ທ່ານສີຈິ້ນຜິງຢ້ຽມຢາມບໍລິສັດວິທະຍາສາດເຕັກນິກຮວາຊິ່ງຢວນຊ້ວງຊູ່ໂຈ່ວຈຳກັດ

2023-07-07 10:44:12 cri



   ຕອນບ່າຍວັນທີ 5 ກໍລະກົດ2023ນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນທີ່ກຳລັງສຳຫຼວດກວດກາວຽກງານຢູ່ແຂວງຈ່ຽງຊູ່ ໄດ້ເດີນທາງໄປບໍລິສັດວິທະຍາສາດເຕັກນິກຮວາຊິ່ງຢວນຊ້ວງຊູ່ໂຈ່ວຈຳກັດເພື່ອຮັບຮູ້ສະພາບການປະດິດສ້າງດ້ານວິທະຍາສາດເຕັກນິກຂອງວິສາຫະກິດແຫ່ງນີ້.

ບໍລິສັດວິທະຍາສາດເຕັກນິກຮວາຊິ່ງຢວນຊ້ວງຊູ່ໂຈ່ວຈຳກັດສ້າງຕັ້ງຂຶ້ນເມື່ອປີ2005, ເປັນວິສາຫະກິດຜະລິດອຸປະກອນເຊມີຄອນດັກເຕີແຫ່ງໜຶ່ງທີ່ກຳເນີດຈາກການສ້າງທຸລະກິດຢ່າງສຳເລັດຜົນຂອງບັນດາບຸຄະລາກອນວິທະຍາສາດເຕັກນິກທີ່ກັບຄືນມາຈາກຕ່າງປະເທດ, ມູນຄ່າການຜະລິດໃນປີ2022ໄດ້ບັນລຸຫຼາຍກວ່າ2ຕື້ຢວນ.

 ບໍລິສັດແຫ່ງນີ້ໄດ້ລົງເລິກພັດທະນາການຜະລິດອຸດສາຫະກຳແບບອັດສະລີຍະ, ເປັນບໍລິສັດຜະລິດອຸປະກອນກວດກາຈໍແບນແບບສຳຜັດທີ່ນຳໜ້າໃນທົ່ວໂລກແລະເປັນບໍລິສັດຜູ້ສະໜອງອຸປະກອນກວດກາເຊມີຄອນດັກເຕີທີ່ມີກຳລັງແຂ່ງຂັນສູງສຸດພາຍໃນປະເທດຈີນ. ບໍລິສັດແຫ່ງນີ້ມີບໍລິສັດສາຂາ5ແຫ່ງຢູ່ພາຍໃນປະເທດຈີນ,ພ້ອມທັງໄດ້ສ້າງຕັ້ງສູນຄົ້ນຄວ້າພັດທະນາຢູ່ອາເມຣິກາ, ສິງກະໂປ, ສ ເກົາຫຼີແລະອື່ນໆ. ມີພະນັກງານພາຍໃນປະເທດ2200ຄົນ, ໃນນັ້ນ ພະນັກງານຄົ້ນຄວ້າພັດທະນາກວມ43%, ປະລິມານການລົງທຶນເຂົ້າໃນດ້ານການຄົ້ນຄວ້າພັດທະນາໄດ້ເພີ່ມຂຶ້ນສະເລ່ຍຫຼາຍກວ່າ 15%ຕໍ່ປີ, ເຊິ່ງໃນປີ2022ໄດ້ລົງທຶນຫຼາຍກວ່າ 400ລ້ານຢວນ, ສິດທິບັດສິ່ງປະດິດທີ່ໄດ້ຮັບການມອບສິດເປັນຊັບສິນທາງປັນຍາ 99% ໄດ້ກາຍເປັນຜະລິດຕະພັນຫຼັກຂອງບໍລິສັດ.