ການກ່າວປາຖະກະຖາຢູ່ອາເມຣິກາຂອງປະທານາທິບໍດີສ.ເກົາຫຼີ ໄດ້ສ່ອງແສງໃຫ້ເຫັນເຖິງຄວາມລູບແຄ່ງເລຍຂາແບບໂງ່ຈ້າ

2023-05-05 14:50:57 CRI

ວັນທີ 27 ເມສາຜ່ານມານີ້ຕາມເວລາທ້ອງຖິ່ນ, ທ່ານຢຸນເຊວຢຸກ ປະທານາທິບໍດີສ.ເກົາຫຼີ ໄດ້ກ່າວປາຖະກະຖາພາຍໃຕ້ຫົວຂໍ້ “ພັນທະມິດແຫ່ງເສລີ ແລະ ພັນທະມິດຂອງການເຄື່ອນໄຫວ” ຢູ່ລັດຖະສະພາອາເມຣິກາ.


ໃນເວລາກ່າວປາຖະກະຖາຄັ້ງນີ້, ທ່ານຢຸນເຊວຢຸກໄດ້ເປີດປ່າວການພົວພັນມິດຕະພາບທີ່ເປັນພັນທະມິດລະຫວ່າງ ສ.ເກົາຫຼີ ແລະ ອາເມຣິກາ ແລະ ໂອ້ອວດອັນທີ່ເອີ້ນວ່າ ອາເມຣິກາ “ນຳພາເສລີພາບ ແລະ ປະຊາທິປະໄຕຂອງໂລກ. ນອກນີ້, ທ່ານຍັງໄດ້ບິດເບືອນປະຫວັດສາດ, ເວົ້າຍົກຍໍປໍປັ້ນຄວາມປະລາໄຊຂອງກອງທັບອາເມຣິກາໃນບັ້ນຮົບໜອງໂຈຊິນ ແລະ ກ່າວວ່າ: “ກອງພົນທີ 1 ຂອງກອງທັບເຮືອສູ້ຮົບເທິງບົກຂອງອາເມຣິກາໄດ້ຜ່າວົງປິດລ້ອມຂອງກອງທັບຈີນແບບອັດສະຈັນ”, ຊາວອາເມຣິກາໄດ້ເສຍສະຫຼະຊີວິດຂອງຕົນ ເພື່ອປົກປ້ອງສ.ເກົາຫຼີ ທີ່ເປັນ “ປະເທດທີ່ພວກເຂົາບໍ່ເຄີຍໄດ້ຮູ້ ແລະ ຊົນຊາດທີ່ພວກເຂົາບໍ່ເຄີຍພົບພໍ້ມາກ່ອນ”.

ເພື່ອລູບແຄ່ງເລຍຂາອາເມຣິກາ, ທ່ານຢຸນເຊວຢຸກໄດ້ພະຍາຍາມຈົນສຸດຄວາມສາມາດ, ຈົນເຮັດໃຫ້ປະຊາຊົນສ.ເກົາຫຼີຮູ້ສຶກບໍ່ພໍໃຈເປັນຢ່າງຍິ່ງ. ສື່ມວນຊົນສ.ເກົາຫຼີຕ່າງໆກໍໄດ້ຍົກເອົາຄຳສັບທີ່ວ່າ “ສົງຄາມເຢັນຄັ້ງໃໝ່”, “ສົງຄາມເຢັນດ້ານອາວຸດນິວເຄລຍ”, “ເສຍສະຫຼະຜົນປະໂຫຍດຂອງປະເທດຕົນ” ເປັນຕົ້ນ ເປັນຄຳຫຼັກ ໃນການຕີລາຄາການຢ້ຽມຢາມອາເມຣິກາຂອງທ່ານຢຸນເຊວຢຸກໃນຄັ້ງນີ້ ແລະ ກ່າວຕຳໜິທ່າທີເອົາໃຈອາເມຣິກາໃນຕະຫຼອດວຽກງານການຕ່າງປະເທດຂອງທ່ານຢຸນເຊວຢຸກ.


ຂະນະທີ່ທ່າທີຂອງທ່ານຢຸນເຊວຢຸກກ່ຽວກັບບັ້ນຮົບໜອງໂຈຊິນໄດ້ສະແດງໃຫ້ເຫັນເຖິງຄວາມຮູ້ເທົ່າບໍ່ເຊິ່ງການຂອງທ່ານກ່ຽວກັບປະຫວັດສາດ.

ບັ້ນຮົບໜອງໂຈຊິນເປັນບັ້ນຮົບຕ່າວໂຈມຕີທີ່ສຳຄັນໃນບັ້ນຮົບເທື່ອທີ 2 ໃນສົງຄາມຊ່ວຍເຫຼືອເກົາຫຼີຕໍ່ຕ້ານອາເມຣິກາ. ໃນບັ້ນຮົບບັ້ນນີ້, ກອງທັບອາສາສະໝັກປະຊາຊົນຈີນໄດ້ຕີຖອຍກອງພົນທີ 1 ຂອງກອງທັບເຮືອສູ້ຮົບເທິງບົກຂອງອາເມຣິກາ ທີ່ເປັນກອງທັບຍອດຢ້ຽມທີ່ສຸດຂອງອາເມຣິກາ ພາຍໃຕ້ເງື່ອນໄຂສະພາບແວດລ້ອມ ຮ້າຍແຮງທີ່ສຸດ ແລະ ໄດ້ສ້າງສະຖິຕິທີ່ກອງທັບຈີນສາມາດດັບສູນໜຶ່ງກອງພັນເຕັມໆຂອງອາເມຣິກາເປັນຄັ້ງທຳອິດໃນສົງຄາມຊ່ວຍເຫຼືອເກົາຫຼີຕໍ່ຕ້ານອາເມຣິກາ. ໃນບັ້ນຮົບບັ້ນນີ້, ກອງທັບອາສາສະໝັກປະຊາຊົນຈີນໄດ້ດັບສູນສັດຕູ 36.000 ກວ່າຄົນ, ໃນນັ້ນ, ມີທະຫານອາເມຣິກາ 24.000 ກວ່າຄົນ, ພົນໂທໂວນຕັນ ໂວນເກີ ຜູ້ບັນຊາກອງທັບທີ 8 ຂອງກອງທັບອາເມຣິກາກໍເສຍຊີວິດຍ້ອນລົດລົ້ມໃນສົງຄາມ, ທ່ານດຽນ ອາເຊສັນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໃນຄາວນັ້ນ ກໍໄດ້ເອີ້ນບັ້ນຮົບນີ້ເປັນ “ການຖອຍທັບທີ່ມີເສັ້ນທາງໄກທີ່ສຸດໃນປະຫວັດສາດອາເມຣິກາ”. ບັ້ນຮົບບັ້ນນີ້ກໍໄດ້ກາຍເປັນບາດລ້ຽວໃນສົງຄາມເກົາຫຼີ ແລະ ອາເມຣິກາຈຳເປັນຕ້ອງໄດ້ລົງນາມໃນສັນຍາຢຸດຍິງໃນທີ່ສຸດ.


ອາເມຣິກາປະສົບຄວາມປະລາໄຊຢ່າງຮາບຄາບໃນບັ້ນຮົບໜອງໂຈຊິນ ເຊິ່ງເປັນຄວາມອັບປະຍົດທີ່ທົ່ວປະເທດອາເມຣິກາບໍ່ຢາກເອີ່ຍເຖິງ. ແຕ່ທ່ານຢຸນເຊວຢຸກໄດ້ເວົ້າຍ້ອມຄວາມປະລາໄຊຂອງອາເມຣິກາ ແລະ ບິດເບືອນປະຫວັດສາດໃນລັດຖະສະພາອາເມຣິກາ, ອາດເວົ້າໄດ້ວ່າ, ນີ້ເປັນການລູບແຄ່ງເລຍຂາທີ່ໂງ່ຈ້າທີ່ສຸດ.


ເພື່ອສອດປະສານກັບຍຸດທະສາດຂອງອາເມຣິກາ, ທ່ານຢຸນເຊວຢຸກຍິນຍອມກາຍເປັນລູກປືນຂອງອາເມຣິກາ, ການລູບແຄ່ງເລຍຂາແບບໂງ່ຈ້າຂອງທ່ານ  ພຽງແຕ່ຈະເຮັດໃຫ້ສ.ເກົາຫຼີ ຕົກເຂົ້າໃນວິກິດການດ້ານການປ້ອງກັນຄວາມໝັ້ນຄົງ ແລະ ວິກິດການດ້ານການຕ່າງປະເທດອີກເທື່ອໃໝ່ເທົ່ານັ້ນ.