“ໂຄງການພັນໝື່ນ” ໃນການພັດທະນາຊົນນະບົດຂອງຈີນ

2023-07-07 17:27:03 CRI

 

    “ໂຄງການພັນໝື່ນ” ຫຼື ໂຄງການ “ໜຶ່ງພັນບ້ານຕົວແບບ, ໜຶ່ງໝື່ນບ້ານປັບປຸງ” ເປັນໂຄງການຈຸດສຸມໃນການຊຸກຍູ້ການສ້າງຊົນນະບົດໃໝ່. ໂຄງການນີ້ໄດ້ໃຊ້ເວລາ 5 ປີ, ເລືອກເອົາບ້ານບໍລິຫານປະມານ 1 ໝື່ນບ້ານເພື່ອປັບປຸງຢ່າງຮອບດ້ານ, ສ້າງບ້ານໃຈກາງ 1.000 ບ້ານໃຫ້ເປັນບ້ານຕົວແບບທີ່ສ້າງຄວາມອີ່ມໜຳສຳລານຢ່າງຮອບດ້ານ.


    20 ປີຜ່ານໄປແລ້ວ, ໂຄງການດັ່ງກ່າວໄດ້ຮັບໝາກຜົນອັນອຸດົມສົມບູນ. ເດືອນກັນຍາປີ 2018, “ໂຄງການພັນໝື່ນ” ໄດ້ຮັບ “ລາງວັນປ້ອງກັນໜ່ວຍໂລກ” ທີ່ເປັນກຽດສູງສຸດດ້ານການອະນຸລັກສິ່ງແວດລ້ອມຈາກອົງການສະຫະປະຊາຊາດ.


    ມາຕິດຕາມນໍາກັນວ່າ “ໂຄງການພັນໝື່ນ” ໄດ້ເສີມຂະຫຍາຍບົດບາດໃນການພັດທະນາຊົນນະບົດຄືແນວໃດ?