ທ່ານສີຈິ້ນຜິງ ສໍາຫຼວດເຂດສາທິດກະສິກໍາທັນສະໄໝຢູ່ຝັ່ງໃຕ້ຂອງທະເລສາບອູລຽງຊູ

2023-06-06 22:12:24 cri


ຕອນບ່າຍວັນທີ 5 ມິຖຸນານີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ໄປສໍາຫຼວດເຂດສາທິດກະສິກໍາທັນສະໄໝທີ່ຕັ້ງຢູ່ຝັ່ງໃຕ້ຂອງທະເລສາບອູລຽງຊູ ເພື່ອເກັບກໍາສະພາບການຕ່າງໆ ເຊັ່ນ: ການປັປປຸງເນື້ອທີ່ດິນກະສິກໍາດ້ວຍຄຸນນະພາບສູງເປັນຕົ້ນ.

ເຂດສາທິດກະສິກໍາທັນສະໄໝຢູ່ຝັ່ງໃຕ້ຂອງທະເລສາບອູລຽງຊູໄດ້ດໍາເນີນງານໂດຍອີງຕາມຮູບແບບ  “ວິສາຫະກິດ+ສູນ+ສະຖາບັນຄົ້ນຄວ້າວິທະຍາສາດ+ການບໍລິການແບບສັງຄົມ” ໂດຍມີເຂດຄຸ້ມຄອງທັງໝົດ 12 ເຂດ, ໄດ້ນໍາໃຊ້ເຕັກໂນໂລຊີການຫວ່ານແກ່ນດ້ວຍເຄື່່ອງຈັກແບບບໍ່ມີຄົນຂັບທີ່ນໍາທາງດ້ວຍລະບົບນໍາທາງເປີຍໂຕ, ຊົນລະປະທານແບບອັດສະລິຍະ, ການປ້ອງກັນພືດດ້ວຍເຮືອບິນແບບບໍ່ມີຄົນຂັບ ແລະອື່ນໆ ເພື່ອຊຸກຍູ້ການຄຸ້ມຄອງການປູກພືດຢູ່ທົ່ງນາແບບຖືກກັບເປົ້າໝາຍ.

ບົນພື້ນຖານການຊຸກຍູ້ການພັດທດນາກະສິກໍາດ້ວຍຜົນຜະລິດສູງ, ຄຸນນະພາບສູງ ແລະປະສິດທິພາບສູງ, ເຂດສາທິດດັ່ງກ່າວຍັງໄດ້ບັນລຸການຄວບຄຸມປຸ໋ຍເຄມີເພື່ອຍົກສູງປະສິດທິິພາບ, ການຄວບຄຸມການໃຊ້ຢາປາບສັດຕູພືດເພື່ອຫຼຸດຜ່ອນຜົນກະທົບ, ການຄວບຄຸມເພື່ອຫຼຸດຜ່ອນການໃຊ້ນໍ້າ, ການຄວບຄຸມແຜ່ນຢາງເພື່ອຍົກສູງປະສິດທິພາບ ເຮັດໃຫ້ປະລິມານການໃຊ້ປຸ໋ຍເຄມີກັບຢາປາບສັດຕູພືດໃນເນື້ອທີ່ 1 ມູ(ເທົ່າກັບ ປະມານ 667 ຕາແມັດ) ຫຼຸດຜ່ອນໄດ້ 10%, ພ້ອມດຽວກັນນີ້, ຜົນການຜະລິດໄດ້ເພີ່ມຂຶ້ນ 15% ເມື່ອທຽບໃສ່ເຂດການຜະລິດທົ່ວໄປ.