ຍອດການຂາຍປີ້ລົດໄຟໃນທົ່ວປະເທດຈີນໃນວັນທີ 22 ກັນຍາວັນດຽວໄດ້ສ້າງສະຖິຕິສູງສຸດ

2023-09-24 11:39:28 cri


ໄລຍະພັກວັນຊາດຈີນໃກ້ຈະວຽນມາເຖິງ, ກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນເປີດເຜີຍໃຫ້ຮູ້ວ່າ: ຍອດການຂາຍປີ້ລົດໄຟໃນທົ່ວປະເທດຈີນໃນວັນທີ 22 ກັນຍາວັນດຽວໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່.

ຕົວເລກສະຖິຕິສະແດງໃຫ້ເຫັນວ່າ, ວັນທີ 22 ກັນຍານີ້, ໃນທົ່ວປະເທດຈີນໄດ້ຂາຍປີ້ລົດໄຟ 26,952 ລ້ານໃບ, ໄດ້ສ້າງສະຖິຕິການຂາຍປີ້ລົດໄຟຈຳນວນຫຼາຍທີ່ສຸດໃນວັນດຽວອີກຄັ້ງໃໝ່ໃນປະຫວັດສາດ. ລະຫວ່າງວັນທີ 13 ຫາ 22 ກັນຍານີ້, ທາງລົດໄຟທົ່ວປະເທດຈີນລວມແລ້ວໄດ້ຂາຍປີ້ລົດໄຟ 199 ລ້ານໃບ.