ່າ 100 ລ້ານ​ໂດ​ຣາ​ສະ​ຫະ​ລັດ​ຂອງ​ຈີນ​ໃນ​ສອງ​ເດືອນ​ທຳ​ອິດ​ຂອງ​ປີ 2022 ເພີ່ມ​ຂຶ້ນ 70%

2022-03-19 14:21:14 cri

ໂຄງ​ການ​ທຶນ​ຕ່າງ​ປະ​ເທດ​ທີ່​ມີ​ມູນ​ຄ່າ​ຫຼາຍກວ່າ 100 ລ້ານ​ໂດ​ຣາ​ສະ​ຫະ​ລັດ​ຂອງ​ຈີນ​ໃນ​ສອງ​ເດືອນ​ທຳ​ອິດ​ຂອງ​ປີ 2022 ເພີ່ມ​ຂຶ້ນ 70%_fororder_外资

ໃນ​ສອງ​ເດືອນ​ທຳ​ອິດ​ຂອງ​ປີ 2022 ຍອດ​ມູນ​ຄ່າ​ການດຶງດູດທຶນ​ຕ່າງ​ປະ​ເທດ​ທີ່​ບໍ່​ແມ່ນ​ຂົງ​ເຂດ​ການ​ທະ​ນາ​ຄານ​ຂອງ​ໄດ້​ບັນ​ລຸ 243 ຕື້ 700 ລ້ານຢວນ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 37,9% ເປັນ​ການເຕີບໂຕໃນຄວາມ​ໄວ​ສູງ​ສຸດ​ນັບ​ແຕ່​ເດືອນ​ເມ​ສາ 2021 ເປັນ​ຕົ້ນ​ມາ.

ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ, ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກຸມ​ພາ 2022 ນີ້ ຈີນ​ໄດ້​ນຳ​ໃຊ້ທຶນ​ຕ່າງ​ປະ​ເທດ​ໃນ​ຕົວ​ຈິງ ຕົກ​ເປັນ​ເງິນຢວນ​ຈີນ​ແລ້ວ​ໄດ້​ເພີ່ມ​ຂຶ້ນ 37,9%, ໃນ​ນັ້ນ ຂະ​ແໜງ​ການ​ບໍ​ລິ​ການ​ໄດ້​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ທີ່​ເພີ່ມ​ຂຶ້ນ 24%; ຂະ​ແໜງ​ການ​ເຕັກ​ນິກ​ສູງ​ເພີ່ມ​ຂຶ້ນ 73,8%. ໃນ​ສອງ​ເດືອນ​ທຳ​ອິດ​ຂອງ​ປີນີ້, ອາ​ເມ​ຣິ​ກາ​​ລົງ​ທຶນ​ຢູ່​ຈີນ​ເພີ່ມ​ຂຶ້ນ 36,4% ແລະ​ເຢຍ​ລະ​ມັນລົງ​ທຶນ​ຢູ່​ຈີນ​ເພີ່ມ​ຂຶ້ນ 109,1%, ບັນ​ດາ​ປະ​ເທດ​ຢູ່​ລຽບ​ຕາມ ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງລົງ​ທຶນ​ເພີ່ມ​ຂຶ້ນ 27,8%, ແລະ​ອາ​ຊຽນ​ລົງ​ທຶນ​ເພີ່ມ​ຂຶ້ນ 25,5%. ນອກ​ນີ້, ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ກຸມ​ພາ​ປີນີ້, ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ມີ​ການດຳເນີນ​ທຸ​ລະ​ກິດ​ຢ່າງ​ໝັ່ນ​ທ່ຽງ, ສຳ​ລັບ​ໂຄງ​ການ​ທຶນ​ຕ່າງ​ປະ​ເທດ​ທີ່​ມີ​ມູນ​ຄ່າຫຼາຍກວ່າ 100 ລ້ານ​ໂດ​ຣາ​ສະ​ຫະ​ຣັດນັ້ນ​ໄດ້​ຮັບ​ທຶນ​ໃນ​ຕົວ​ຈິງ​ຫຼາຍກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 74,3%.

ທ່ານ​ກ່າວ​ເຟິງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນກ່າວ​ເນັ້ນ​ວ່າ, ໃນ​ຕໍ່​ໄປ​ນີ້ ຈີນ​ຈະ​ເປີດກວ້າງ​ການເປີດປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງ​ຕື່ມ​ອີກ, ແລະ​ຍິນ​ດີ​ຕ້ອນ​ຮັບ​ນັກ​ທຸ​ລະ​ກິດ​ປະ​ເທດ​ຕ່າງໆ​ໄປ​ລົງ​ທຶນ​ຢູ່​ຈີນ.

ຄຳ​ເຫັນ

0