ສະຫະພັນກຳມະບານທົ່ວປະເທດຈີນເລີ່ມຈັດກິດຈະກຳຕ່າງໆເພື່ອບໍລິການການປະກອບອາຊີບແລະສ້າງທຸລະກິດ

2023-02-26 11:26:45 cri


ວັນທີ 25 ກຸມພານີ້, ສະຫະພັນກຳມະບານທົ່ວປະເທດຈີນເລີ່ມຈັດກິດຈະກຳຕ່າງໆເພື່ອບໍລິການການປະກອບອາຊີບແລະສ້າງທຸລະກິດປະຈຳປີ 2023 ຢູ່ນະຄອນນານກິ່ງແຂວງຈ່ຽງຊູ່ຂອງຈີນ.

ໃນໄລຍະຈັດກິດຈະກຳ, ກຳມະບານທຸກຂັ້ນ ຈະເພີ່ມທະວີການສຳຫຼວດຄົ້ນຄວ້າສະພາບການໃຊ້ແຮງງານ ແລະສະພາບການສິດແລະຜົນປະໂຫຍດດ້ານເສດຖະກິດການອອກແຮງງານຂອງກຳມະກອນຂອງຂະແໜງການສຳຄັນແລະວິສາຫະກິດຢູ່ເຂດສຳຄັນ ຕື່ມອີກ, ຊອກຄົ້ນການສ້າງລະບົບຕິດຕາມວັດແທກຄຸນນະພາບການປະກອບອາຊີບຂອງພະນັກງານກຳມະກອນ, ຊ່ວຍເຫຼືອພະນັກງານກຳມະກອນທີ່ປ່ຽນຕຳແໜ່ງຫຼືລໍຖ້າຕຳແໜ່ງ, ແຮງງານຊົນນະບົດທີ່ມີຄວາມປາດຖະໜາໃນການປະກອບອາຊີບແລະສ້າງທຸລະກິດ, ຄອບຄົວຂອງພະນັກງານກຳມະກອນຜູ້ທຸກຍາກ ແລະກຸ່ມຄົນອື່ນໆ ໄປເຊື່ອມຕໍ່ກັບໜ່ວຍງານໃຊ້ແຮງງານ, ຊຸກຍູ້ໃຫ້ແຮງງານເຄື່ອນໄຫຼຢ່າງເປັນລະບຽບ. ນອກນີ້, ຍັງຈະຊອກຄົ້ນການສ້າງ “ແຜນການສາທາລະນະປະໂຫຍດກ່ຽວກັບການບໍລິການການປະກອບອາຊີບແລະສ້າງທຸລະກິດຂອງກຳມະບານ” ເຊິ່ງຈະພົວພັນກັບອົງການຊັບມະຍາກອນມະນຸດຢ່າງກວ້າງຂວາງເພື່ອເຊື່ອມຕໍ່ກັບລະບົບການບໍລິການປະກອບອາຊີບຂອງກຳມະບານ, ຈັດຊຸດຝຶກອົບຮົມຟີດ້ານເຕັກນິກປະກອບອາຊີບໃຫ້ກັບແຮງງານວ່າງງານແລະພະນັກງານກຳມະກອນທຸກຍາກ, ອຳນວຍການໃຫ້ຄຳປຶກສາແລະຄຳຊີ້ນຳດ້ານການສ້າງທຸລະກິດແກ່ຜູ້ມີຄວາມປາດຖະໜາແລະມີຄວາມສາມາດໃນການສ້າງທຸລະກິດ ເພື່ອຜ່ອນຄາຍຄວາມກົດດັນໃນການປະກອບອາຊີບຢ່າງມີປະສິດທິຜົນ. ກິດຈະກຳດັ່ງກ່າວຈະຈັດຂຶ້ນໃນຕະຫຼອດປີ 2023.