ເພດານໜີ້ສິນທີ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງເຮັດໃຫ້ວິກິດການທີ່ອາເມຣິກາຜະເຊີນຢູ່ນັ້ນນັບມື້ນັບໃຫຍ່ຂຶ້ນ

2023-06-06 17:00:01 cri

ໂດຍຜ່ານການເຈລະຈາຕໍ່ລອງກັນຢ່າງດຸເດືອດມາຫຼາຍຄັ້ງລະຫວ່າງສອງພັກການເມືອງຂອງອາເມຣິກາ, ຕອນບ່າຍວັນທີ 3 ມິຖຸນານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ລົງນາມຮ່າງກົດໝາຍສະບັບໜຶ່ງກ່ຽວກັບເພດານໜີ້ສິນ ແລະ ງົບປະມານຂອງລັດຖະບານອາເມຣິກາ, ເຊິ່ງເຮັດໃຫ້ອາເມຣິກາໄດ້ເລື່ອນວິກິດການເພດານໜີ້ສິນອອກໄປອີກຄັ້ງໜຶ່ງ. ແຕ່ວ່າໜີ້ສິນຫຼາຍກວ່າ 31.000 ຕື້ໂດລາສະຫະລັດທີ່ເພີ່ມຂຶ້ນປານກັບວ່າ “ກີ້ງບານຫິມະ”, ເຮັດໃຫ້ວິກິດການທີ່ລັດຖະບານອາເມຣິກາຜະເຊີນຢູ່ນັ້ນນັບມື້ນັບໃຫຍ່ຂຶ້ນ.

ໃນຫຼາຍປີມານີ້, ອາເມຣິກາສວຍໃຊ້ “ສິດເປັນເຈົ້າອຳນາດດ້ານເງິນໂດລາ” ເພື່ອຮັບມື້ກັບບັນຫາໜີ້ສິນທີ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ໄດ້ສ້າງຄວາມສ່ຽງບົ່ມຊ້ອນໃຫ້ແກ່ຄວາມໝັ້ນທ່ຽງຂອງຕະຫຼາດການເງິນຂອງໂລກ. ໂດຍສະເພາະເລີ່ມແຕ່ປີ 2020, ເພື່ອຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19, ອາເມຣິກາໄດ້ປະຕິບັດນະໂຍບາຍການເງິນຊະນິດຕ່າງໆທີ່ຮຸນແຮງ, ລາຍຈ່າຍບັນລຸເຖິງຫຼາຍພັນຕື້ໂດລາ, ເຊິ່ງເຮັດໃຫ້ອາເມຣິກາຕ້ອງກູ້ຢືມໜີ້ສິນຈຳນວນຫຼວງຫຼາຍ. ພ້ອມກັນນັ້ນ, ການພັດທະນາເສດຖະກິດຂອງອາເມຣິກາໃນປັດຈຸບັນຂາດຈຸດເຕີບໂຕໃໝ່ ແລະ ພື້ນທີ່ການເຕີບໂຕໃໝ່, ເຮັດໃຫ້ບັນຫາໜີ້ສິນຂອງອາເມຣິການັບມື້ນັບໜັກໜ່ວງກວ່າເກົ່າ.

ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ, ປັດຈຸບັນ, ຍອດຈຳນວນໜີ້ສິນຂອງອາເມຣິກາໄດ້ຫຼາຍກວ່າ 31.460 ຕື້ໂດລາ, ອັດຕາໜີ້ສິນທີ່ບໍ່ທັນໄດ້ໃຊ້ແທນກວມ GDP ຂອງອາເມຣິກາຈາກ 106% ເມື່ອທ້າຍປີ 2019 ເພີ່ມຂຶ້ນເປັນ 120% ຂຶ້ນໄປໃນທ້າຍປີ 2022. ຕາມປົກກະຕິແລ້ວ, ອັດຕາໜີ້ສິນທີ່ບໍ່ທັນໄດ້ໃຊ້ທົດແທນກວມ GDP ບໍ່ຫຼາຍກວ່າ 60% ແມ່ນມາດຕະຖານທີ່ສົມເຫດສົມຜົນ, ແຕ່ວ່າອັດຕາດັ່ງກ່າວຂອງອາເມຣິກາໄດ້ຫຼາຍກວ່າ 120% ແລ້ວ, ລືນກາຍເສັ້ນລະມັດລະວັງຢ່າງໜັກໜ່ວງ. ພ້ອມກັນນັ້ນ, ທະນາຄານກາງຂອງອາເມຣິກາຫຼື FED ປັບຂຶ້ນອັດຕາດອກເບ້ຍຢ່າງຫຼວງຫຼາຍ, ເຮັດໃຫ້ອັດຕາດອກເບ້ຍຢູ່ໃນລະດັບສູງ, ແລະສົ່ງຜົນເຮັດໃຫ້ລາຍຈ່າຍດ້ານດອກເບ້ຍຂອງລັດຖະບານອາເມຣິກາໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ປະຈຸບັນ, ຄວາມໄວໃນການເພີ່ມຂຶ້ນຂອງໜີ້ສິນຂອງອາເມຣິກາໄວກວ່າອັດຕາການເຕີບໂຕຂອງ GDP ຢ່າງຫຼວງຫຼາຍ, ຄວາມສ່ຽງບົ່ມຊ້ອນດ້ານການຊຳລະໜີ້ສິນໄດ້ເພີ່ມຂຶ້ນນັບມື້ນັບຫຼາຍຂຶ້ນ.

ປະເທດຕ່າງໆໃນໂລກມີຄວາມວິຕົກກັງວົນຕໍ່ໜີ້ສິນອາເມຣິກາທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ແລະ ເງິນໂດລາຖືກໃຊ້ເປັນເຄື່ອງມືສິດເປັນເຈົ້າອຳນາດ, ມີຫຼາຍປະເທດເລີ່ມຫຼຸດລະດັບການເງພາຕໍ່ເງິນໂດລາດ້ວຍວິທີເຮັດໃຫ້ຄັງສຳຮອງເງິນຕາຕ່າງປະເທດມີຫຼາຍສະກຸນຕື່ມອີກ. ຕົວເລກສະຖິຕິຂອງອົງການກອງທຶນເງິນຕາສາກົນຫຼື IMF ສະແດງໃຫ້ເຫັນວ່າ, ອັດຕາເງິນໂດລາທີ່ກວມເອົາຄັງສຳຮອງເງິນຕາຕ່າງປະເທດທົ່ວໂລກໄດ້ຫຼຸດລົງຈາກ 70% ໃນປີ 1999 ມາເປັນ 58% ໃນມາດທີ 4 ປີ 2022. ໃນກອງປະຊຸມສຸດຍອດຂອງສະຫະພາບການຊຳລະສະສາງອາຊີທີ່ຫາກໍສິ້ນສຸດລົງ, ລະບົບຊຳລະຂ້າມຊາດໃໝ່ທີ່ສາມາດເຂົ້າແທນລະບົບຊຳລະຂອງສະມາຄົມໂທລະຄົມທາງການເງິນລະຫວ່າງທະນາຄານທົ່ວໂລກຫຼື SWIFT ໄດ້ຮັບຄວາມສົນໃຈຫຼາຍ.

ເນື່ອງຈາກຮ່າງກົດໝາຍທີ່ທ່ານໂຈ ໄບເດັນລົງນາມນັ້ນເປັນພຽງແຕ່ໄດ້ແກ່ຍາວເວລາເພດານໜີ້ສິນອາເມຣິກາທີີ່ຜົນບັງຄັບໃຊ້ເຖິງຕົ້ນປີ 2025 ເທົ່ານັ້ນ, ທັງໄດ້ອະນຸມັດໃຫ້ລັດຖະບານໄບເດັນສາມາດຕິດໜີ້ສິນຕາມລຳພັງໃຈກ່ອນການເລືອກຕັ້ງທົ່ວໄປທີ່ຈະຈັດຂຶ້ນໃນເດືອນພະຈິກປີ 2024, ຮອດເວລາຈັດການເລືອກຕັ້ງປີ 2025 ແລະຫຼາຍປີຕໍ່ໜ້ານັ້ນຄວາມເປັນໄປໄດ້ດ້ານວິກິດການໜີ້ສິນຍັງຈະສູງຂຶ້ນຕື່ມອີກ.

ປະຈຸບັນ, ປະເທດຕ່າງໆໃນໂລກທີ່ຮູ້ສຶກເຖິງລັກສະນະບໍ່ຕໍ່ເນື່ອງຂອງຮູບແບບເສດຖະກິດຕິດໜີ້ສິນຂອງອາເມຣິກາ ແລະ ຄວາມບໍ່ໜ້າເຊື່ອຖືດ້ານຊັບສິນຂອງເງິນໂດລາ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ, ໃນເດືອນມັງກອນປີນີ້, ທົ່ວໂລກຢ່າງໜ້ອຍມີ 16 ປະເທດໄດ້ຂາຍໜີ້ສິນອາເມຣິກາ. ໜີ້ສິນຂອງລັດຖະບານອາເມຣິກາເພີ່ມຂຶ້ນເລື້ອຍໆ, ຖ້າວ່າຖານະຂອງເງິນໂດລາທີ່ເປັນເງິນຕາຊຳລະໃນສາກົນເກີດການປ່ຽນແປງ, ຈະເຮັດໃຫ້ລັດຖະບານອາເມຣິກາຜະເຊີນກັບວິກິດການທີ່ໃຫຍ່ກວ່າເກົ່າ.