ຕົວຊີ້ວັດດ້ານເສດຖະກິດຂອງເຂດໃຊ້ເງິນເອີໂຣຕ່ຳກວ່າການຄາດຄະເນໄວ້ ເສດຖະກິດເອີຣົບບໍ່ມີສັນຍານທີ່ຈະດີຂຶ້ນ

2023-03-07 11:55:01 cri



   ຫຼັງຈາກການປະທະກັນລະຫວ່າງຣັດເຊຍແລະອູແກຣນເກີດຂຶ້ນແລ້ວ, ເອີຣົບໄດ້ເຮັດຕາມອາເມຣິກາໃນການປະຕິບັດມາດຕະການລົງໂທດຫຼາຍຮອບຕໍ່ຣັດເຊຍ, ແຕ່ຜົນກະທົບທີ່ເກີດຈາກການລົງໂທດເຮັດໃຫ້ເສດຖະກິດເອີຣົບມີຄວາມກົດດັນຢ່າງຕໍ່ເນື່ອງ, ໄພເງິນເຟີ້ຢູ່ໃນລະດັບສູງ. ວັນທີ 6 ມີນານີ້, ຂ່າວສານຣອຍເຕີຂອງອັງກິດໄດ້ລາຍງານວ່າ:2 ຕົວຊີ້ວັດດ້ານເສດຖະກິດຂອງເຂດໃຊ້ເງິນເອີໂຣທີ່ເປີດເຜີຍໃນມື້ດຽວກັນນັ້ນລ້ວນແຕ່ຕ່ຳກວ່າການຄາດຄະເນໄວ້ລ່ວງໜ້າຂອງຕະຫຼາດ, ເສດຖະກິດເອີຣົບຍັງບໍ່ທັນເຫັນມີສັນຍານທີ່ຈະຟື້ນຟູດີຂຶ້ນເທື່ອ.

   ອີງຕາມຂໍ້ມູນສະຖິຕິທີ່ອົງການສະຖິຕິສະຫະພາບເອີຣົບເປີດເຜີຍໃນວັນທີ 6 ມີນານີ້ໄດ້ສະແດງໃຫ້ເຫັນວ່າ: ປະລິມານການຂາຍຍ່ອຍສິນຄ້າຂອງເຂດໃຊ້ເງິນເອີໂຣໃນເດືອນມັງກອນປີນີ້ໄດ້ຫຼຸດລົງ2,3%ເມື່ອທຽບໃສ່ໄລຍຍະດຽວກັນຂອງປີກາຍ, ເຊິ່ງຕ່ຳກວ່າລະດັບການຄາດຄະເນລ່ວງໜ້າຂອງຕະຫຼາດຢ່າງຫຼວງຫຼາຍ. ພ້ອມດຽວກັນນັ້ນ, ບໍລິສັດເຊັນຕິສ(Sentix) ເຊິ່ງເປັນບໍລິສັດສຳຫຼວດໄດ້ເປີດເຜີຍໃນວັນທີ 6 ມີນານີ້ວ່າ: ດັດຊະນີຄວາມໝັ້ນໃຈຂອງຜູ້ລົງທຶນໃນເດືອນມີນານີ້ຢູ່ເຂດໃຊ້ເງິນເອີໂຣໄດ້ຕົກຈາກ-8 ລົງຮອດ -11,1 ເຊິ່ງສະແດງໃຫ້ເຫັນວ່າ:  ຕະຫຼາດມີການຄາດຄະເນດ້ານລົບຫຼາຍກວ່າຕໍ່ເສດຖະກິດເຂດໃຊ້ເງິນເອີໂຣ. ການລາຍງານຂ່າວຂອງຂ່າວສານຣອຍເຕີຍັງໃຫ້ຮູ້ວ່າ: ໄພເງິນເຟີ້ຢູ່ເຂດໃຊ້ເງິນເອີໂຣໃນປັດຈຸບັນຢູ່ໃນລະດັບສູງ, ຕະຫຼາດຂາດຄວາມໝັ້ນໃຈ, ເສດຖະກິດເອີຣົບຈະບໍ່ຟື້ນຟູດ້ວຍດີໄດ້ພາຍໃນໄລຍະສັ້ນ.