ທ່ານສີຈິ້ນຜິງເປັນປະທານການຮ່ຳຮຽນລວມໝູ່ຄັ້ງທີ 2 ຂອງກົມການເມືອງສູນກາງພັກຄອມມູນິດຈີນ

2023-02-02 11:12:43 CRI

ຕອນບ່າຍວັນທີ 31 ມັງກອນຜ່ານມານີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ດຳເນີນການຮ່ຳຮຽນລວມໝູ່ຄັ້ງທີ 2 ກ່ຽວກັບເລັ່ງການສ້າງສະພາບການພັດທະນາໃໝ່.


ໃນເວລາເປັນປະທານການຮ່ຳຮຽນ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນກ່າວເນັ້ນໜັກວ່າ: ການເລັ່ງສ້າງສະພາບການພັດທະນາໃໝ່, ແມ່ນການຕັດສິນນະໂຍບາຍຍຸດທະສາດ ເພື່ອບັນລຸເປົ້າໝາຍສູ້ຊົນຮອບຮ້ອຍປີປະການທີ 2 ແລະ ປະສານງານໂດຍລວມລະຫວ່າງການພັດທະນາແລະຄວາມໝັ້ນຄົງ, ເປັນການຈັດວາງຍຸດທະສາດທີ່ກຳເອົາສິດເປັນເຈົ້າການດ້ານການພັດທະນາໃນອະນາຄົດ. ມີແຕ່ເລັ່ງການສ້າງສະພາບການພັດທະນາໃໝ່, ຈິ່ງຈະສາມາດສ້າງພື້ນຖານທີ່ໝັ້ນແກ່ນໃຫ້ແກ່ການພັດທະນາເສດຖະກິດຂອງປະເທດພວກເຮົາ ແລະ ເພີ່ມຄວາມປອດໄພ ແລະ ຄວາມໝັ້ນທ່ຽງດ້ານການພັດທະນາໃຫ້ສູງຂຶ້ນຕື່ມອີກ, ຈິ່ງຈະສາມາດເພີ່ມທະວີຄວາມສາມາດການຢູ່ລອດ, ຄວາມສາມາດການແຂ່ງຂັນ, ກຳລັງການພັດທະນາ ແລະ ກຳລັງຕໍ່ເນື່ອງຂອງປະເທດພວກເຮົາ ໃນສະພາບທີ່ເກີດຟ້າຝົນລົມແດງ ທີ່ຄາດຄະເນໄດ້ ແລະ ຄາດຄະເນບໍ່ໄດ້, ຮັບປະກັນໃຫ້ຂະບວນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງຊົນຊາດຈີນຈະບໍ່ຢຸດສະງັກ ຈົນເຖິງຂັ້ນຂາດສະບັ້ນໄປ, ເພື່ອບັນລຸເປົ້າໝາຍການສ້າງປະເທດສັງຄົມນິຍົມທີ່ທັນສະໄໝ ແລະ ເຂັ້ມແຂງໃຫ້ສຳເລັດຢ່າງຮອບດ້ານແບບມີກຽດສະຫງ່າ.