ທ່ານສີຈິ້ນຜິງເຄື່ອນໄຫວຢ້ຽມຢາມເຂດມົງໂກໃນ: ເຂົ້າສູ່ທະເລສາບອູ່ລຽງຊູ

2023-06-06 21:54:29 cri

 

ຕອນບ່າຍວັນທີ5ມິຖຸນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນທີ່ກຳລັງສຳຫຼວດກວດກາວຽກງານຢູ່ເຂດປົກຄອງຕົນເອງມົງໂກໃນໄດ້ເດີນທາງໄປທະເລສາບອູ່ລຽງຊູເພື່ອຮັບຮູ້ສະພາບການກ່ຽວກັບທ້ອງຖິ່ນດັ່ງກ່າວໄດ້ຍຶດໝັ້ນການອະນຸລັກແບບເຊື່ອມໂຍງພູຜາ ແມ່ນ້ຳ, ປ່າໄມ້, ທົ່ງນາ, ໜອງບຶງ, ທົ່ງຫຍ້າ ແລະທະເລຊາຍເຂົ້າເປັນອັນໜຶ່ງອັນດຽວກັນແລະປົວແປງ ຢ່າງເປັນລະບົບ, ຊຸກຍູ້ການຟື້ນຟູສິ່ງແວດລ້ອມນິເວດແລະອື່ນໆ, ກວດກາເບິ່ງສະພາບທຳມະຊາດຂອງ ທະເລສາບອູ່ລຽງຊູພ້ອມດ້ວຍສິ່ງແວດລ້ອມນິເວດຂອງເຂດບໍລິເວນອ້ອມຂ້າງ.

 

ທະເລສາບອູ່ລຽງຊູ ຕັ້ງຢູ່ໃນເມືອງອູລາເທີສຽນເຂດປົກຄອງຕົນເອງມົງໂກໃນ, ເປັນດິນບໍລິເວນນ້ຳທີ່ມີບົດບາດພິເສດໃຫຍ່ທີ່ສຸດຢູ່ເຂດລ້ອງແມ່ນ້ຳເຫຼືອງ, ເປັນທະເລສາບທົ່ງຫຍ້າຂະໜາດໃຫຍ່ທີ່ພົບເຫັນໄດ້ໜ້ອຍຢູ່ເຂດທະເລຊາຍແລະເຄິ່ງທະເລຊາຍໃນທົ່ວໂລກ ເຊິ່ງມີບົດບາດສຳຄັນຕ່າງໆເຊັ່ນ: ດັດປັບປະລິມານນ້ຳ, ປັບປຸງຄຸນນະພາບນ້ຳໃຫ້ສະອາດ, ປ້ອງກັນໄພນ້ຳກ້ອນຖ້ວມແລະນ້ຳນອງຂອງແມ່ນ້ຳເຫຼືອງ, ສະນັ້ນຈຶ່ງຖືກເອີ້ນວ່າ “ໝາກໄຂ່ຫຼັງຂອງທຳມະຊາດ” ສຳລັບຄວາມປອດໄພດ້ານນິເວດແມ່ນ້ຳເຫຼືອງ. ເຂດທະເລສາບເປັນຮູບຊົງ “ເຄິ່ງວົງເດືອນ” ເນື້ອທີ່ບໍລິເວນນ້ຳກວມ 293 ກິໂລຕາແມັດ, ມີສົມຍານາມວ່າ “ໄຂ່ມຸກເຂດເໜືອກຳແພງເມືອງຈີນ”

 

ເລີ່ມແຕ່ຊຸມປີ1990ເປັນຕົ້ນມາ, ທະເລສາບອູ່ລຽງຊູເກີດມີປາກົດການຕ່າງໆເປັນຕົ້ນແມ່ນ ປະລິມານນ້ຳຊົດເຊີຍຈາກທຳມະຊາດຫຼຸດໜ້ອຍລົງ, ຖືກມົນລະພິດຈາກນ້ຳເປື້ອນແລະນ້ຳເສຍດ້ານອຸດສາຫະກຳຈາກຕົວເມືອງ, ສິ່ງແວດລ້ອມນິເວດເສື່ອມເສຍແລະອື່ນໆ. ຊຸມປີຜ່ານມານີ້, ຜ່ານຈາກການປົວແປງແບບສັງລວມໃນທົ່ວເຂດລ້ອງແລະກວມເຖິງທຸກປັດໄຈ, ສິ່ງແວດລ້ອມນິເວດທົ່ວເຂດລ້ອງແມ່ນ້ຳໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງເດັ່ນຊັດ, ຄຸນນະພາບນ້ຳໃນທະເລສາບໄດ້ຫັນຈາກຄຸນນະພາບບໍ່ດີຫຼຸດປະເພດV ຍົກສູງຂຶ້ນເປັນດີປະເພດV ໂດຍລວມແລະ ບາງສ່ວນເປັນດີປະເພດⅣ, ຊີວະນານາພັນໄດ້ຟື້ນຟູຄືນຢ່າງຕໍ່ເນື່ອງ, ປັດຈຸບັນ,ຢູ່ເຂດບໍລິເວນທະເລສາບມີນົກ264ຊະນິດ, ປາ 22 ຊະນິດ, ວຽກງານປັບປຸງສິ່ງແວດລ້ອມນິເວດໄດ້ຮັບປະສິດທິຜົນທີ່ມີລັກສະນະຂັ້ນຕອນ.