ເຜີຍແຜ່ບົດລາຍງານກ່ຽວກັບການສະຫຼຸບພຶດຕິກຳສະບັບທຳອິດເນື່ອງໃນໂອກາດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດສະເໜີອອກມາຄົບຮອບ 10 ປີ

2023-04-04 17:12:13 cri


ປີ 2023 ເປັນປີທີ່ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ສະເໜີແນວຄວາມຄິດການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຕໍ່ປະຊາຄົມໂລກຄົບຮອບ 10 ປີ. ວັນທີ 4 ເມສານີ້, ຢູ່ນະຄອນຫຼວງປັກກິ່ງຂອງຈີນ, ສະຖາບັນຄົ້ນຄວ້າການເງິນສົງຢາງຂອງມະຫາວິທະຍາໄລປະຊາຊົນຈີນໄດ້ເຜີຍແຜ່ບົດລາຍງານກ່ຽວກັບ “ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຄົບຮອບ 10 ປີ: ແນວຄວາມຄິດກ້າວສູ່ລວງເລິກ, ພຶດຕິກຳມີຄວາມຄືບໜ້າ ແລະວິໄສທັດໃນອະນາຄົດ”. ນີ້ແມ່ນບົດລາຍງານຄັງປັນຍາສະບັບທຳອິດຂອງຄັງປັນຍາທັງພາຍໃນແລະຕ່າງປະເທດໃນປັດຈຸບັນທີ່ໄດ້ສະຫຼຸບຄວາມຄືບໜ້າຂອງພຶດຕິກຳການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຄົບຮອບ 10 ປີ.

ບົດລາຍງານລະບຸວ່າ: ໃນ 10 ປີທີ່ຜ່ານມາ, ທ່ານປະທານສີຈິ້ນຜິງໄດ້ເວົ້າເຖິງ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ຢ່າງໜ້ອຍ 670 ຄັ້ງໃນຄຳປາໄສສຳຄັນ, ກອງປະຊຸມ, ກິດຈະກຳ, ການສຳຫຼວດ, ການພົບປະ, ການໄປຢ້ຽມຢາມຕ່າງປະເທດ, ສານແລະໂທລະເລກ. ແນວຄວາມຄິດດັ່ງກ່າວແມ່ນເນື້ອໃນແກນກາງດ້ານທິດສະດີແລະພຶດຕິກຳຂອງແນວຄິດການຕ່າງປະເທດສີຈິ້ນຜິງ, ຍິ່ງແມ່ນຄວາມໃຝ່ຝັນຂອງຈີນກ່ຽວກັບໂລກທີ່ສ້າງຂຶ້ນໂດຍຜ່ານການປັບປຸງທັດສະນະກ່ຽວກັບລະບຽບຂອງໂລກໃຫ້ດີຂຶ້ນ.

ບົດລາຍງານສະບັບນີ້ໄດ້ຕຳໜິແລະຕອບໂຕ້ຖ້ອຍຄວາມອັນຜິດພາດຂອງນັກການເມືອງເອີຣົບແລະອາເມຣິກາ, ຄັງປັນຍາ ແລະສື່ມວນຊົນຈຳນວນໜຶ່ງທີ່ເຂົ້າໃຈຜິດ, ບິດເບືອນແລະໃສ່ຮ້າຍປ້າຍສີປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ພ້ອມທັງເຫັນວ່າ: ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດແມ່ນແບບຢ່າງອັນໃໝ່ທີ່ອະລິຍະທຳຕ່າງກັນຢູ່ໃນໂລກຢູ່ຮ່ວມກັນ, ເປັນແນວຄວາມຄິດໃໝ່ແຫ່ງການບໍລິຫານໂລກ, ທັດສະນະໃໝ່ແຫ່ງການໄປມາຫາສູ່ກັນລະຫວ່າງຊາດ, ແຜນການໃໝ່ແຫ່ງການຮ່ວມມືໃນພາກພື້ນ, ຍິ່ງເປັນການປະກອບສ່ວນອັນໃໝ່ດ້ານສະຕິປັນຍາຂອງຈີນ. ເວົ້າສຳລັບປະເທດຈີນແລ້ວ, ຈະສືບຕໍ່ຍຶດໝັ້ນຫຼັກການພື້ນຖານແລະເປົ້າໝາຍຄ່ານິຍົມຕ່າງໆ ເປັນຕົ້ນ: ການເປິກສາຫາລືແລະການສົນທະນາ, ການສ້າງສາຮ່ວມກັນແລະຊົມໃຊ້ຮ່ວມກັນ, ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນ, ການພັດທະນາແບບສີຂຽວແລະກາກບອນຕ່ຳ, ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຍ່ອມຈະບັນລຸຜົນເປັນຈິງໄດ້ແນນອນ.