ທັດສະນະສຳຄັນຂອງທ່ານສີຈິ້ນຜິງກ່ຽວກັບການອະນຸລັກບ້ານດັ້ງເດີມ

2023-05-05 11:02:54 cri




ບ້ານດັ້ງເດີມໄດ້ບັນຈຸຄວາມຜູກພັນແລະຄວາມຄິດຮອດຄິດເຖິງອັນດູດດື່ມຂອງປະຊາຊົນທັງຫຼາຍທີ່ມີຕໍ່ບ້ານເກີດເມືອງນອນ, ໄດ້ມີຂໍ້ມູນຂ່າວສານປະຫວັດຄວາມເປັນມາແລະທິວທັດວັດທະນະທຳອັນອຸດົມສົມບູນ. ຢູ່ຈີນ, ການອະນຸລັກບ້ານດັ້ງເດີມແມ່ນມີຄວາມໝາຍສຳຄັນຍິ່ງຕໍ່ການຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນແລະການສະໜອງສິ່ງຄ້ຳປະກັນດ້ານວັດທະນະທຳໃຫ້ກັບຄວາມທັນສະໄໝແບບຈີນ. ວັນທີ 27 ເມສາ 2023 ຜ່ານມາ, ກະຊວງເຮືອນຢູ່ອາໄສແລະການພັດທະນາຕົວເມືອງແລະຊົນນະບົດ, ກະຊວງການເງິນຈີນໄດ້ເປີດເຜີຍບັນຊີລາຍຊື່ເມືອງສາທິດການອະນຸລັກແລະນຳໃຊ້ບ້ານດັ້ງເດີມທີ່ເຊື່ອມຈອດເປັນບໍລິເວນກວ້າງ2023 ພ້ອມທັງໄດ້ວາງແຜນງານທີ່ກ່ຽວຂ້ອງ. ທີ່ຈິງແລ້ວ, ພາຍຫຼັງທ່ານສີຈິ້ນຜິງໄດ້ຂຶ້ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ເພິ່ນໄດ້ລົງເຄື່ອນໄຫວຢ້ຽມຢາມບ້ານດັ້ງເດີມຫຼາຍໆຄັ້ງ ພ້ອມທັງໄດ້ໃຫ້ຄຳຊີ້ນຳທີ່ສຳຄັນກ່ຽວກັບການອະນຸລັກບ້ານດັ້ງເດີມ.

ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: “ອະລິຍະທຳຊົນນະບົດເປັນສ່ວນສຳຄັນຕົ້ນຕໍຂອງປະຫວັດສາດອະລິຍະທຳຈີນ, ບ້ານຊົນນະບົດເປັນສິ່ງບັນຈຸອະລິຍະທຳແບບນີ້, ອະລິຍະທຳປູກຝັງແລະຮຽນຮູ້ໜັງສືຄືກຳລັງໄມ້ອ່ອນຂອງພວກເຮົາ.”

ບ້ານດັ້ງເດີມທີ່ມີປະຫວັດມານັບເປັນຮ້ອຍເປັນພັນປີໄດ້ເປັນຕົວຕົນສຳລັບສືບທອດວັດທະນະທຳຈີນທີ່ມີມູນເຊື້ອອັນດີງາມ. 24ຈຸດແບ່ງລະດູການຕາມກະສິກຳປູກຝັງທີ່ມີເອກະລັກພິເສດຂອງຈີນ, ຈະລິຍະທຳນິເວດທີ່ຄົນກັບທຳມະຊາດເຊື່ອມໂຍງເຂົ້າກັນຢ່າງກົມກຽວ, ເຮືອນປະຊາຊົນທີ່ມີເອກະລັກພິເສດຂອງທ້ອງຖິ່ນຕ່າງໆ, ທິວທັດກະສິກຳແບບທຳມະຊາດລຽບງ່າຍ, ຄຳຂວັນຄອບຄົວທີ່ສືບຕະກຸນດ້ວຍການປູກຝັງແລະຮຽນຮູ້ໜັງສືມາແຕ່ບັນພະບຸລຸດ, ຮີດຄອງປະເພນີທີ່ເພື່ອນບ້ານໃກ້ຄຽງຊ່ວຍເຫຼຶອເຊິ່ງກັນແລະກັນ… ທັງໝົດເຫຼົ່ານີ້ໄດ້ກາຍເປັນສັນຍະລັກພົ້ນເດັ່ນຂອງວັດທະນະທຳຈີນ ເຊິ່ງໄດ້ໂຮມສູນຄົງຕົວຢູ່ໃນບ້ານດັ້ງເດີມ.

ວັນທີ23ທັນວາ2013, ທ່ານສີຈິ້ນຜິງໄດ້ກ່າວເນັ້ນໜັກໃນກອງປະຊຸມວຽກງານຊົນນະບົດຂັ້ນສູນກາງຈີນວ່າ: “ຊົນນະບົດຄືແຫຼ່ງກຳເນີດອະລິຍະທຳດັ້ງເດີມຂອງປະເທດເຮົາ, ຮາກເຫງົ້າວັດທະນະທຳຊົນນະບົດແມ່ນຕັດຂາດບໍ່ໄດ້, ຊົນນະບົບແມ່ນບໍ່ໃຫ້ກາຍເປັນຊົນນະບົດຮົກຮ້າງ, ເປັນຊົນນະບົດທີ່ມີແຕ່ຜູ້ເຖົ້າເດັກນ້ອຍເຝົ້າບ້ານ ແລະເປັນບ້ານເກົ່າທີ່ມີແຕ່ຢູ່ໃນຄວາມຊົງຈຳເທົ່ານັ້ນ.”

ບ້ານດັ້ງເດີມເປັນບ່ອນບັນຈຸລະຫັດສືບທອດອະລິຍະທຳຈີນໃຫ້ຍືນຍົງຄົງຕົວຕະຫຼອດໄປທ່າມກາງຊີວິດປະຈຳວັນຂອງຊາວບ້ານແຕ່ລະເຊັ່ນຄົນ, ເຊິ່ງຕ້ອງການສືບທອດແລະປົກປັກຮັກສາຈາກຄົນຮຸ່ນນີ້ສູ່ຄົນຮຸ່ນໜ້າແບບຕໍ່ໆກັນໄປ, ຕ້ອງຜ່ານຈາກການຫັນປ່ຽນແລະການພັດທະນາຢ່າງມີການປະດິດສ້າງເພື່ອກະຕຸກຊຸກຍູ້ໃຫ້ມີຊີວິດຊີວາ.

ທ່ານສີຈິ້ນຜິງໄດ້ມີຄຳຊີ້ນຳລະອຽດກ່ຽວກັບການອະນຸລັກບ້ານດັ້ງເດີມຄື: ປັບປຸງຊີວິດການເປັນຢູ່ຂອງຊາວບ້ານໃຫ້ດີຂຶ້ນໃນຂະບວນການພັດທະນາຊົນນະບົດໃຫ້ຈະເລີນ ເພື່ອສ້າງໃຫ້ເປັນແຮງຂັບເຄື່ອນການພັດທະນາທີ່ເກີດຈາກໃນຕົວຂອງບ້ານດັ້ງເດີມ.

ວັນທີ 8 ມີນາ 2018, ໃນເວລາເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນແຂວງຊ່ານຕຸ່ງທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ1ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ13, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: “ຕ້ອງເຄົາລົບຄວາມມຸ່ງມາດປາດຖະໜາຂອງຊາວກະສິກອນອັນມະຫາສານຢ່າງເຕັມສ່ວນ, ປຸກລະດົມຄວາມຫ້າວຫັນ,ຄວາມເປັນເຈົ້າການແລະຫົວຄິດປະດິດສ້າງຂອງຊາວກະສິກອນອັນມະຫາສານ, ຫັນເອົາຄວາມປາດຖະໜາຂອງຊາວກະສິກອນອັນມະຫາສານທີ່ຢາກມີຊີວິດທີ່ດີງາມໃຫ້ກາຍເປັນພະລັງແຮງຂັບເຄື່ອນການພັດທະນາຊົນນະບົດໃຫ້ຈະເລີນ, ຖືເອົາການປົກປ້ອງຜົນປະໂຫຍດພື້ນຖານຂອງຊາວກະສິກອນອັນມະຫາສານ ແລະຊຸກຍູ້ຊາວກະສິກອນອັນມະຫາສານໃຫ້ຮັ່ງມີຮ່ວມກັນນັ້ນເປັນຈຸດເລີ່ມຕົ້ນແລະຈຸດໝາຍ.”

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳວ່າ: ຕ້ອງກຳແໜ້ນຄວາມແຕກຕ່າງກັນແລະເອກະລັກພິເສດຂອງທ້ອງຖິ່ນຕ່າງໆ, ຮັກສາໂສມໜ້າທາງປະຫວັດສາດຂອງບ້ານດັ້ງເດີມ, ອະນຸລັກ, ສືບທອດແລະນຳໃຊ້ສິ່ງບັນຈຸວັດທະນະທຳປະຫວັດສາດທີ່ເປັນຮູບປະທຳເຊັ່ນເຮືອນປະຊາຊົນທີ່ເກົ່າແກ່ບູຮານ ແລະ ສິ່ງກໍ່ສ້າງບູຮານເປັນຕົ້ນ ຢ່າງມີວິທະຍາສາດແລະສົມເຫດສົມຜົນ.



ຢູ່ຕີນພູຊິງຫຼົງຫິ້ງຂອງສາຍພູຕ້າເປ, ມີບ້ານດັ້ງເດີມແຫ່ງໜຶ່ງທີ່ມີປະຫວັດ400ກວ່າປີແລ້ວ ຄື ບ້ານຖຽນພູ້ຕ້າວ່ານ ຕາແສງຖຽນພູ້ ເມືອງຊິ່ນຊ້ຽນ ແຂວງເຫີໜານ. ວັນທີ 16 ກັນຍາ2019, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ບ້ານແຫ່ງນີ້ໂດຍເພິ່ນໄດ້ເນັ້ນໜັກວ່າ: ການພັດທະນາການທ່ອງທ່ຽວຊົນນະບົດບໍ່ຄວນເຮັດການມ້າງແລະກໍ່ສ້າງຢ່າງຂະໜາດໃຫຍ່, ຄວນປະຕິບັດຕາມສະພາບຕົວຈິງຂອງທ້ອງຖິ່ນແລະນຳພາການພັດທະນາຕາມທ່າອ່ຽງຂະຫຍາຍຕົວ ເພື່ອປັບປຸງແລະອະນຸລັກຮັກສາບ້ານດັ້ງເດີມໃຫ້ເກີດມີປະສິດທິຜົນທີ່ດີ.

ກ່ຽວກັບການອະນຸລັກບ້ານດັ້ງເດີມ, ທ່ານສີຈິ້ນຜິງຍັງມີຄຳຊີ້ນຳວ່າ:  ສືບທອດວັດທະນະທຳຊົນນະບົດທີ່ມີຊີວິດຊີວາ, ຂຸດຄົ້ນ, ສືບທອດ ແລະປະດິດສ້າງວັດທະນະທຳດັ້ງເດີມທີ່ດີງາມແລະມໍລະດົກວັດທະນະທຳນາມມະທຳຂອງບ້ານດັ້ງເດີມ.

ຢູ່ຕາມແຄມທະເລສາບເອີໄຫ, ບ້ານກູເສິ່ງ ຕາແສງວ່ານສຽວເມືອງຕ້າຫຼີ ກິ່ງແຂວງປົກຄອງຕົນເອງເຜົ່າປາຍຕ້າຫຼີແຂວງຢູນນານ ເປັນບ້ານດັ້ງເດີມເຜົ່າປາຍທີ່ມີລັກສະນະຕົວແທນແລະມີປະຫວັດມາພັນກວ່າປີແລ້ວ. ວັນທີ 20 ມັງກອນ2015, ທ່ານສີຈິ້ນຜິງໄດ້ຢ້ຽມຢາມບ້ານແຫ່ງນີ້ໂດຍເພິ່ນໄດ້ເນັ້ນໜັກວ່າ: “ການກໍ່ສ້າງຊົນນະບົດໃໝ່ຕ້ອງເດີນຕາມເສັ້ນທາງທີ່ສອດຄ່ອງກັບສະພາບຕົວຈິງຂອງຊົນນະບົດ, ເຄົາລົບແລະປະຕິບັດຕາມກົດເກນແຫ່ງການຂະຫຍາຍຕົວຂອງຊົນນະບົດນັ້ນເອງ, ສ່ອງແສງໃຫ້ເຫັນເອກະລັກພິເສດຂອງຊົນນະບົດຢ່າງເຕັມສ່ວນ, ຕ້ອງເອົາໃຈໃສ່ລັກສະນະກິ່ນອາຍຊົນນະບົດ, ຮັກສາໂສມໜ້າຊົນນະບົດ, ປົກປັກຮັກສາພູຂຽວນ້ຳໃສໃຫ້ໄດ້ ແລະຍັງສາມາດຈື່ຈຳໄດ້ບ້ານເກີດເມືອງນອນຂອງຕົນເໝືອນເດີມ.”

ໂດຍຈັດຕັ້ງປະຕິບັດຕາມຄຳຮຽກຮ້ອງຂອງທ່ານສີຈິ້ນຜິງ, ປະຊາຊົນທົ່ວປະເທດຈີນໄດ້ຮ່ວມແຮງຮ່ວມໃຈກັນຊຸກຍູ້ການປະຕິບັດໂຄງການອະນຸລັກບ້ານດັ້ງເດີມໃຫ້ມີຄວາມຄືບໜ້າທີ່ດີ.

ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເປັນຕົ້ນມາ, ລັດຖະບານຈີນໄດ້ປະຕິບັດໂຄງການອະນຸລັກບ້ານດັ້ງເດີມ, ມາເຖິງປັດຈຸບັນ, ໄດ້ມີ 8.155 ບ້ານຖືກຈັດເຂົ້າໃນບັນຊີລາຍຊື່ບ້ານດັ້ງເດີມ ແລະປະຕິບັດລະບຽບການອະນຸລັກດ້ວຍການຂຶ້ນປ້າຍບ້ານດັ້ງເດີມ, ສິ່ງກໍ່ສ້າງປະຫວັດສາດ ແລະເຮືອນປະຊາຊົນດັ້ງເດີມ 539.000 ຫຼັງໄດ້ຮັບການອະນຸລັກ, ມໍລະດົກວັດທະນະທຳນາມມະທຳຂັ້ນແຂວງຂຶ້ນໄປທັງໝົດ 4.789 ລາຍການໄດ້ຮັບການສືບທອດແລະຂະຫຍາຍຕົວ. ຢູ່ຈີນໄດ້ກຳເນີດກຸ່ມບ້ານດັ້ງເດີມທີ່ອະນຸລັກມໍລະດົກອະລິຍະທຳກະສິກຳທີ່ມີຂະໜາດໃຫຍ່ທີ່ສຸດ, ມີເນື້ອໃນແລະຄຸນຄ່າອຸດົມສົມບູນທີ່ສຸດ, ອະນຸລັກຮັກສາໄວ້ຄົບຖ້ວນສົມບູນທີ່ສຸດຢູ່ໃນໂລກ ແລະໄດ້ຮັບການສືບທອດທ່າມກາງການດຳລົງຊີວິດແລະການຜະລິດຂອງປະຊາຊົນ.