ທ່ານສີຈິ້ນຜິງເນັ້ນໜັກໃຫ້ພັດທະນາກະສິກຳທີ່ມີເອກະລັກພິເສດຢູ່ເຂດດິນເຄັມໃຫ້ດີ

2023-05-14 20:23:05 cri



 

   ດິນປູກຝັງ ແລະສະບຽງອາຫານຄືສິ່ງທີ່ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນມີຄວາມຫ່ວງໃຍຢູ່ຕະຫຼອດ. ນັບແຕ່ທ່ານສີຈິ້ນຜິງຂຶ້ນດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເມື່ອປີ2012ເປັນຕົ້ນມາ, ເພິ່ນໄດ້ລົງເຄື່ອນໄຫວຢ້ຽມຢາມທ້ອງຖິ່ນຕ່າງໆໃນທົ່ວປະເທດ, ໃນໄລຍະສຳຫຼວດກວດກາວຽກງານຢູ່ທ້ອງຖິ່ນ, ເພິ່ນໄດ້ລົງທົ່ງໄຮ່ທົ່ງນາຢູ່ເລື້ອຍໆເພື່ອໃຫ້ຄວາມເອົາໃຈໃສ່ຕໍ່ວຽກງານຄວາມໝັ້ນຄົງດ້ານສະບຽງອາຫານແລະການຜະລິດພືດພັນທັນຍາຫານ. ເມື່ອມໍ່ໆມານີ້ ຄືວັນທີ 11 ພຶດສະພາ2023ນີ້, ທ່ານສີຈິ້ນຜິງທີ່ກຳລັງສຳຫຼວດກວດກາວຽກງານຢູ່ແຂວງເຫີເປີຍ ເພິ່ນໄດ້ເດີນທາງໄປເມືອງຫວງຮວານະຄອນຊ່າງໂຈ່ວ ແລະຍ່າງໄປເບິ່ງທົ່ງນາເຂົ້າເບຣທີ່ເປັນດິນເຄັມສາມາດທົນທານກັບຄວາມແຫ້ງແລ້ງໄດ້ ເພື່ອຮັບຮູ້ສະພາບການກ່ຽວກັບການປັບປຸງດິນເຄັມ, ການເຜີຍແຜ່ການປູກເຂົ້າເບຣຢູ່ດິນເຄັມແຫ້ງ ກໍຄືການຫັນເປັນອຸດສາຫະກຳ ເປັນຕົ້ນ.

 

   ກ່ອນໜ້ານີ້ໜຶ່ງປີປາຍ, ຄືໃນເດືອນຕຸລາປີ2021, ໃນໄລຍະລົງເຄື່ອນໄຫວຢ້ຽມຢາມແຂວງຊ່ານຕຸ່ງ, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ເຂດສາທິດອຸດສາຫະກຳເຕັກນິກສູງໃໝ່ດ້ານກະສິກຳເຂດສາມລ່ຽມປາກແມ່ນ້ຳເຫຼືອງ ໂດຍເພິ່ນໄດ້ຢ້ຽມຢາມຖານສາທິດການທົດລອງກະສິກຳທັນສະໄໝດິນເຄັມເພື່ອກວດເບິ່ງສະພາບການເຕີບໃຫຍ່ຂອງໝາກຖົ່ວເຫຼືອງແລະພືດຝຸ່ນສີຂຽວ, ຮັບຮູ້ການອະນຸລັກສິ່ງແວດລ້ອມນິເວດແລະການນຳໃຊ້ດິນເຄັມແບບສັງລວມ, ການເພາະພັນແລະເຜີຍແຜ່ການປູກພືດທີ່ທົນທານຕໍ່ທາດເກືອ.


ການສຳຫຼວດກວດກາວຽກງານຂອງທ່ານສີຈິ້ນຜິງສອງຄັ້ງນີ້ເຖິງຈະໄດ້ກວດເບິ່ງເຄື່ອງປູກຝັງທີ່ຕ່າງກັນ ແຕ່ວ່າລ້ວນແຕ່ແມ່ນສຸມໃສ່ດິນເຄັມຄືກັນ.

 

ໃນເວລາສຳຫຼວດກວດກາວຽກງານຢູ່ແຂວງຊ່ານຕຸ່ງ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: “ການດຳເນີນການນຳໃຊ້ດິນເຄັມແບບສັງລວມແມ່ນມີຄວາມໝາຍສຳຄັນດ້ານຍຸດທະສາດຕໍ່ການຄ້ຳປະກັນຄວາມໝັ້ນຄົງແຫ່ງຊາດດ້ານສະບຽງອາຫານ ແລະການກຳຖ້ວຍເຂົ້າຂອງຈີນໄວ້ໃຫ້ແໜັ້ນ”. ໃນການສຳຫຼວດກວດກາວຽກງານຢູ່ນະຄອນຊ່າງໂຈ່ວ, ທ່ານສີຈິ້ນຜິງໄດ້ເນັ້ນໜັກອີກຄັ້ງໜຶ່ງວ່າ: “ການດຳເນີນການນຳໃຊ້ດິນເຄັມແບບສັງລວມເປັນບັນຫາຍຸດທະສາດອັນໜຶ່ງ, ຈຳເປັນຕ້ອງວາງໄວ້ຢູ່ໃນຖານະອັນສຳຄັນ.” ຄຳເວົ້າຂອງທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນບົດບາດສຳຄັນດ້ານຍຸດທະສາດຂອງດິນເຄັມ.

 

 ເດືອນທັນວາປີ2020, ທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນຢູ່ໃນກອງປະຊຸມວຽກງານເສດຖະກິດຂັ້ນສູນກາງຈີນວ່າ: “ຍອດເນື້ອທີ່ດິນປູກຝັງຂອງປະເທດເຮົາມີໜ້ອຍ, ມີຄຸນນະພາບຕ່ຳໂດຍລວມ, ຊັບພະຍາກອນສຳຮອງມີບໍ່ພຽງພໍ, ຂ້າພະເຈົ້າໄດ້ໃຫ້ຄວາມສຳຄັນເປັນຢ່າງສູງແລະໄດ້ເນັ້ນໜັກເທື່ອແລ້ວເທື່ອເລົ່າຕໍ່ກັບບັນຫານີ້ຕະຫຼອດມາ.”

 

ຈີນມີດິນເຄັມປະມານ 100 ລ້ານເຮັກຕາ, ໃນນີ້, ປະມານ 33 ລ້ານເຮັກຕາມີທ່າແຮງບົ່ມຊ້ອນໃນດ້ານການພັດທະນານຳໃຊ້ໄດ້. ຖ້າຫາກສາມາດນຳໃຊ້ຊັບພະຍາກອນດິນປູກຝັງສຳຮອງທີ່ “ຫຼັບໄຫຼ” ນີ້ໃຫ້ຟື້ນຊີບຄືນ ແລະນຳໃຊ້ດິນປູກຝັງທີ່ມີຢູ່ໃນປັດຈຸບັນໃຫ້ມີປະສິດທິຜົນໄປຄຽງຄູ່ກັບການເພີ່ມປະລິມານດິນປູກຝັງໃຫ້ຫຼາຍຂຶ້ນ, ກໍຈະສາມາດບັນລຸການເພີ່ມປະລິມານດິນປູກຝັງ,ຍົກຄຸນນະພາບແລະສະມັດຕະພາບໃຫ້ສູງຂຶ້ນຢ່າງພົ້ນເດັ່ນ.

 

ໃນເວລາສຳຫຼວດກວດກາວຽກງານຢູ່ເຂດສາທິດອຸດສາຫະກຳເຕັກນິກສູງໃໝ່ດ້ານກະສິກຳເຂດສາມລ່ຽມປາກແມ່ນ້ຳເຫຼືອງ, ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ: “ຊັບພະຍາກອນທີ່ດິນເປັນສິ່ງປະເສີດທີ່ສຸດ, ການພັດທະນາການປູກພືດທີ່ທົນທານຕໍ່ທາດເກືອໃຫ້ດີຈະມີຄວາມໝາຍສຳຄັນຫຼາຍຕໍ່ການເພີ່ມປະລິມານທີ່ດິນປູກຝັງ.” “ພວກເຮົາຕ້ອງຮັກສາເສັ້ນແດງດິນປູກຝັງ120ລ້ານເຮັກຕາໃຫ້ໄດ້ ຂະນະທີ່ດິນເຄັມ33ລ້ານເຮັກຕາກໍຕ້ອງພັດທະນາແລະນຳໃຊ້ຢ່າງເຕັມສ່ວນເຊັ່ນດຽວກັນ. ຖ້າຫາກພັດທະນາການປູກພືດທີ່ທົນທານຕໍ່ທາດເກືອໃຫ້ດີແລ້ວ, ກໍຈະມີບົດບາດສຳຄັນຕໍ່ການຄ້ຳປະກັນຄັງສາງເຂົ້າຂອງຈີນແລະຖ້ວຍເຂົ້າຂອງຈີນ”

 

ການຫັນເປັນດິນເຄັມປຽບເໝືອນພະຍາດຊຳເຮື້ອຂອງທີ່ດິນ,ເມື່ອດິນມີປະລິມານທາດເກືອສູງຈະເຮັດໃຫ້ເຄື່ອງປູກຝັງເປັນຜົນໜ້ອຍຫຼືເກີດບໍ່ໄດ້. ການປັບປຸງແລະນຳໃຊ້ດິນປູກຝັງພິເສດຊະນິດນີ້ເປັນຫົວຂໍ້ທີ່ຜູ້ເຮັດວຽກວິທະຍາສາດເຕັກນິກກະສິກຳໄດ້ສຸມຄວາມພະຍາຍາມຄົ້ນຄວ້າມາໂດຍຕະຫຼອດ.

 

ໃນເວລາສຳຫຼວດຄົ້ນຄວ້າວຽກງານຢູ່ນະຄອນຊ່າງໂຈ່ວ, ເຂົ້າເບຣທີ່ທ່ານສີຈິ້ນຜິງໄດ້ກວດເບິ່ງນັ້ນປະກອບມີ: ເຂົ້າເບຣສ້ຽວຢຽນ60, ຊ່າງມ້າຍ 6002 ແລະເຂົ້າເບຣຊະນິດອື່ນໆທີ່ທົນທານຕໍ່ທາດເກືອແລະຄວາມແຫ້ງແລ້ງໄດ້ ເຊິ່ງເປັນພືດພັນທີ່ພະນັກງານວິຊາການເຕັກນິກກະສິກຳທ້ອງຖິ່ນແຫ່ງນີ້ໄດ້ປິ່ນອ້ອມຂອດສຳຄັນຕ່າງໆເຊັ່ນ: ການປູກ, ໃສ່ຝຸ່ນ, ບົວລະບັດແລະອື່ນໆ ໂດຍໄດ້ປະຕິບັດຕາມມາດຕະຖານເຕັກນິກລະດັບຊາດແລະຂະແໜງການກະສິກຳ 30 ລາຍການ, ຄົ້ນຄວ້າພັດທະນາແລະເພາະພັນໃຫ້ເປັນພືດພັນທີ່ເໝາະສົມຕໍ່ການປູກຢູ່ໃນດິນເຄັມ.

 

ໃນເວລາສຳຫຼວດກວດກາວຽກງານຢູ່ແຂວງຊ່ານຕຸ່ງເມື່ອປີ2021, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: “ຕ້ອງເພີ່ມທະວີການຄົ້ນຄວ້າຂັ້ນພື້ນຖານຕ່າງໆເຊັ່ນ: ຊັບພະຍາກອນແນວພັນພືດ, ການອະນຸລັກແລະນຳໃຊ້ດິນປູກຝັງແລະອື່ນໆ”, “ພະຍາຍາມສູ້ຊົນໃຫ້ບັນລຸການບຸກທະລຸໃນດ້ານເຕັກນິກແກນກາງສຳຄັນແລະຂົງເຂດປະດິດສ້າງທີ່ສຳຄັນ”. ໃນກອງປະຊຸມເທື່ອທີ1ຂອງຄະນະກຳມະການເສດຖະກິດການເງິນສູນກາງພັກກອມມູນິດຈີນຊຸດທີ20ທີ່ຈັດຂຶ້ນເມື່ອບໍ່ດົນມານີ້, ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳວ່າ: “ຕ້ອງໃຫ້ຄວາມສຳຄັນຫຼາຍກວ່າເກົ່າຕໍ່ວຽກງານພັດທະນາວິທະຍາສາດເຕັກນິກເພື່ອຄ້ຳປະກັນສະບຽງອາຫານ, ຜ່ານຜ່າຂໍ້ຈຳກັດດ້ານເງື່ອນໄຂທຳມະຊາດເຊັ່ນ:ດິນປູກຝັງເປັນຕົ້ນທີ່ມີຕໍ່ການຜະລິດກະສິກຳ.”

 

ໂອກາດໂອ້ລົມສົນທະນາໃນເວລາສຳຫຼວດກວດກາວຽກງານຢູ່ນະຄອນຊ່າງໂຈ່ວເທື່ອນີ້, ທ່ານສີຈິ້ນຜິງໄດ້ສະເໜີຂໍ້ຮຽກຮ້ອງລະອຽດຕໍ່ວຽກງານການນຳໃຊ້ດິນເຄັມແບບສັງລວມ: “ຕ້ອງເລີ່ມຈາກສະພາບຕົວຈິງຂອງປະເທດພວກເຮົາທີ່ມີດິນເຄັມຫຼາຍ ແລະມີທ່າແຮງບົ່ມຊ້ອນອັນມະຫາສານໃນການພັດທະນາດິນເຄັມ, ເສີມຂະຫຍາຍບົດບາດສຳຄັນຕົ້ນຕໍຂອງການປະດິດສ້າງດ້ານວິທະຍາສາດເຕັກນິກ, ເພີ່ມທະວີການປັບປຸງແລະຍົກລະດັບດິນເຄັມໃຫ້ມີຄຸນນະພາບສູງຂຶ້ນ, ເພີ່ມທະວີການພັດທະນາແລະເຜີຍແຜ່ການປູກພືດພັນທີ່ເໝາະສຳລັບປູກຢູ່ໃນດິນເຄັມ, ເປີດກວ້າງເນື້ອທີ່ປູກພືດທີ່ເໝາະສຳລັບປູກຢູ່ໃນດິນເຄັມຢ່າງມີປະສິດທິຜົນ, ຕັ້ງໜ້າພັດທະນາອຸດສາຫະກຳການປຸງແຕ່ງລະອຽດ ເພື່ອພັດທະນາກະສິກຳທີ່ມີເອກະລັກພິເສດຢູ່ເຂດດິນເຄັມໃຫ້ດີ.”

 

ການຮັກສາຜົນຜະລິດໃຫ້ໝັ້ນທ່ຽງແລະເພີ່ມຜົນຜະລິດກະສິກຳ, ທາງອອກພື້ນຖານແມ່ນຂຶ້ນຢູ່ກັບວິທະຍາສາດເຕັກນິກ. ໃນເວລາສຳຫຼວດກວດກາວຽກງານກະສິກຳທຸກເທື່ອ, ທ່ານສີຈິ້ນຜິງຈະຕ້ອງໄດ້ແລກປ່ຽນຄວາມຄິດເຫັນກັບຊາວກະສິກອນແລະພະນັກງານວິຊາການເຕັກນິກກະສິກຳຢ່າງເລິກເຊິ່ງ ເພື່ອຮັບຮູ້ສະພາບການທີ່ກ່ຽວຂ້ອງແລະໃຫ້ຄຳຊີ້ນຳອັນສຳຄັນ. ເທື່ອນີ້ຢູ່ນະຄອນຊ່າງໂຈ່ວ, ທ່ານສີຈິ້ນຜິງໄດ້ໂອ້ລົມສົນທະນາກັບນັກວິຊາການເຕັກນິກກະສິກຳຂອງສະພາບັນດິດວິທະຍາສາດຈີນແລະຊາວກະສິກອນທ້ອງຖິ່ນຢ່າງສະໜິດສະໜົມເຊັ່ນດຽວກັນ. ທ້າວຢາງຕົ່ງຈິ້ນ ຊາວບ້ານບ້ານໂຮ້ຊ່ຽນຈ່ວງຕາແສງຈິ້ວເສີງ ນະຄອນຊ່າງໂຈ່ວບອກໃຫ້ຮູ້ວ່າ: “ທ່ານເລຂາທິການໃຫຍ່ ເພິ່ນເປັນກັນເອງຫຼາຍ, ເພິ່ນໄດ້ສອບຖາມຂ້ອຍກ່ຽວກັບຜົນຜະລິດ,ລາຄາແລະລາຍໄດ້ຈາກການປູກເຂົ້າເບຣຢູ່ດິນເຄັມແຫ້ງ. ທ່ານເລຂາທິການໃຫຍ່ມີຄວາມຫວັງຢູ່ຕະຫຼອດວ່າ:ຊາວປູກຝັງພວກເຮົາຈະມີລາຍຮັບສູງແລະມີຊິວິດການເປັນຢູ່ທີ່ດີຂຶ້ນ, ຕໍ່ຈາກນີ້ໄປ, ຂ້ອຍຈະຕັ້ງໜ້າປະສານສົມທົບກັບນັກວິຊາການເຕັກນິກກະສິກຳໃນການຫຼຸດປະລິມານທາດເກືອຢູ່ໃນດິນ, ເພີ່ມພູນຜະລິດຜົນ, ສ້າງລາຍໄດ້ໃຫ້ຫຼາຍຂຶ້ນ.” ທ່ານໂກ່ວຂ້າຍ ນັກວິຊາການເຕັກນິກກະສິກກຳຈາກສະພາບັນດິດວິທະຍາສາດຈີນໃຫ້ຮູ້ວ່າ: “ທ່ານເລຂາທິການໃຫຍ່ໄດ້ຊີ້ທິດທາງອັນຈະແຈ້ງໃຫ້ພະນັກງານຄົ້ນຄວ້າວິທະຍາສາດພວກເຮົາ, ໃນບາດກ້າວຕໍ່ໄປ, ພວກເຮົາຈະປິ່ນອ້ອມການເຮັດແນວໃດເພື່ອຄັດເລືອກແນວພັນພືດທີ່ທົນທານຕໍ່ທາດເກືອ, ຄົ້ນຄວ້າພັດທະນາເຕັກນິກໃໝ່, ຄົ້ນຄວ້າຮູບແບບໃໝ່ເພື່ອອອກແຮງເຜີຍແຜ່ແນວພັນພືດໃໝ່.”

 

ພະນັກງານຄົ້ນຄວ້າວິທະຍາສາດໄດ້ຄັດເລືອກແລະເພາະພັນພືດທີ່ທົນທານຕໍ່ທາດເກືອແລະອື່ນໆ ເຊິ່ງປຽບເໝືອນໄດ້ຫວ່ານແນວພັນແຫ່ງການພັດທະນາກະສິກຳດ້ວຍວິທະຍາສາດເຕັກນິກ ເພື່ອຊ່ວຍເຫຼືອຊາວກະສິກອນເພີ່ມພູມຜະລິດຜົນແລະສ້າງລາຍໄດ້ເພີ່ມຂຶ້ນ.

 

ດັ່ງທີ່ທ່ານສີຈິ້ນຜິງໄດ້ເນັ້ນໜັກມາຫຼາຍເທື່ອແລ້ວວ່າ: “ຕ້ອງເພີ່ມທະວີການເຊື່ອມໂຍງກະສິກຳກັບວິທະຍາສາດເຕັກນິກ, ເພີ່ມທະວີການປະດິດສ້າງວິທະຍາສາດເຕັກນິກກະສິກຳ, ພະນັກງານຄົ້ນຄວ້າວິທະຍາສາດຕ້ອງຂຽນບົດວິທະຍານິພົນຢູ່ຕາມທົ່ງໄຮ່ທົ່ງນາ, ໃຫ້ຊາວກະສິກອນນຳໃຊ້ເຕັກນິກທີ່ດີທີ່ສຸດເພື່ອປູກພືດພັນທັນຍາຫານທີ່ດີທີ່ສຸດ.”