ວິທີການສຳຫຼວດຄົ້ນຄວ້າຂອງທ່ານສີຈິ້ນຜິງ: “ຄຳນັບປະຊາຊົນເປັນຄູອາຈານ, ຮຽນນຳປະຊາຊົນ”

2023-08-08 10:41:34 cri


|

 

   ກ່ຽວກັບການສຳຫຼວດຄົ້ນຄວ້າ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ເຄີຍເນັ້ນໜັກວ່າ: “ບໍ່ມີການສຳຫຼວດຄົ້ນຄວ້າ ກໍບໍ່ມີສິດອອກຄຳເຫັນ, ຍິ່ງບໍ່ມີສິດກຳນົດນະໂຍບາຍ”. ທ່ານສີຈິ້ນຜິງສຸດທີ່ໃຫ້ຄວາມສຳຄັນຕໍ່ການສຳຫຼວດຄົ້ນຄວ້າ,ເພິ່ນໄດ້ຈັດຕັ້ງປະຕິບັດດ້ວຍຕົນເອງ ແລະເປັນແບບຢ່າງນຳໜ້າໃນດ້ານນີ້ມາໂດຍຕະຫຼອດ.

 

ໃນພິທີເປີດຊຸດຝຶກອົບຮົມໃຫ້ພະນັກງານໄວກາງຄົນແລະໄວໜຸ່ມຂອງໂຮງຮຽນທິດສະດີສູນກາງພັກກອມມູນິດຈີນ(ສະຖາບັນການປົກຄອງແຫ່ງຊາດ)ພາກຮຽນລະດູໃບໄມ້ປົ່ງ2019, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ມີຄຳເຕືອນໃຫ້ບັນດາພະນັກງານການນຳວ່າ: “ຕ້ອງຄຳນັບປະຊາຊົນເປັນຄູອາຈານ, ຮຽນນຳປະຊາຊົນ, ວາງໂຕໃຫ້ຕ່ຳ,ກົ້ມຫົວລົງ,ໃກ້ຊິດຕິດແທດກັບປະຊາຊົນ, ຮູ້ດີຕໍ່ສະພາບຕົວຈິງທາງລຸ່ມ, ລົງເລິກດຳເນີນການສຳຫຼວດຄົ້ນຄວ້າ, ສຶກສາຄົ້ນຄວ້າແບບ‘ສັນ ລະສູດສົບນົກກະຈອກ’ ເພື່ອພົບເຫັນຕົວແບບ, ຊອກເຫັນບັນຫາທີ່ປະຊາຊົນພວມປະເຊີນຢູ່, ສ່ອງແສງຄວາມຄິດເຫັນຂອງປະຊາ ຊົນ ແລະສະຫຼຸບຖອດຖອນບົດຮຽນທີ່ສ້າງຂຶ້ນໂດຍປະຊາຊົນນັ້ນຢ່າງແທ້ຈິງ.” 

 

“ສັນລະສູດສົບນົກກະຈອກ” ເປັນຄຳປຽບບທຽບ ວິທີການເຮັດວຽກສຳຫຼວດຄົ້ນຄວ້າຢ່າງໜຶ່ງ, ໝາຍເຖິງ ຜ່ານຈາກການລົງເລິກສຶກສາຄົ້ນຄວ້າຕົວແບບໃດໜຶ່ງ ເພື່ອຊອກໃຫ້ເຫັນກົດເກນຂອງສິ່ງວັດຖຸແລະປາກົດການຕ່າງໆ.

 

ຄູອາຈານຄືຄົນທີ່ຖ່າຍທອດເຫດຜົນ, ສອນຄວາມຮູ້ ແລະ ແກ້ໄຂຂໍ້ຂັດຂ້ອງໃຈ. ການປຽບທຽບປະຊາຊົນໃຫ້ເປັນຄູອາຈານ ແມ່ນໄດ້ຊີ້ແຈງໃຫ້ເຫັນຄວາມໝາຍອັນເລິກເຊິ່ງດ້ວຍຄຳເວົ້າທີ່ງ່າຍດາຍຄື ປະຊາຊົນມີສະຕິປັນຍາແລະພະລັງແຮງຢ່າງບໍ່ມີຂອບເຂດ. ສະນັ້ນ, ໃນເວລາດຳເນີນການສຳຫຼວດຄົ້ນຄວ້າຕ້ອງວາງໂຕໃຫ້ຕ່ຳ, ກົ້ມຫົວລົງ,ເປິກສາຫາລືກັບປະຊາຊົນເພື່ອຮັບເອົາຄວາມຮູ້ຄວາມສາມາດແລະພະລັງແຮງຈາກປະຊາຊົນທີ່ເປັນຄູອາຈານ, ເດັດຂາດບໍ່ໃຫ້ຖືຕົນເອງວ່າເປັນຄູອາຈານ.

 

ວັນທີ 23 ຕຸລາ2022, ໃນໂອກາດຄະນະກຳມະການປະຈຳກົມການເມືອງສູນກາງພັກກອມມູນິດຈີນສະໄໝທີ20ພົບປະກັບສື່ມວນຊົນຈີນແລະຕ່າງປະເທດ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ກ່າວວ່າ: “ຕະຫຼອດໄລຍະຜ່ານມາ, ພວກເຮົາໄດ້ອີງໃສ່ປະຊາຊົນຢ່າງແໜ້ນແຟ້ນໂດຍສາມາດສ້າງຜົນງານທີ່ດີຢ່າງຕໍ່ເນື່ອງບັນທຶກໄວ້ໃນປະຫວັດ ສາດ, ເມື່ອຫັນໜ້າສູ່ອະນາຄົດ, ພວກເຮົາຍັງຄົງຕ້ອງອີງໃສ່ປະຊາຊົນເພື່ອສ້າງພາລະກິດທີ່ຍິ່ງໃຫຍ່ອັນໃໝ່ໃນປະຫວັດສາດ.”

 

ປະຊາຊົນຄືຄູອາຈານດີທີ່ສຸດ, ຮາກຖານຄືຫ້ອງຮຽນໃຫຍ່ທີ່ສຸດ. ທ່ານສີຈິ້ນຜິງມີຄຳສັ່ງສອນວ່າ: “ພະນັກງານການນຳດຳເນີນການສຳຫຼວດຄົ້ນຄວ້າແມ່ນຕ້ອງວາງໂຕໃຫ້ຕ່ຳ, ກົ້ມຫົວລົງ, ລົງສູ່ທົ່ງໄຮ່ທົ່ງນາ, ໂຮງຈັກໂຮງງານແລະບໍ່ແຮ່, ເພື່ອເປິກສາຫາລືບັນຫາກັບປະຊາຊົນ, ຮັບຟັງສຽງຮຽກຮ້ອງຕ້ອງການຂອງເຂົາເຈົ້າ, ສຳນຶກຮູ້ເຖິງອາລົມຈິດຂອງເຂົາເຈົ້າ, ສຳຜັດຕົວຈິງກັບຄວາມທຸກຂອງເຂົາເຈົ້າ, ສະຫຼຸບຖອດຖອນບົດຮຽນຂອງເຂົາເຈົ້າ, ຮັບເອົາສະຕິປັນຍາຂອງເຂົາເຈົ້າ.” ກ່ຽວກັບການຄຳນັບປະຊາຊົນເປັນຄູອາຈານ, ທ່ານສີຈິ້ນຜິງແມ່ນໄດ້ນຳໜ້າເປັນແບບຢ່າງດ້ວຍວິທີການສອນດ້ວຍຄຳເວົ້າແລະການປະພຶດຂອງເພິ່ນເອງ.

 

ບໍ່ວ່າຈະເຮັດວຽກຢູ່ຂັ້ນທ້ອງຖິ່ນຫຼືຢູ່ຂັ້ນສູນກາງກໍຕາມ, ການສຳຫຼວດຄົ້ນຄວ້າເວລາໃດກໍເປັນ “ລູກກະແຈ”ລູກໜຶ່ງຂອງທ່ານສີຈິ້ນຜິງໃນການໃກ້ຊິດຕິດແທດກັບປະຊາຊົນແລະແກ້ໄຂບັນຫາ.

 

ຊຸມປີ80ຂອງສະຕະວັດແລ້ວນີ້, ໃນໄລຍະທີ່ທ່ານສີຈິ້ນຜິງດຳລົງຕຳແໜ່ງເປັນຮອງເຈົ້າຄອງນະຄອນເຊ້ຍເມີນ ແຂວງຟູຈ້ຽນ ທາງພາກຕາເວັນອອກສຽງໃຕ້ຂອງປະເທດຈີນ, ເພິ່ນໄດ້ລົງໄປສຳຫຼວດຄົ້ນຄວ້າຢູ່ທ່າກຳປັ່ນຕົ່ງຕູ້ຫຼາຍຄັ້ງເພື່ອຮັບຮູ້ບັນຫາຫຍຸ້ງຍາກທີ່ວິສາຫະກິດພວມປະເຊີນຢູ່.  ຜ່ານຈາກການສຳຫຼວດຄົ້ນຄວ້າ, ທ່ານສີຈິ້ນຜິງໄດ້ສຶກສາຄົ້ນຄວ້າສະພາບການຕົວຈິງໃຫ້ຈະແຈ້ງແລ້ວຄື ຄວາມສາມາດດ້ານການຂົນສົ່ງບໍ່ພຽງພໍ, ພື້ນຖານໂຄງລ່າງບໍ່ຄົບຖ້ວນສົມບູນ, ຂອດແລະຂັ້ນຕອນປະຕິບັດງານບໍ່ສອດ ຄ່ອງກັບສະພາບຕົວຈິງ. ສ່ວນລັດກໍບໍ່ມີງົບປະມານພຽງພໍໃຫ້ກັບວິສາຫະກິດເພື່ອປັບປຸງພື້ນຖານໂຄງລ່າງໃຫ້ສົມບູນຂຶ້ນ.

 

ການທີ່ໄດ້ຮັບຜົນກຳໄລໜ້ອຍຫຼືຂາດທຶນໜ້ອຍ, ເຊິ່ງບໍ່ພຽງແຕ່ເປັນສະພາບຫຍຸ້ງຍາກຂອງພະແນກກິດຈະການທ່າກຳປັ່ນເຊ້ຍເມີນເທົ່ານັ້ນຍັງເປັນບັນຫາຫຍຸ້ງຍາກຂອງລັດວິສາຫະກິດສ່ວນຫຼາຍຢູ່ເຊ້ຍເມີນໃນເວລານັ້ນອີກດ້ວຍ. ໃນການສຳຫຼວດຄົ້ນຄວ້າເທື່ອນີ້, ທ່ານສີຈິ້ນຜິງໄດ້ຂໍຮຽນດ້ວຍຄວາມຖ່ອມຕົວໂດຍຮັບຟັງເອົາຄວາມຄິດຄວາມເຫັນຂອງພະນັກງານວິສາຫະກິດທັງຫຼາຍ, ດ້ວຍເຫດນີ້,ການປະຕິຮູບຮອບໜຶ່ງທີ່ເກີດຈາກການສຳຫຼວດຄົ້ນຄວ້າແລະຊຸກຍູ້ດ້ວຍການແກ້ໄຂບັນຫາຄົງຄ້າງນັ້ນໄດ້ເລີ່ມເປີດສາກຂຶ້ນ. ຫຼັງ ຈາກນັ້ນບໍ່ດົນ, ເຊ້ຍເມີນໄດ້ນຳໜ້າໃນການວາງມາດຕະການເກັບອາກອນ ແລະ ພັນທະແບບແຍກສ່ວນກ່ອນໝູ່ໃນທົ່ວປະເທດຈີນ,  ສະເພາະພຽງແຕ່ປີທຳອິດທີ່ດຳເນີນການປະຕິຮູບດັ່ງກ່າວ, ພະແນກກິດຈະການທ່າກຳປັ່ນເຊ້ຍເມີນສາມາດສ້າງຜົນກຳໄລໄດ້ເຖິງ 20 ລ້ານກວ່າຢວນ ພ້ອມທັງໄດ້ກະຕຸ້ນໃຫ້ລັດວິສາຫະກິດຈຳນວນຫຼາຍແຫ່ງທີ່ພວມຕົກຢູ່ໃນສະພາບອັດຕະຄັດນັ້ນຟື້ນຕົວຄືນໃໝ່ຢ່າງມີຊີວິດຊີວາ.

 

ລົງເລິກສູ່ຊີວິດການເປັນຢູ່ຂອງປະຊາຊົນ, ກິ້ງເກືອກລີເລືອກັບປະຊາຊົນ, ເປັນເຈົ້າການລົງໄປເຖິງໂຮງຈັກໂຮງງານ, ບໍ່ແຮ່, ທົ່ງໄຮ່ທົ່ງນາ, ຈຶ່ງຈະໄດ້ຍິນສຽງທີ່ເປັນປະໂຫຍດທີ່ແທ້ຈິງຂອງປະຊາຊົນ. ຖ້າຫາກວ່າ ນັ່ງລົມທິດສະດີລ້າໆໂດຍຕີນບໍ່ຢຽບລົງພື້ນດິນ, ແນ່ນອນແລ້ວມັນຍາກທີ່ຈະໄດ້ຟັງຄວາມເວົ້າທີ່ແທ້ຈິງຂອງປະຊາຊົນ, ສ່ວນລັກສະນະຄວາມເປັນຈິງແລະຄວາມມີປະສິດທິຜົນຂອງການສຳຫຼວດຄົ້ນຄວ້າແມ່ນບໍ່ຕ້ອງເຖິງເວົ້າເລີຍ.

 

ພາຍຫຼັງດຳລົງຕຳແໜ່ງເປັນເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນແລ້ວ, ທ່ານສີຈິ້ນຜິງໄດ້ຂຶ້ນເໜືອລົງໃຕ້ຈົນໄປຮອດໄປເທິງທົ່ວປະເທດຈີນ. ຕົວຢ່າງ: ຢູ່ສ່ວນເລິກເຂດພູໄທ້ຫາງ, ເພິ່ນເດີນຕາມເສັ້ນທາງທີ່ໜ້າທາງເປັນກ້າມ,ຍ່າງເຂົ້າໄປໃນເຮືອນກໍ່ດ້ວຍດິນທີ່ທັງຕ່ຳແລະເກົ່າແກ່ເປ່ເພຂອງບ້ານໂລ້ໂຖວ່ານ ເມືອງຟູ້ຜິງແຂວງເຫີເປີຍເພື່ອສອບຖາມຄວາມທຸກສຸກຂອງປະຊາຊົນ. ຢູ່ບ້ານສິບແປດຖ້ຳແຂວງຫູໜານທີ່ຕັ້ງຢູ່ພາກກາງເຂດພູອູຫຼິງ, ໃນເຮືອນກໍ່ດ້ວຍໄມ້ທີ່ມືດຄຶ້ມ, ເພິ່ນຈັບມືກັບຊາວບ້ານພ້ອມທັງສອບຖາມສະພາບຊີວິດການເປັນຢູ່ຂອງເຂົາເຈົ້າ. ຢູ່ທ່າກຳປັ່ນທີ່ຝັ່ງເໜືອແມ່ນ້ຳຢາງເຊ, ເພິ່ນກໍ້ຂາໂສ້ງຂຶ້ນ,ມືກັ້ງຄັນຮົ່ມໂດຍແຂ່ງຝົນໄປສຳຫຼວດກວດກາວຽກງານຂອງເຂດຄຽນຖ່າຍຕູ້ຄອນເທນເນີ. ເພິ່ນຍັງເດີນທາງຍາວໄກໂດຍປ່ຽນພາຫະນະສາມຢ່າງຈຶ່ງໄປເຖິງບ້ານຕ້າວ່ານເມືອງຈິ່ນຈ້າຍແຂວງອ່ານຮຸ່ຍທີ່ຕັ້ງຢູ່ສ່ວນເລິກຂອງເຂດພູຕ້າເປ ໂດຍໄດ້ກວດອ່ານຄູ່ມືບັນທຶກຂໍ້ມູນຄອບຄົວທຸກຍາກ…

 

ຕະຫຼອດໄລຍະຜ່ານມາ, ທ່ານສີຈິ້ນຜິງໄດ້ເສີມຂະຫຍາຍທາດແທ້ການກຳອຳນາດແບບຄຳນັບປະຊາຊົນເປັນຄູອາຈານ, ເປັນນັກຮຽນທີ່ດີ,ເປັນຜູ້ຟັງທີ່ດີ, ເພື່ອເຮັດໃຫ້ສິ່ງທີ່ປະຊາຊົນສຳນຶກຄິດ, ສິ່ງທີ່ປະຊາຊົນປາດຖະໜາແລະບົດຮຽນທີ່ປະຊາຊົນສະຫຼຸບຖອນຖອນໄດ້ນັ້ນຫັນມາເປັນສິ່ງທີ່ພັກແລະລັດຄົ້ນຄວ້າພິຈາລະນາ, ຈັດຕັ້ງປະຕິບັດ ແລະຜົນງານທີ່ໄດ້ຮັບ.

 

“ຄຳນັບປະຊາຊົນເປັນຄູອາຈານ, ຮຽນນຳປະຊາຊົນ” ເປັນວິທີການພື້ນຖານໃນການສຳຫຼວດຄົ້ນຄວ້າຂອງທ່ານສີຈິ້ນຜິງ, ຢູ່ບົນເສັ້ນທາງແຫ່ງການສຳຫຼວດຄົ້ນຄວ້າ, ເພິ່ນໄດ້ສອບຖາມຢ່າງລະອຽດ, ຄົ້ນຄິດຢ່າງເລິກເຊິ່ງ,ເບິ່ງຢ່າງຮອບດ້ານແລະກ້າວໄປໄກ. ດ້ວຍເຫດນີ້, ຢູ່ບົນເສັ້ນທາງແຫ່ງການຟື້ນຟູຄວາມ ຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ, ສູນກາງພັກກອມມູນິດຈີນທີ່ມີສະຫາຍສີຈິ້ນຜິງເປັນແກນນຳຈຶ່ງຈະສາມາດນຳພາປະຊາຊົນຈີນທົ່ວທັງຊາດຜ່ານຜ່າຄວາມຫຍຸ້ງຍາກແລະອຸປະສັກຕ່າງໆນານາ,ຍາດເອົາໄຊຊະນະໄດ້ຢ່າງຕໍ່ເນື່ອງ.