ທ່ານສີຈິ້ນຜິງສຳຫຼວດຄົ້ນຄວ້າວຽກງານຢູ່ນະຄອນຊູ່ໂຈ່ວແຂວງຈ່ຽງຊູ່

2023-07-07 09:30:00 CRI


ລະຫວ່າງຕອນບ່າຍວັນທີ 5 ຫາ ຕອນເຊົ້າວັນທີ 6 ກໍລະກົດ 2023, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ນະຄອນຊູ່ໂຈ່ວແຂວງຈ່ຽງຊູ່. ທ່ານສີຈິ້ນຜິງໄດ້ໄປຮອດສູນວາງສະແດງເຂດນິຄົມອຸດສາຫະກຳຊູ່ໂຈ່ວ, ບໍລິສັດວິທະຍາສາດເຕັກນິກຮວາຊິ່ງຢວນຊ້ວງຊູ່ໂຈ່ວ ຫຸ້ນສ່ວນຈຳກັດ, ແລະ ເຂດຖະໜົນວັດທະນະທຳປະຫວັດສາດຜິງຈ່ຽງ, ເພື່ອຮັບຮູ້ສະພາບການໃນການສ້າງສາພັດທະນາເຂດໄຮເທັກ, ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກຂອງວິສາຫະກິດ, ການອະນຸລັກເມືອງວັດທະນະທຳປະຫວັດສາດທີ່ມີຊື່ສຽງ ແລະອື່ນໆ.