ທ່ານ ສີຈິ້ນຜິງ ຢ້ຽມຊົມເຂດຖະໜົນວັດທະນທໍາປະຫວັດສາດຜິງຈ່ຽງແຂວງຈ່ຽງຊູ່ຂອງຈີນ

2023-07-07 10:35:58 CRI

 

   ຕອນເຊົ້າວັນທີ 6 ກໍລະກົດນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ທີ່ພວມສໍາຫຼວດກວດກາວຽກງານຢູ່ແຂວງຈ່ຽງຊູຂອງຈີນ ໄດ້ໄປຢ້ຽມຊົມເຂດຖະໜົນວັດທະນທໍາປະຫວັດສາດຜິງຈ່ຽງເພື່ອຮັບຮູ້ສະພາບການປົກປັກຮັກສາຕົວເມືອງທີ່ມີຊື່ສຽງດ້ານວັດທະນະທໍາປະຫວັດສາດ.


   ເຂດຖະໜົນວັດທະນະທໍາປະຫວັດສາດຜິງຈ່ຽງຕັ້ງຢູ່ທິດຕາເວັນອອກສຽງເໜືອຂອງເມືອງບູຮານຊູ່ໂຈ່ວ ແຂວງຈ່ຽງຊູ່, ມີເນື້ອທີ່ປະມານ 116,5 ເຮັກຕາ, ມີປະຫວັດຄວາມເປັນມາ 2.500 ກວ່າປີແລ້ວ, ເປັນເຂດສະຫງວນວັດທະນະທໍາປະຫວັດສາດທີ່ເປັນຕົວແບບແລະຮັກສາໄດ້ຄົບຖ້ວນທີ່ສຸດຂອງເມືອງບູຮານຊູ່ໂຈ່ວ.



   ປີ 2002, ນະຄອນຊູ່ໂຈ່ວ ໄດ້ເລີ່ມປະຕິບັດໂຄງການປົກປັກຮັກສາໂສມໜ້າແລະປັບປຸງສິ່ງແວດລ້ອມຂອງຖະໜົນຜິງຈ່ຽງ, ໂດຍໄດ້ນໍາໃຊ້ຮູບແບບບູລະນະຮັັັັກສາທີ່ “ບູລະນະສິ່ງເກົ່າແກ່ໃຫ້ເໝືອມເດີມ, ຮັກສາທາດແທ້ຂອງສິ່ງນັ້ນ” ເຊິ່ງໄດ້ຮັກສາຮູບໂສມດ້ານວັດທະນະທໍາປະຫວັດສາດຂອງເຂດຖະໜົນໄດ້ອ່າວດີ. ມາຮອດປີ 2022, ເຂດຖະໜົນດັ່ງກ່າວໄດ້ຖືກຈັດເຂົ້າໃນເຂດຖະໜົນທ່ອງທ່ຽວແບບພັກຜ່ອນຢ່ອນໃຈລະດັບຊາດງວດທໍາອິດຂອງຈີນ.