ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ອົງການຈັດຕັ້ງເຂດສູ້ຮົບພາກຕາເວັນອອກຂອງຈີນ

2023-07-07 16:19:05 CRI


    ວັນທີ 6 ກໍລະກົດ 2023, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ສຳຫຼວດກວດກາວຽກງານຢູ່ອົງການຈັດຕັ້ງເຂດສູ້ຮົບພາກຕາເວັນອອກຂອງຈີນ, ພ້ອມທັງໄດ້ຕາງໜ້າສູນກາງພັກ ແລະ ຄະນະກຳມະການການທະຫານສູນກາງສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຕໍ່ນາຍ ແລະ ພົນທະຫານທຸກຖ້ວນໜ້າຂອງເຂດສູ້ຮົບພາກຕາເວັນອອກ. ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຕ້ອງລົງເລິກຈັດຕັ້ງປະຕິບັດ ແລະຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ, ແນວຄິດສ້າງກອງທັບໃຫ້ເຂັ້ມແຂງຂອງພັກໃນຍຸກໃໝ່, ທິດທາງຍຸດທະສາດທາງການທະຫານໃນຍຸກໃໝ່, ທັງສຸມໃສ່ເປົ້າໝາຍສູ້ຊົນໃນໂອກາດສ້າງຕັ້ງກອງທັບຄົບຮອບຮ້ອຍປີ, ພະຍາຍາມບຸກເບີກສະພາບການໃໝ່ໃນການສ້າງສາເຂດສູ້ຮົບ, ວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບຕົວຈິງ.